ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 15:07:51    
ກອງ​ກອບ​ກູ້​ສາ​ກົນ​ຈີນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກອບ​ກູ້​ຢູ່​ປະ​ເທດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ

cri
ຫຼັງ​ຈາກ​ເກີດ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີມະ​ຫາ​ສະໝຸດ​ອິນ​ເດຍມາ​ນີ້,​ລັດຖະ​ບານ​ຈີນ​​ໄດ້​ແຕ່ງ​ກອງ​ກອບ​ກູ້​ສາ​ກົນ​ 3 ​ກອງ​ໄປ​ເຂດ​ປະສົບ​​ໄພ​ເປັນ​ລຳດັບ.

ວັນ​ທີ 31 ທັນວາ​ປີ 2004,ສະ​ມາ​ຊິກ​ກອງ​ກອບ​ກູ້​ສາກົນ​ຈີນ​ງວດ​ທຳ​ອິດ​ລວມ 35 ຄົນ​​ໄດ້​ເດີ​ນທາງ​ໄປ​ຮອດ​ອິນ​ໂດ​ເນ​ເຊ​ຍ,​ແລະ​​ໄປ​ຮອດ​ບັນດາ​ອາ​ເຊ ​ເຂດ​ປະສົບ​​​ໄພ​ຮ້າຍ​ແຮງ​ທີ່ສຸດ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ຕອນ​ຂ້ອນ​ແຈ້ງ​ວັນ​ທີ 1 ມັງ​ກອນ​ປີ​2005,ດຳ​ເນີນ​ການ​ເຄື່ອນ​ໄຫວ​ກອບ​ກູ້​​ຢ່າງ​ໄວວາ.​ໃນ​ເວລາ​​ໃຫ້ສຳ​ພາດ​ທາງ​ໂທລະ​ສັບ,​ທ່ານ​ເຈີງ​ຊຽງ​ເສີນ ຫົວ​ໜ້າ​ກອງ​ກອບ​ກູ້​ເຜີຍ​ໃຫ້​ຮູ້​ວ່າ,ປະຈຸ​ບັນ​,ພວກ​ເຂົາ​ເຈົ້າ​ໄດ້​ສ້າງ​ໂຮງ​ໝໍ​ຊົ່ວ​ຄາວ​ຢູ່​ກາງ​ທົ່ງ,​ເລີ່​ມກອບ​ກູ້​ຜູ້​ບາດ​ເຈັບ​ແຫ່ງ​ນັ້ນ.​ທ່ານ​ເວົ້າ​ວ່າ:

"ຢູ່​ເຂດ​ປະສົບ​ໄພ​ຮ້າຍ​ແຮງ​ທີ່ຢູ່​​ແຄມ​ທະ​ເລ​ໃນ​ແຫ່ງ​ນັ້ນ,ມີ​ໂຮງໝໍ​ຫຼັງ​ໜຶ່ງ​ໄດ້​ຖືກ​ທຳ​ລາຍ​ຢ່າງ​ເຖິງ​ຖອງ​ແລ້ວ,​ແຕ່​ຍັງ​ມີ​ມວນ​ຊົນ​ຫຼາຍ​ໝື່ນ​ຄົນຢູ່​ອ້ອມ​ຂ້າງ,​ຂາດ​ ​ໝໍ​ອິດຢາ​ທີ່​ສຸດ.ພວກ​ຂ້າພະ​ເຈົ້າ​ຖືກ​ແບ່ງ​ເປັນ 3 ຈຸ,ຈຸ​ໜຶ່ງ​ແມ່ນ​ເຈາະ​ຈົງ​ຊ່ອຍ​ພວກ​ເຂົາ​ເຈົ້າ​ຟື້ນ​ຟູ​ໂຮງໝໍ​ຫຼັງ​ນີ້; ອີກ​ຈຸ​ໜຶ່ງ​ໄປ​ສະ​ໜາມ​ບິນ,​ເຊິ່ງ​ເປັນ​ບ່ອນ​ຂົນ​ສົ່ງຜູ້​ບາດ​ເຈັບ​ຈຳ​ນວນ​ຫຼວງ​ຫຼາຍ; ຈຸ​ທີ​ 3 ​ແມ່ນ​ເຝົ້າຢູ່​ໂຮງ​ໝໍ​ຊົ່ວ​ຄາວ​ທີ່​ພວກ​ຂ້າພະ​ເຈົ້າ​ສ້າງ​ຂຶ້ນ​​ເອົາ​​ເອງ."

