ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 14:44:53    
ຈີນ​ອາຊ​​ຽນເລັ່ງບາດກ້າວ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​

cri Author: lm

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ປີ 2004 ທີ່​ຫາ​ກໍ່ຜ່ານ​ພົ້ນ​ໄປ ​ແມ່ນ​ປີ​ໜຶ່ງທີ່​ຈີນ​ກັບ​ອາຊ​ຽນ​ເລັ່ງ​ບາດກ້າວຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​​.

​ການ​ຂະຫຍາຍຕົວ​ຂອງ​ການ​ຮ່ວມ​ມື​ທາງເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນອາຊ​ຽນ​ໃນ​ໜຶ່ງ​ປີຜ່ານມາມີ​ຈຸດ​ພິ​ເສດ 3 ຂໍ້ຄື​ດັ່ງ​ລຸ່ມ​ນີ້:

ກ່ອນ​ອື່ນ, ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ. ຕາມສະ​ຖິຕິ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊ​ຽນ​ໄດ້​ລື່ນ​ກາຍ 100 ຕື້​ໂດ​ລາ​ສະ​ຫະລັດ​ຢ່າງ​ມີ​ລັກ​ສະ​ນະ​ປະ​ຫວັດສາດ.

ຖັດມາ, ​ໄດ້​ສັບ​ຊ້ອນອົງ​ປະກອບ​ສິນຄ້າ​ຂາ​ເຂົ້າຂາ​ອອກ​​​ເລື້ອຍໆ. ທ່ານ​ລູຈຽນ​ເຢີ​ນ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ປາຊີ​ຟິກສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​​ເວົ້າວ່າ:

ຈີນ​ນອກຈາກ​ນຳ​ເຂົ້າຜະລິດ​ຕະພັນ​ກະສິກຳ ວັດຖຸ​ດິບ​ແລະ​ຜະລິດ​ຕະພັນແຮ່​ຈາກ​ອາຊ​ຽນແລ້ວ, ຍັງນຳ​ເຂົ້າຊີກ​ສ່ວນ​​ແລະ​ເຄື່ອງ​ອາ​ໄຫຼ່ເອ​ເລັກ​ໂຕຼນິກ​ເປັນ​ຈຳນວນຫຼວງຫຼາຍ; ​ເມື່ອ​ສັງ​ເກດ​ຈາກການ​ສົ່ງອອກ​ຂອງ​ຈີນ​ຕໍ່​ອາຊຽນ​ແລ້ວ​ເຫັນ​ວ່າ, ​ແຕ່​ກ່ອນ​ຕົ້ນຕໍ​ແມ່ນ​ຜະ​ລິດ​ຕະ​ພັນ​ແຮງ​ງານ​ສຸມ​ຄື ສິ່ງ​ປັ່ນ​ທໍ​ແລະ​ເກີບ​ເປັນຕົ້ນ, ດຽວ​ນີ້ ຜະລິດ​ຕະພັນ​ກົນ​ຈັກ​ແລະ​ເຄື່ອງ​ຜະລິດ​ໄຟຟ້າ ​ແລະ​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ​ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ​ທີ່​ຈີນ​ສົ່ງ​ອອກ​ໄປ​ສູ່​ອາຊຽນ​ແລ້ວ. ​ເລື່ອງ​ຕ້ອງ​ເວົ້າ​ເຖິງ​ນັ້ນແມ່ນ ​ໃນ 10 ປີຜ່ານມາ, ການ​ຄ້າ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະກຳ​ໄດ້​ເພີ່ມ​ຂຶ້ນ​ໄວ​ກວ່າ​ໝູ່, ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ອົງ​ປະກອບ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຍົກ​ສູງ​ຂຶ້ນຢ່າງຫຼວງຫຼາຍ​ເມື່ອ​ທຽບ​ກັບ​ຫຼາຍ​ປີ​ກ່ອນ.

