|
|
 |
| (GMT+08:00)
2005-01-03 18:16:51
|
|
ລັດຖະມົນຕີກະຊວງປ້ອງກັນປະເທດຈີນຝາກໂທລະເລກໄປຍັງຜູ່ນຳພາກສ່ວນປ້ອງກັນປະເທດຂອງປະເທດປະສົບໄພຄື້ນທະເລຊູນາມີ ສະແດງຄວາມເຫັນອົກເຫັນໃຈແລະຖາມຂ່າວ
cri
Author: l m
|
ຕາມຂ່າວສານຊິນຮວາ: ວັນທີ 2 ມັງກອນ ທ່ານເສົາກາງສວນ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ຝາກໂທລະເລກໄປຍັງຜູ່ນຳພາກສ່ວນປ້ອງກັນປະເທດຂອງອິນໂດເນເຊຍ ສີລັງກາ ອິນເດຍ ມານດິວ ໄທ ມາເລເຊຍ ມຽນມາແລະບັງກຼາເດັດເປັນຕົ້ນ, ສະແດງຄວາມເສົ້າສະຫຼົດໃຈແລະເຫັນອົກເຫັນໃຈຕໍ່ບັນດາປະເທດດັ່ງກ່າວທີ່ປະສົບຄວາມເສຍຫາຍດ້ານຊີວິດຂອງຄົນແລະຊັບສິນຢ່າງໜັກໜ່ວງໃນແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍ, ສະແດງຄວາມໄວ້ອາໄລຢ່າງສຸດເຊິ້ງຕໍ່ຜູ່ປະສົບເຄາະຮ້າຍ, ແລະສະແດງຄວາມຖາມຂ່າວດ້ວຍຄວາມຈິງໃຈມາຍັງຄອບຄົວຜູ່ປະສົບເຄາະຮ້າຍ.
|
|
|