ຕາມ​ແນະ​ນຳ​ໃຫ້​ຮູ້​ວ່າ,​​ໂຮງ​ໝໍ​ຊົ່ວຄາວ​ທີ່​ກອງ​ກູ້​ໄພ​ສາກົນ​ຈີນ​ສ້າງຂຶ້ນ​,ສາມາດ​ດຳ​ເນີນ​ວຽກ​ງານ​ປີ່ນ​ປົວພະ​ແນ​ກພາຍ​ນອກ​ທົ່ວໄປ​ແລະ​ຜ່າ​ຕັດ​ພາຍ​ນອກ​ເປັນ​ປະຈຳ​ສ່ວນ​ໜຶ່ງ.ກອງ​ກອບ​ກູ້ໄດ້ນຳເອົາເຄື່ອງຜ່າຕັດພາຍນອກ,ເຄື່ອງກວດກາຫົວໃຈເອເລັກໂຕຼນິກ,ເຄື່ອງສົ່ງ​ເຊ​ໂຣມ​ແລະອຸປະກອນອື່ນໆ,ຢາຕ້ານ​ເຊື້ອ,ຢາປົວບາດ​ແຜແລະຢາແກ້ຮ້ອນລວມ 70 ກວ່າຊະນິດ.ຍ້ອນວ່າໂຮງໝໍຫຼັງນີ້ມໍ່ກັບບ່ອນຈັດວາງຜູ້ປະສົບໄພທີ່ໃຫຍ່ກວ່າໝູ່​ໃນ​ແຫ່ງ​ນັ້ນ,​ມື້​ໃດ​ກໍ​ມີຜູ້​ປະສົບ​ໄພ​ຫຼາຍ​ຮ້ອຍ​ຄົນ​ພາ​ກັນມາ​ປີ່ນປົວ​ຢູ່ແຫ່ງ​ນີ້.ນອກ​ຈາກ​ການ​ຊ່ອຍ​ເຫຼືອ​ກອບ​ກູ້ທາງ​ແພດ​ແລ້ວ,​ກອງ​ກູ້ໄພ​ສາກົນ​ຈີນ​ຍັງ​ຮ່ວມ​ມືກັບ​ກອງ​ກອບ​ກູ້ສາ​ກົນ​ອື່ນໆ​ຢ່າງ​ຕັ້ງ​ໜ້າ,ເປີດ​ກວ້າງ​ຂອບ​ເຂດ​ກອບ​ກູ້ຊ່ອຍ​ເຫຼືອ.

ວັນທີ 31 ທັນວາປີ 20043,ຜູ້ຊ່ຽວຊານ 5 ຄົນຂອງ​ກອງ​ກອບ​ກູ້ປີ່ນ​ປົວ​ກອງ​ທີສອງ​ຂອງ​ຈີນ​ເດີນ​ທາງ​ໄປ​ຮອດ​ເຂດ​ປະສົບ​ໄພ​ຮ້າຍ​ແຮງ​ຍ້ອນ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະເລ​ຊູນາ​ມີຢູ່ພາກ​ໃຕ້​ຂອງ​ໄທ.​ປະ​ຈຸບັນ,​ຜູ້​ຊ່ຽວ​ຊານ​ເຫຼົ່າ​ນີ້​ໃຕ້​ອຸນ​ຫະ​ພູມ 35 ອົງ​ສາ​ຢູ່ເຂດ​ປະ​ສົບ​ໄພ,​ເຮັດ​ວຽກ​ກວດ​ກາ​DNA​ຂອງ​ຜູ້​ເສຍ​ຊີວິດ​ທີ່​ບໍ່​ຮູ້​ຖານະ,​ເພື່ອ​ຊອກ​ຮູ້​ຖານະ​ຂອງ​ຜູ້​ເສຍ​ຊີວິດ​ເຫຼົ່ານີ້​ໂດຍ​ໄວ.

​ໃນ​ຄ່ຳ​ຄືນ​ວັນ​ທີ 2 ມັງກອນ​ປີ​ນີ້,ກອງ​ກອບ​ກູ້​ປີ່​ນປົວ​ຈີນກອງທີ​ 3 ໄດ້​ເດີນທາງ​ໄປ​ຮອດ​ໂກ​ລົມ​ບີ​ ນະຄອນຫຼວງ​ສີ​ລັງກາ,​ເມື່ອພັກຜ່ອນ​ຈັດ​ໜ້ອຍ​ແລ້ວ,ກໍ​ຂ້ຽວ​ຄືນເດີນທາງ​ໄປ​ເຮັດ​ວຽກ​ຊ່ອຍ​ເຫຼືອກູ້​ໄພ​ຢູ່​ເຂດ​ປະສົບ​ໄພ​ຮ້າຍ​ແຮງ​ຍ້ອນຄື້ນທະ​ເລ​ຊູ​ນາ​ມີ​ທີ່​ພາກ​ໃຕ້ສີ​ລັງກາ.​ໃນ​ເວລາ​ແນະນຳ​ໜ້າ​ທີ່​ຂອງ​ພວກ​ເຂົ​າ​ເຈົ້າ,ທ່ານ​ວັງ​ປີງ​ຊຽງ ຫົວໜ້າ​ກອງ​ກອບ​ກູ້​ແນະນຳ​ວ່າ:

"ໜ້າ​ທີ່​ສຳຄັນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ເທື່ອ​ນີ້​ແມ່ນ,​ເຂົ້າຮ່ວມ​ວຽກ​ງານ​ຊ່ອຍກອບ​ກູ້​ຜູ້​ບາດ​ເຈັບ​ຢູ່​ເຂດ​ປະສົບ​ໄພ,ນອກ​ນີ້​ຍັງ​ຊ່ອຍ​ເຫຼືອ​ທ້ອງ​ຖິ່ນນັ້ນດຳ​ເນີນ​ວຽກ​ງານ​ປ້ອງ​ກັນ​ພະຍາດ​ລະບາດ."

ທ່ານ​ວັງ​ເວົ້າວ່າ,ກອງ​ກອບ​ກູ້​ພວກ​ເຂົາ​ເຈົ້າ​ກອງ​ນີ້ມີ​ສະມາຊິກ 14 ຄົນ,ປະກອບ​ດ້ວຍ​ຜູ້​ຊ່ຽວຊານ​ທາງ​ດ້ານ​ພະຍາດ​ລະບາດ,ພະ​ແນ​ກກະດູກ,ພະ​ແນ​ກ​ເອິກ,ພະ​ແນ​ກພາຍນອກ​ຫົວ,ພະ​​ແນ​ກພາຍ​ໃນ​ແລະ​ພະ​ຍາດ​ຕັບ​ເປັນຕົ້ນ,ຕ່າງ​​ໄດ້ມາ​ຈາກອົງການ​ປີ່​ນປົວ​ທີ່​ມີ​ຊື່​ສຽງ​ສອງ​ຫຼັງ​ຂອງ​ນະຄອນ​ປັກ​ກິ່ງ,​ໃນ​ນັ້ນມີ​ຫຼາຍຄົນ​ຍັງ​ເຄີຍ​ເຂົ້າຮ່ວມ​ວຽກ​ງານ​ກູ້​ໄພ​ນ້ຳນອງ​ພາຍ​ໃນ​ປະ​ເທດ​ຈີນ,ມີ​ບົດຮຽນອຸດົມສົມບູນ​ໃນ​ດ້ານ​ກອບ​ກູ້​​ແລະ​ປີ່​ນປົວ​ຢູ່​ເຂດ​ປະສົບ​​ໄພ.

ທ່ານ​ເກົາ​ຊຽງ ຮອງ​ລັດຖະມົນຕີ​ປະຈຳການ​ຂອງ​ກະຊວງ​ສາທາລະນະ​ສຸກ​ ​ຈີນ​ເວົ້າວ່າ,ຈີນ​ຍັງ​ຈະ​ເພີ່ມ​ຄວາມ​ແຮງ​ຕື່ມ​ອີກເຂົ້າ​ໃນ​ການກອບ​ກູ້​​ປີ່​ນປົວຍ້ອນ​ໄພແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາສະໝຸດ​ອິນ​ເດຍ.ປະຈຸ​ບັນ,ກະຊວງ​ສາທາລະນະ​ສຸກ​ຈີນ​ໄດ້​ຈັດ​ຕັ້ງ​ກອງ​ກອບ​ກູ້​ 10 ກອງ​ລວມ 150 ຄົນ​ຢູ່​ແຫ່ງ​ຕ່າງໆ,​ພວກ​ເຂົາ​ເຈົ້າ​ຈະ​ໄປ​ເຂດ​ປະສົບ​ໄພ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​ປະ​ສົບ​ໄພຢູ່​ທຸກ​ເວ​ລາ.​ທ່ານ​​ເວົ້າ​ວ່າ:

"ພວກ​ຂ້າພະ​ເຈົ້າ​ໄດ້​ທຳ​ການກະກຽມ​ເປັນ​ຢ່າງ​ດີ​ໃນ​ແຫ່ງ​ຕ່າ​ງໆ​ຂອງ​ຈີນ​ແລ້ວ,​ພວກ​ຂ້າພະ​ເຈົ້າຈະ​ແຕ່ງ​ກອງ​ປີ່​ນປົວ​ໄປ​ເຂດ​ປະສົບ​ໄພ​ຢ່າງ​ທັນ​ການ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ,​ດຳ​ເນີນ​ວຽກ​ງານ​ບໍ​ລິ​ການກອບ​ກູ້​ປີ່​ນປົວ.