ສາມ, ສິນຄ້າ​ທີ່​ຈີນ​ນຳ​ເຂົ້າຫຼາຍກວ່າ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນອີກ. ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາປີ 2004, ມູນ​ຄ່າ​ສິນຄ້າ​ນຳ​ເຂົ້າຫຼາຍກວ່າ​ສົ່ງ​ອອກໄດ້​ບັນລຸ 17 ຕື້ 100 ລ້ານ​ໂດ​ລາ​ສະຫະລັດ. ຈີນ​ຂາດ​ດຸນ​ມີມູນ​ເຫດ​​ໃນ​ສອງ​ດ້ານ ໜຶ່ງ ພາຍຫຼັງປະຕິບັດ​ແຜນການ​ເກັບ​ກ່ຽວ​ໄລຍະ​ຕົ້ນ​ໃນຕົ້ນປີ 2004, ບາງ​ປະ​ເທດ​ອາ​ຊຽນ​ໄດ້​ເພີ່ມ​ການ​ສົ່ງ​​ຜະ​ລິດ​ຕະພັນ​ກະສິກຳ​ຄື ຜັກ​ແລະ​ໝາກ​ໄມ້​ເປັນຕົ້ນ​ເຂົ້າ​ຈີນ, ພາ​ໃຫ້​ການ​ຂາດ​ດຸນ​ເພີ່ມ​ຂຶ້ນ; ສອງ ຈີນ​ນຳ​ເຂົ້າ​ວັດ​ຖຸ​ດິບ​ເພີ່ມ​ຂຶ້ນ, ພາ​ໃຫ້​ການ​ຂາດ​ດຸນ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ.

​ໃນ​ໜຶ່ງ​ປີ​ມາ​ນີ້, ​ໃນ​ດ້ານ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ຊຽນ, ຍັງ​ມີ​ເຫດການ​ຈຳນວນ​ໜຶ່ງຕ້ອງສົນ​ໃຈ​ນຳ.

ວັນ​ທີ 19 ພະຈິກປີ 2004, ຈີນ​ກັບ​ອາ​ຊຽນ​ໄດ້​ເຊັນ "ສັນຍາ​ການ​ຄ້າ​ສິນຄ້າ​ຂອງ​ສັນຍາ​ຂອບ​ການ​ຮ່ວມ​ມື​ເສດຖະກິດ​ຮອບດ້ານ"ແລະ"ສັນຍາ​ກົນ​ໄກ​ແກ້​ໄຂ​ການ​ວິວາດ​ກັນ", ​ໄດ້​​ແຜ້ວ​ທາງ​ໃຫ້​ແກ່​ການ​ເລີ່​ມສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນຢ່າງ​ຮອບ​ດ້ານ​ໃນ​ປີ 2005. ​ໃນ​ເວ​ລາ​ກ່າວ​ເຖິງ​ການ​ສ້າງ​ເຂດການ​ຄ້າ​ເສລີ​ຮອບດ້ານ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ແກ່​ສອງ​ຝ່າຍ​ນັ້ນ, ທ່ານ​ຈາງ​ຊາວ​ກາງ ຮອງ​ຫົວໜ້າ​ກົມ​ສາ​ກົນ​ກະຊວງ​ການ​ຄ້າ​ຈີນ​ເວົ້າວ່າ:

ໂດຍ​ອາ​ໄສການ​ສ້າງ​ເຂດ​ການ​ຄ້າ​ເສລີ, ຈີນ​ກັບ​ອາຊ​ຽນຈະຫຼຸດ​ເງື່ອນ​ໄຂ​ການ​ຄ້າ​ສິນຄ້າ​​ໃຫ້ຕ່ຳລົງ​ຕື່ມອີກ​​ໄດ້, ນີ້​ໝາຍ​​ເຖິງການ​ຄ້າລະຫວ່າງ​ສອງ​ຝ່າຍ​ຈະຂະຫຍາຍຕົວ​ອອກ​ຕື່ມ​ອີກ, ​ໂອກາດ​​ຮ່ວມ​ມືຈະຫຼາຍຂຶ້ນ​ຕື່ມ​ອີກ, ຄວາມ​ຕ້ອງການ​ຂອງ​ກຳລັງ​ຜະລິດ​ພາຍ​ໃນ​ປະ​ເທດ​ກໍ​ຈະ​ເປີດ​ກວ້າງ​ອອກ​ຕື່ມ​ອີກ, ທັງ​ນີ້​ມີ​ຜົນ​ດີ​ຕໍ່​ວິ​ສາ​ຫະກິດ​ແລະ​ປະຊາຊົນ​ຂອງ​ສອງ​ຝ່າຍ. ນອກ​ນີ້ ​ເມື່ອ​ສັງ​ເກດ​ຈາກ​ຂົງ​ເຂດ​ບໍລິການ​ແລະ​ການ​ລົງທຶນ​ແລ້ວ​ເຫັນ​ວ່າ, ສອງ​ຝ່າຍ​ຫຼຸດ​ເງື່ອນ​ໄຂ​​ບໍລິການ​ແລະ​ການ​ລົງທຶນ​ໃຫ້​ຕ່ຳລົງ​ຕື່ມ​ອີກ​ບົນ​ພື້ນຖານຄຳ​ໝັ້ນສັນຍາ​ຂອງ​ໃຜລາວ​ໃນ​ເວລາ​ເຂົ້າຮ່ວມ​ອົງການ​ການ​ຄ້າ​ໂລກ, ກໍ​ໝາຍ​ເຖິງ​ການ​ຈະລາຈອນຂອງ​ທຶນຈະ​ລຸ​ລ່ວງ​ກວ່າ​ເກົ່າ, ການ​ຂະຫຍາຍ​ການ​ລົງທຶນ​ແລະ​ການ​ບໍລິການ​ກໍ​ມີ​ຜົນ​ດີຫຼາຍ​ຕໍ່​ການ​ຂະຫຍາຍ​ການ​ຜະລິດ​ແລະ​ສະຫວັດດີ​ການ​ຂອງ​ຜູ່​ບໍລິ​ໂພ​ກຂອງ​ສອງ​ຝ່າຍ.

