ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-02 18:18:09    
ປະຊາ​ຄົມ​ໂລກ​ສືບຕໍ່ຊ່ອຍ​ເຫຼືອປະ​ເທດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 1 ມັງກອນ ປະຊາ​ຄົມ​ໂລກ​ສືບ​ຕໍ່​ສະໜອງ​ການ​ຊ່ອຍ​ເຫຼືອ​ໃຫ້​ແກ່​ປະ​ເທດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ ​ແລະ​​​ດຳເນີນ​ການ​ກອບ​ກູ້ຢ່າງ​ຕັ້ງໜ້າ, ປະຈຸ​ບັນ ​ຍອດ​ຈຳນວນ​ເງິນ​ບໍລິຈາກ​ທີ່​ປະຊາ​ຄົມ​ໂລກ​ຍິນ​ດີ​ເອົາ​ໃຫ້​​ນັ້ນ​ໄດ້​ລື່ນ​ກາຍ 2 ຕື້​ໂດ​ລາ​ສະຫະລັດ​ແລ້ວ.

​ແຕ່​ວັນ​ທີ 1 ມັງກອນ​ເປັນຕົ້ນ​ມາ, ກອງ​ກອບ​ກູ້​ສາກົນ​ຂອງ​ຈີນ​ເລີ່​ມ​ເຮັດ​ວຽກ​ປິ່ນປົວ​ກອບ​ກູ້​ຢູ່​ເມືອງ​ບານ​ດາ ອາ​ເຊ ​ເຂດ​ປະສົບ​ໄພ​ຮ້ານ​​ແຮງ​ຂອງ​ອິນ​​ໂດ​ເນ​ເຊຍ. ໜ່ວຍ​ຜູ່​ຊ່ຽວ​ຊານ​ກວດ DNA ​ຂອງຈີນ​ກໍ​ເລີ່​ມບັນທຶກ​ຂໍ້​ມູນຂອງຜູ່​ເສຍ​ຊີວິດ​ໃນ​ຄື້ນທະ​ເລ​ຊູ​ນາ​ມີ​ຢູ່​ເກາະ​ພູ​ເກັດ ທາງ​ພາກ​ໃຕ້​ປະ​ເທດ​ໄທ, ​ເພື່ອ​ເປັນຫຼັກອ້າງ​ອິງ​​ໃນ​ການຈຳ​ແນ​ກຊາກ​ສົບ. ອົງ​ການ​ຊ່ອຍ​ເຫຼືອ​ສາກົນ​ຄື ມູນ​ນິທິ​ເດັກ​ສະຫະ​ປະຊາ​ຊາດ​ເປັນຕົ້ນກໍ​ພວມ​ຂົນ​ສົ່ງ​ແລະ​ແຈກ​ຢາຍອາຫານ ນ້ຳ​ດື່ມ​ແລະ​ຢຸກຢາ​ເປັນຕົ້ນຢູ່​ອິນ​​ໂດ​ເນ​ເຊຍ.

ວັນ​ທີ 1 ມັງກອນ ລັດຖະບານ​ຍີ່ປຸ່ນ​ແລະ​ອີ​ຕາ​ລີ​ປະກາດ​ວ່າ, ຈະ​ເພີ່ມ​ເງິນຊ່ອຍ​ເຫຼືອ​ທີ່​ສະໜອງ​ໃຫ້​ປະ​ເທດ​ປະສົບ​ໄພ​ຈະຕ່າງຂຶ້ນ​ຮອດ 500 ລ້ານ​​ໂດ​ລາ​ສະຫະລັດ​ແລະ 70 ລ້ານ​​ເອີ​ໂລ. ກ່ອນ​ແລະຫຼັງວັນທີ 1 ມັງກອນ, ລັດຖະບານປະ​ເທດ​ອາ​ຝຼິກກາ​ຄື ກີ​ເນ​ເສັ້ນສູນ​ສູດ ​ເຊ​ເນ​ການ​ແລະ​ໂມລີ​ເຊີດ​ເປັນຕົ້ນ ຕ່າງ​ປະກາດ​ວ່າ​ຈະ​ສະໜອງ​ການ​ຊ່ອຍ​ເຫຼືອ​ແກ່​ປະ​ເທດ​ປະສົບ​ໄພ.

​ກອງ​ປະຊຸມ​ສາກົນກ່ຽວ​ກັບ​ສ້າງສາ​ຄືນ​ໃໝ່ຫຼັງ​ໄພພິບັດທີ່​ມີປະ​ເທດ​ປະສົບ​ໄພ ປະ​ເທດ​ບໍລິຈາກ​ແລະ​ອົງການ​ຈັດຕັ້ງສາກົນ​ຈຳນວນ​ໜຶ່ງເຂົ້າຮ່ວມ​ນັ້ນ ຈະ​ຈັດ​ຂຶ້ນຢູ່​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 6 ມັງກອນ​ນີ້. ທ່ານ​ອານ​ນານ ​ເລ​ເຂທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ປະກາດ​ວ່າ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.