ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-02 18:04:22    
ຫນ່ວຍ​ຊ່ຽວ​ຊານ​ກວດ DNA ຂອງ​ຈີນ​ຈຳ​ແກ​ສົບ​ຂອງ​ຜູ່​ຕາຍ​ໃນ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ​ຢູ່​ໄທ

cri Author: sayvanny


(ຫນ່ວຍຊ່ຽວຊານກວດ DNA ຂອງຈີນເຮັດວຽກຢູ່ເຂດປະສົບໄພຂອງໄທ)

ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 1 ມັງ​ກອນ​ຢູ່​ເຂດ​ປະສົບ​ໄພ​ຂອງ​ປະ​ເທດ​ໄທ, ຫນ່ວຍ​ຊ່ຽວ​ຊານ​ກວດ DNA ຂອງ​ຈີນ​ໄດ້​​ກັບ​ພະ​ນັກ​ງານ​ຝ່າຍ​ໄທ​ພ້ອມ​ກັນ​ບັນ​ທຶກ​ຂໍ້​ມູນ​ກ່ຽວ​ກັບ​ຜູ່​ຕາຍ​ໃນ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ,​ເພື່ອ​ເປັນ​ຫລັກ​ອ້າງ​ອີງ​​ໃຫ້​ການ​ຈຳ​ແນກ​ສົບ.

ນີ້​ແມ່ນ​ວຽກ​ງານ​ມື້​ທຳ​ອິດ​ຢູ່​ໄທ​ຂອງ​ຫນ່ວຍ​ຊ່ຽວຊານ​ຈີນ.ທ່ານ​ລີ​ລີ ສະ​ມາ​ຊິກ​ຫນ່ວຍ​ຊ່ຽວ​ຊານ​ບອກ​ນັກ​ຂ່າວ​ວ່າ, ປະຈຸ​ບັນ ຜູ່​ຊ່ຽວ​ຊານ​ສີ່​ທ່ານ​ທີ່​ເຂົ້າ​ຮ່ວມ​ການຈຳ​ແນ​ກສົບ​ຕົ້ນ​ຕໍ​ແມ່ນ​ຊ່ອຍ​ຝ່າຍ​​ໄທ​ເຮັດ​ວຽກ​ໄລຍະ​ຕົ້ນ, ຄື ຖ່າຍຮູບ​ສົບ ບັນທຶກ​ຈຸດ​ພິ​ເສດຫນ້າ​ຕາ​ຂອງ​ສົບ​ແລະ​ເກັບ​ໂຮມ​ເຄື່ອງ​ເອ້​ຂອງ​ຜູ່​ຕາຍ.



(ຫນ່ວຍຊ່ຽວຊານຈີນເຮັດວຽກຢູ່ເຂດປະສົບໄພຂອງໄທ)


​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ​ທີ່​ເກີດ​ຂຶ້ນ​ຢູ່​ມະຫາ​ສະຫມຸ​ດອິນ​ເດຍ​ເຮັດ​ໃຫ້​ໄທ​ມີ 4500 ກວ່າ​ຄົນ​ຕາຍ, 6000 ກວ່າ​ຄົນ​ຫາຍ​ສາບ​ສູນ.ຍ້ອນ​ຜູ່​ຕາຍ​ສ່ວນ​ຫລາຍ​​ແມ່ນ​ຜູ່​ທ່ອງ​ທ່ຽວ​ຕ່າງປະ​ເທດ,ສະ​ນັ້ນ ການ​ຈຳ​ແນກ​ຜູ່​ປະ​ສົບ​ໄພ​ເຫລົ່າ​ນີ້​ກໍ່​ຫຍຸ້ງ​ຍາກ​ທີ່​ສຸດ.



(ຜູ່ຊ່ຽວຊານກວດ DNA ຂອງຈີນເຮັດວຽກຢູ່ເຂດປະສົບໄພຂອງໄທ)


ທ່ານ​ພົງ​ເທບ.​ເທບ​ການ​ຈະ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸດ​ຕິ​ທຳ​ໄທ​ບອກ​ນັກ​ຂ່າວ​ວ່າ, ​ສືບ​ຕໍ່​ຊອກ​ຫາ​ຜູ່​ປະ​ສົບ​ໄພ​ແລະ​ຈຳ​ແນ​ກສົບ​ແມ່ນ​ສິ່ງ​ທ້າ​ທາຍ​ຕົ້ນ​ຕໍ​ທີ່​ໄທ​ປະ​ເຊີນ​ໃນ​ການ​​ກູ້​ໄພ,ຂອບ​ໃຈ​ຜູ່​ຊ່ຽວ​ຊານ​ຈີນ​ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​​ກູ້​ໄພ.