​ເວົ້າ​ໃນ​ດ້ານ​ພາວະ​ວິ​ໄສ​ແລ້ວ, ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ໄດ້ມີ​ຜົນ​ສະທ້ອນ​ຕໍ່ຈີນ​​ແລະ​ອາ​ຊຽນ​ທັງ​ສອງ​ຝ່າຍ. ດ້ານ​ໜຶ່ງ, ບໍ່​ວ່າ​ຈະແມ່ນ​ຜູ່​ຜະລິດຫຼື​ແມ່ນຜູ່​ບໍລິ​ໂພ​ກ, ລ້ວນ​ແຕ່​ຈະ​ໄດ້ຜົນ​ປະ​ໂຫຍ​ດຈາກ​ການ​ຄ້າ​ເສລີ ​ແລະ​ຈາກການຫຼຸດພາສີ. ອີກ​ດ້ານ​ໜຶ່ງ, ພາຍ​ຫຼັງ​ອັດ​ຕາ​ພາສີຫຼຸດລົງ​ແລ້ວ, ຜະລິດ​ຕະພັນຂອງ​ຕ່າງປະ​ເທດ​ຈຳນວນ​ຫຼວງ​ຫຼາຍ​ຈະ​ຫຼັ່ງ​ໄຫຼ​ເຂົ້າ, ກໍ​ຈະ​​ເປັນ​ການ​ກະ​ໜ່ຳບໍ່​ນ້ອຍ​ຕໍ່​ຜະລິດ​ຕະພັນ​ພາຍ​​ໃນປະ​ເທດ​. ຄັນຊັ້ນ​ບັນ​ດາ​ປະ​ເທດ​ອາ​ຊ​ຽນຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍກວ່າ​ເກົ່າຫຼືບໍ່​ຈາກ​ການ​ສ້າງ​ເຂດການ​ຄ້າ​ເສລີ? ກ່ຽວ​ກັບ​ບັນຫານີ້ ທ່ານ​ລູຈຽນ​ເຢີ​ນຊີ້​ອອກ​ວ່າ, ​ປະຈຸ​ບັນ ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ນຳ​ເຂົ້າຫຼາຍ​ໃນ​ພາກພື້ນອາຊີ​ແລ້ວ, ຈີນ​ສືບຕໍ່ຂະຫຍາຍ​ຕະຫຼາດ​ໃຫ້ກວ້າງ​ອອກ ສາມາດ​ດຶງ​ດູດ​ຜະລິດ​ຕະພັນ​ຂອງ​ປະ​ເທດ​ອາຊ​ຽນຫຼາຍ​ກວ່າ​ເກົ່າ, ​ເວົ້າສຳລັບ​ປະ​ເທດ​ອາຊ​ຽນ​ແລ້ວ​ແມ່ນ​ເລື່ອງ​ດີ​. ການ​ເຕີບ​ໂຕ​ຂອງ​ເສດຖະ​ກິດ​ຈີນ​ກໍ​ບໍ່​ຂົ່ມ​ຂູ່​ອາຊ​ຽນ. ທ່າ​ນລູຈຽນ​ເຢີ​ນ​ເວົ້າວ່າ:

ພວກ​ຂ້າພະ​ເຈົ້າບໍ່​ຢາກ​ຜ່ານ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​​ແລ້ວ​​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແຕ່​ຝ່າຍ​ດຽວ, ພວກ​ຂ້າພະ​ເຈົ້າຢາກຜ່ານຈາກການ​ຄ້າ​ການລົງທຶນ​ໃນ​ທົ່ວພາກພື້ນ​ຢ່າງເສລີ, ຫຼຸດ​ພາ​ສີ, ຍົກ​ເລີກ​ກຳ​ແພງ​ພາສີ, ​ເຮັດ​ໃຫ້ການ​ຄ້າ​ລະຫວ່າງ​ຈີນ​ອາຊ​ຽນ​ເພີ່ມ​ຂຶ້ນ​ຢ່າງ​ໃຫຍ່​ຫຼວງ, ​ແລະ​ສະ​ແຫວ​ງຫາ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ທັງ​ສອງ​ຝ່າຍ​.

