|
ຕາມຂ່າວCRI: ວັນທີ 2 ມັງກອນ ປະເທດປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍໄດ້ດຳເນີນວຽກງານກູ້ໄພຕໍ່ມາ.
ໃນມື້ດຽວກັນ ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີໄທໄດ້ລົງກວດກາຫາດຊາຍທະເລປາຕ່ອງ ເຂດທ່ອງທ່ຽວທີ່ມີຊື່ສຽງຂອງຈັງຫວັດພູເກັດທີ່ປະສົບໄພຮ້າຍແຮງກວ່າໝູ່, ແລະຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນຟື້ນຟູການທຸລະກິດອັນເປັນປົກກະຕິຢູ່ຫາດຊາຍທະເລປາຕ່ອງຢ່າງວ່ອງໄວ.
ລັດຖະບານອິນໂດເນເຊຍສືບຕໍ່ສົ່ງທະຫານເຮືອ ທະຫານບົກແລະທະຫານອາກາດໄປເຂົ້າຮ່ວມການກູ້ໄພ, ແລະກ່າວວ່າຈະເລັ່ງລັດຂົນສົ່ງແລະຝັງຊາກສົບຂອງຜູ່ປະສົບເຄາະຮ້າຍໃຫ້ໄວເຂົ້າຕື່ມອີກ.
ວັນທີ 2 ມັງກອນ ລັດຖະບານສີລັງກາປະກາດວ່າຈະສ້າງສູນການເຄື່ອນໄຫວກູ້ໄພແຫ່ງຊາດແຫ່ງໜຶ່ງ, ຕິດຕາມກວດກາວຽກງານສ້າງສາຄືນໃໝ່ຫຼັງໄພພິບັດ.
ວັນທີ 2 ມັງກອນ ທ່ານແຈນ ເອເກີແລນດ໌ ຮອງເລຂາທິການໃຫຍ່ສະຫະປະຊາຊາດທີ່ຮັບຜິດຊອບວຽກງານມະນຸດສະທຳກ່າວວ່າ, ປະຈຸບັນ ຢູ່ເຂດປະສົບໄພຄື້ນທະເລອາຊີຍັງມີປະມານ 5 ລ້ານຄົນຕ້ອງການຊ່ອຍເຫຼືອຕ່າງໆ, ໃນນັ້ນມີປະມານ 1 ລ້ານ 8 ແສນຄົນຂາດອາຫານແລະນ້ຳກິນ. ປະຈຸບັນ ວຽກງານຊ່ອຍເຫຼືອໄດ້ດຳເນີນໄປຢ່າງສະດວກ, ແຕ່ຢູ່ເຂດອາເຊແລະຊູມັດຕຼາແຫ່ງອິນໂດເນເຊຍທີ່ປະສົບໄພຮ້າຍແຮງເທື່ອນີ້ ຄົມມະນາຄົມບໍ່ສະດວກໄດ້ເຮັດໃຫ້ວຽກງານກອບກູ້ປະສົບຄວາມຫຍຸ້ງຍາກອັນມະຫາສານ.
ຕາມສະຖິຕິຫຼ້າສຸດທີ່ຝ່າຍທາງການຂອງອິນໂດເນເຊຍ ໄທແລະສີລັງກາປະກາດ, ຈຳນວນຄົນທີ່ເສຍຊີວິດໃນແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍເທື່ອນີ້ໄດ້ລື່ນກາຍ 1 ແສນ 4 ໝື່ນຄົນແລ້ວ.
|