ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-02 20:59:30    
ທ່ານ​ອັບ​ບັສກ່າວ​ວ່າ ຈະ​ໃຊ້​ມາດ​ຕະການ​ປົກປ້ອງ​ຜູ່​ປະກອບ​ອາວຸດ​ຂອງ​ປາ​ເລັສ​ຕິນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 1 ມັງກອນ​ຢູ່​ກາ​ຊາ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ AP, ທ່ານ​ອັບ​ບັສ ປະທານ​ຄະນະ​ບໍລິຫານ​ງານ​ອົງການ​ປົດ​ປ່ອຍປາ​ເລັສຕິນກ່າວ​ວ່າ, ທ່ານ​ມີ​ຄວາມ​ຮັບຜິດ​ຊອບ​ໃຊ້​ມາດ​ຕະການ​ປົກປ້ອງ​ຜູ່​ປະກອບ​ອາວຸດ​ຂອງ​ປາ​ເລັສຕິນ.

ພ້ອມ​ກັນນັ້ນ ທ່ານ​ອັບ​ບັສ​ໄດ້​​ໂຕ້​ຕອບ​​ຝ່າຍ​ອິສລາ​ແອນທີ່​ຕິຕຽນ​ທ່ານ​ອອກ​ໜ້າ​ອອກ​ຕາ​ພ້ອມກັບ​ຜູ່​ປະກອບ​ອາວຸດ​ຂອງ​ປາ​ເລັສຕິນ, ກ່າວ​ວ່າ​ຕົນ​ເອງ​ອອກ​ໜ້າ​ອອກ​ຕາພ້ອມ​​ກັບຜູ່​ສະໜັບສະໜູນ​ນັ້ນ ​ແມ່ນ​​ເລື່ອງ​ປົກກະຕິ. ກ່ອນ​ຈະ​ໃຫ້​ສຳພາດບໍ່​ເທົ່າ​ໃດຊົ່ວ​ໂມງ, ທ່ານ​ອັບ​ບັສ​ໄດ້​ໄປ​ຢາມສູນ​ອົບ​ພະຍົບລາ​ຟາ ທີ່​ຢູ່​ພາກ​ໃຕ້​ກາຊາ, ​ແລະ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈຈາກ​ຜູ່​ປະກອບ​ອາວຸດ​ຂອງ​ປາ​ເລັສຕິນຫຼາຍສິບ​ຄົນ.