ງານ​ເອັກສ໌​ໂປຈີນ​ອາຊ​ຽນຄັ້ງປະຖົມມະ​ເລີກ​ທີ່​ຈັດ​ຂຶ້ນຢູ່​ເມືອງ​ໜານ​ໜິງ ເຂດ​ກວາງ​ຊີ​ຂອງຈີນ​ເມື່ອ​ເດືອນ​ພະຈິກ​ປີ 2004 ​ແມ່ນ​ມາດ​ຕະການທີ່​ມີ​ລັກສະນະ​ທາດ​ແທ້ຂອງ​ລັດຖະບານ​ຈີນ​ເພື່ອ​ຊຸກ​ຍູ້​ການ​ເຈລະຈາ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ. ຕາມ​ສະຖິຕິ, ນັບ​ລວມ​ແລ້ວ ​ມູນ​ຄ້າສິນຄ້າທີ່​ຊື້​ຂາຍກັນໃນງານ​ເອັກສ໌​ໂປຈີນ​ອາ​ຊຽນ​ຄັ້ງປະຖົມມະ​ເລີກ​ໄດ້​ບັນລຸ 1 ຕື້ 84 ລ້ານ​​ໂດ​ລາ​ສະຫະລັດ, ​ໂຄງການ​ລົງທຶນ​ທີ່​ເຊັນ​ກັນ​ລະຫວ່າງ​ວິ​ສາ​ຫະ​ກິດ​ຂອງ​ຈີນ​ແລະ​ຂອງອາຊ​ຽນມີ 58 ​ໂຄງການ. ​ໃນ​ເວລາ​ຕີ​ລາຄາ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນຄັ້ງ​ນີ້ ທ່ານ​ສົງ​ສວນ ​ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ເວົ້າ​ວ່າ:

ງານ​ເອັກສ໌​ໂປ​ຈີນ​ອາຊ​ຽນຍ່ອມ​ຈະ​ກາຍ​ເປັນ​ແທ່ນ​ສຳຄັນ​ອັນ​ໜຶ່ງ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ​ແທ່ນ​ນີ້​ຈະ​ສະ​ໜອງ​ເງື່ອນ​ໄຂ​ທີ່​ລະອຽດກວ່າ​ເກົ່າ ​ໂດຍ​ກົງ​ກວ່າ​ເກົ່າແລະ​ສະດວກ​ກວ່າ​ເກົ່າໃຫ້​ຈີນ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ທາງ​​ເສດຖະກິດ​ການ​ຄ້າ​ກັບປະ​ເທດ​ອາຊ​ຽນ, ສະໜອງ​ໂອກາດ​​ໃຫ້​ວິ​ສາ​ຫະກິດ​ຂອງ​ຈີນ​ແລະຂອງ​ອາຊ​ຽນ​ໃນ​ການຂະຫຍາຍ​ການ​ຮ່ວມ​ມື​ທາງ​ເສດຖະກິດ, ​ເຮັດ​ໃຫ້​ທັງສອງ​ຝ່າຍ​​ໄດ້​ຮັບ​ຜົນ​ດີ​​ໃນ​ການ​ຄ້າ​ເສ​ລີ​ແລະ​ເສດ​ຖະກິດ​ພາກພື້ນ​ເຊື່ອມ​ໂຍງ​ເຂົ້າກັນ.

​ໃນປີ 2005, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນຈະ​ເລີ່​ມດຳ​ເນີນ​ໄປ​ຕາມ​ເວ​ລາ​ກຳ​ນົດ, ການ​ລົງທຶນ​ແລະ​ການ​ຮ່ວມ​ມື​ລະຫວ່າງສອງ​ຝ່າຍ​ໃນ​ຂົງ​ເຂດຕ່າງໆ​ກໍຈະ​ຂະ​ຫຍາຍ​ຕົວ​ອອກ. ຈີນ​ຈະ​ເຮັດ​ຄື​ແຕ່​​ເກົ່າ​ເມືອຫຼັງດ້ວຍ​ທ່າ​ທີ​ອັນ​ຈິງ​​ໃຈ​ແລະ​ຕິດ​ແທດ​ຕົວ​ຈິງ​, ພ້ອມ​ກັນ​ກັບປະ​ເທດ​ອາຊ​ຽນກຳ​ໂອກາດ​ໃຫ້​ດີ, ລົງ​ເລິກ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ, ພ້ອມ​ກັນ​ສ້າງ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ທົ່ວ​ໄປ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.