ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 15:15:42    
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອີຣັກກ່າວ​ວ່າ ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ຂອງອີຣັກອາດ​ຈະ​ຖືກ​ເລື່ອນ​ເວລາ

cri

ຕາມ​ຂ່າວCRI ,ວັນ​ທີ 3 ມັງກອນ,ທ່ານຮາ​ເຊັມ ອານ​ຊາ​ລານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​​ເທດ​ຂອງ​ລັດຖະບານຊົ່ວ​ຄາວ​ອີຣັກກ່າວ​ວ່າ,ຖ້າ​ຊາວ​ມຸສລິ​ມນິກາຍ​ຊຸນນິດ​ຂອງ​ອີຣັກ​ເຫັນ​ດີ​​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ,​ກໍ​ອາດ​ຈະເລື່ອນ​ເວ​ລາ​ເລືອກ​ຕັ້ງ​ທີ່​​ແຕ່ເດີມ​ຕົກລົງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມັງກອນ


ທ່ານຊາ​ລານກ່າວ​ວ່າ,ລັດຖະບານ​ຊົ່ວຄາວຂອງ​ອີຣັກ​ຫວັງຢາກ​ໃຫ້​ປະ​ເທດ​ອາລັບ​ໂດຍ​ສະ​ເພາະ​ແມ່ນ​ເອຢິບ​ແລະ​ປະ​ເທດ​ອ່າວ​ເປີ​ເຊ່ຍຊັກ​ຊວນ​ໃຫ້ຊາວ​ມຸສລິ​ມ ນິກາຍ​ຊຸນ​ນິດ​ເຂົ້າ​ຮ່ວມ​ກໍ​ຕ້ອງ​ເລື່ອນ​​ເວລາ​​ເລືອກຕັ້ງ​ກໍ​ຕາມ,​ແຕ່ລັດຖະບານ​ຊົ່ວ​ຄາວຂອງ ອີຣັກກໍ່​ໄດ້​ຕ້ອງ​​ໃຫ້​ຊາວ​ມຸສລິ​ມນິກາຍ​ຊຸນ​ນິດມີ​ໂອກາ​ດ​ເທື່ອ​ຫນຶ່ງ.

ທ່ານຊາ​ລານ​ກ່າວ​ວ່າ,ກຳລັງ​ການ​ເມືອງ​ຂອງ​ນິກາຍ​ຊຸນ​ນິດ​ຂວ້ຳ​ບາດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຈະ​ຫມາຍ​ຄວາມ​ວ່າ ມີ​ຄົນປະມານ​ເຄິ່ງຫນຶ່ງ​ໃນ​ສັງຄົມ​ອີຣັກບໍ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ ເທື່ອ​ນີ້,ຫມາ​ຍຄວາມ​ວ່າ​ຜູ່ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ​ລາມາ​ດີ ​ໂມ​ຊູນ​ແລະ​ທີຄຼິດ​ເປັນ​ຕົ້ນ​​ບໍ່​ເຂົ້າ​ຮ່ວມ​ກາ​ນ​ເລືອກ​ຕັ້ງ​ທົ່ວ​ໄປ,ທ່ານ​ຮຽກຮ້ອງ​ໃຫ້​ນິກາຍ​ຊຸນ​ນິດ​ຂອງ​ອີຣັກສະ​ແດງ​ໃຫ້​ເຫັນ​ເຈດ​ຕະດີ​ຂອງ​ຕົນ​ໃນ​ການ​ສ້າງ​ສາອີຣັກຄືນ​ໃຫມ່​