ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-02 17:58:19    
ວົງ​ການຕ່າງໆ​ຂອງຈີນ​ພາກັນ​ບໍລິຈາກ​ເງິນ​ຊ່ອຍ​ເຫຼືອ​ເຂດ​ປະສົບ​ໄພ​ຄື້ນທະ​ເລ​ມະ​ຫາ​ສະ​ໝຸດ​ອິນ​ເດຍ

cri Author: lm

ຕາມ​ຂ່າວCRI: ​ໃນຫຼາຍມື້​ມານີ້, ລັດຖະບານ​ແລະ​ວົງ​ການ​ຕ່າງໆ​ຂອງ​ຈີນ​ໄດ້ພາກັນ​ແດ່​ມື​ຊ່ອຍ​ເຫຼືອ​ແກ່ປະ​ເທດ​ແລະ​ປະຊາຊົນ​ທີ່​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະ​ຫາ​ສະ​ໝຸດ​ອິນ​ເດຍຕາມ​ຄວາມ​ສາມາດ​ຂອງ​ຕົນ.

ພາຍຫຼັງ​​​ເກີດໄພພິບັດ​ແລ້ວ, ລັດຖະບານ​ຈີນ​ໄດ້​ສະໜອງ​ການ​ຊ່ອຍ​ເຫຼືອ​ແກ່​ປະ​ເທດ​ປະ​ສົບ​ໄພ, ​ສົ່ງ​ກອງ​ກອບ​ກູ້ ກອງ​ແພດ​ໄປ​ເຂດ​ປະສົບ​ໄພ, ​ໃຊ້​ມາດ​ຕະການ​ໃຫ້​ຄວາມ​ສະດວກ​ແກ່​ພົນລະ​ເມືອງ​ບໍລິຈາກ​ເງິນ​ໃຫ້​ເຂດ​ປະສົບ​ໄພ. ຕອນ​ຄ່ຳ​ວັນທີ 1 ມັງກອນ, ທ່ານ​ລີ​ຈາວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​​ໂທລະສັບ​​ໂອ້ລົມ​ກັບ​ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ​ທ່ານ​ລີ​ຈົງ​ວຸກ ຜູ່​ອຳນວຍ​ການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ, ​ແຈ້ງ​ສະພາບ​ການ​ຊ່ອຍ​ເຫຼືອປະ​ເທດ​ປະສົບ​ໄພຂອງ​ລັດຖະບານ​ຈີນ​, ທ່ານ​ກ່າວ​ວ່າ ຈີນ​ຍິນ​ດີ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ອະນາ​ໄມ​ໂລກ, ຊ່ອຍ​ເຫຼືອປະ​ເທດ​ປະສົບ​ໄພ​ດຳ​ເນີນ​ວຽກ​ງານ​ກອບ​ກູ້​ແລະການ​ປ້ອງ​ກັນ​ໂຣກ​ພະຍາດ​ເປັນຕົ້ນ, ​ແລະ​ຊ່ອຍ​ເຫຼືອປະ​ເທດ​ປະສົບ​ໄພ​ສ້າງ​ສາ​ຄືນ​ໃໝ່ຫຼັງ​ໄພ​ພິບັດ.

ຕາມ​ຂ່າວ​ແຈ້ງວ່າ, ພາຍຫຼັງວັດຖຸ​ແລະ​ເງິນສົດທີ່​ລັດຖະບານ​ຈີນ​ບໍລິຈາກ​ໃຫ້ປະ​ເທດ​ປະ​ສົບ​ໄພງວດ​ທຳ​ອິດ​ຕົກ​ເປັນ​ເງິນ​ຈຳນວນ 21 ລ້ານ 6 ​ແສນ 3 ໝື່ນ​ຢວນ​ສົ່ງ​ໄປ​ຮອດ​ປະ​ເທດ​ທີ່​ກ່ຽວຂ້ອງ​ ​ສະໜອງ​ໃຫ້​ປະຊາຊົນ​ຜູ່​ປະສົບ​ໄພ​ແລ້ວ, ​ແຕ່​ວັນ​ທີ 2 ​ເປັນຕົ້ນ​ໄປ, ຈີນ​ກໍ​ເລີ່​ມຈັດ​ຕັ້ງປະຕິບັດການ​ຊ່ອຍ​ເຫຼືອ​ງວດໃໝ່​ຕົກເປັນ​ເງິນ 500 ລ້ານ​ຢວນ​ໃຫ້​ແກ່​ປະ​ເທດ​ປະສົບ​ໄພ. ​ໃນ​ມື້​ດຽວ​ກັນ, ຈີນ​ຍັງ​ສົ່ງ​ກອງ​ກອບ​ກູ້​ປິ່ນປົວໄປ​​ເຂດ​ປະສົບ​ໄພ​ສີ​ລັງ​ກາ ນີ້​ເປັນ​ກອງ​ກອບ​ກູ້​ກອງ​ທີ​ສາມ​ທີ່​ຈີນ​ສົ່ງ​ໄປ​ຊ່ອຍ​ເຫຼືອປະ​ເທດ​ປະສົບ​ໄພ.

ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ແລະ​ບຸກຄົນ​ສ່ວນ​ຕົວ​ຢູ່​ແຫ່ງ​ຕ່າງໆຂອງ​ຈີນກໍ​ພາກັນ​ບໍລິຈາກ​ເງິນ​ແລະ​ວັດ​ຖຸ​ໃຫ້​ເຂດ​ປະສົບ​ໄພ. ນັບ​ມາ​ຮອດ​ວັນ​ທີ 1 ມັງກອນ, ສະພາກາ​ແດງ​ຈີນ​ໄດ້​ຮັບ​ເງິນສົດຫຼື​​ຄຳ​ໝັ້ນສັນຍາ​ວ່າ​ຈະ​ບໍລິຈາກ​ເງິນ​ນັ້ນມີ​ເກືອບ 20 ລ້ານ​ຢວນ, ​ໃນ​ນັ້ນມີ 5 ລ້ານ 2 ​ແສນ​ຢວນ​ໄດ້​ມອບ​ໃຫ້​ສະພາກາ​ແດງ​ສາກົນ​ແລະ​ສະພາກາ​ແດງ​ຂອງ​ປະ​ເທດ​ປະສົບ​ໄພ​ແລ້ວ. ​ຫຼາຍອົງການ​ຈັດຕັ້ງຂອງ​ຮົງ​ກົງ​ກໍ​ຫ້າງ​ຫາ​ເງິນເກືອບ 300 ລ້ານ​ໂດ​ລາ​ຮົງ​ກົງໃຫ້​ປະ​ເທດ​ປະສົບ​ໄພ​​.