ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 10:21:25    
ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີຣັກຈະ​ໄຂ​ຂຶ້ນຢູ່​​ອຳ​ມານ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 3 ມັງກອນ ຢູ່​ອຳມານ ທ່ານ​ລາ​ຈັບ ຊູ​ແກ​ລີ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຊອກ​ດາ​ນີປະກາດ​ວ່າ,ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີຣັກຈະ​ໄຂ​ຂຶ້ນຢູ່​ອຳ​ມານ​ໃນ​ວັນ​ທີ 6 ມັງກອນ,ກອງ​ປະຊຸມ​ຈະ​ເຈາະ​ຈົງ​ຫາລື​ສະຖານະ​ການ​​ອີຣັກກ່ອນ​ການ​ເລືອກ​ຕັ້ງທົ່ວ​ໄປ.

ທ່ານຊູ​​ເກ​ລີ​ເວົ້າວ່າ,ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ທີ່​ຈະ​ໄຂ​ມື້ໜຶ່ງ​ເທື່ອ​ນີ້​ຈະ​ຊ່ອຍ​ຟື້ນ​ຟູ​ຄວາມ​ປອດ​ໄພ,ສະຖຽນລະ​ພາບ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ອີຣັກ,ພ້ອມ​ທັງ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອ້ອມ​ຂ້າງ​ທັງ​ໝົດ​. ​ໃນ​ເວລາ​ປິດ​ປະຊຸມ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ຈະ​ອອກ​ຖະ​ແຫຼງການ,ບັນ​ລະ​ຍາຍ​ທັດສະນະ​ຂອງ​ພວກ​ທ່ານ​ຕໍ່​ສະຖານະ​ການ​ແລະ​ການ​ເລືອກ​ຕັ້ງຂອງ​ອີຣັກ.