|
|
(GMT+08:00)
2005-01-04 16:12:22
|
|
ຊີວິດຂອງທ່ານຫຼີຊິງຮາວ ນັກທຸລະກິດເອກະຊົນ
cri
Author: zl
ທ່ານຫຼີຊິງຮາວ ປີນີ້ອາຍຸ 50 ປີ,ແມ່ນຜູ້ອຳນວຍການບໍລິສັດເຄື່ອງປັບອາກາດຈື້ກ່າວຫຸ້ນສ່ວນຈຳກັດກວງຕຸ້ງ,ຊຶ່ງແມ່ນວິສາຫະກິດເຄື່ອງປັບອາກາດເອກະຊົນທີ່ໃຫຍ່ກວ່າໝູ່ຂອງຈີນ.ປີ 2004 ເວົ້າສຳລັບທ່ານຫຼີຊິງຮາວແລ້ວ,ມີເລື່ອງເປັນຕາດີໃຈຫຼາຍເລື່ອງລຽນຕິດ,ຄືເຄື່ອງປັບອາກາດຂອງບໍລິສັດ,ຈຳໜ່າຍໄດ້ຫຼາຍຂຶ້ນ 50% ຂຶ້ນໄປ,ດ້ວຍເຫດນີ້,ທ່ານໄດ້ຮັບກຽດເປັນບຸກຄົນປະຕິຮູບແລະປະດິດສ້າງໜຶ່ງໃນ 10 ເດັ່ນຂອງຈີນ,ທ່ານຍັງຖືກວາລະສານຟໍບິສ ຊຶ່ງເປັນວາລະສານການຄ້າທີ່ມີຊື່ສຽງຂອງອາເມລິກາເລືອກເຂົ້າລຽງລຳດັບກັບເສດຖີຂອງແຜ່ນດິນໃຫຍ່ຈີນເທື່ອ 3 ແລ້ວ.
ເຮືອນຂອງທ່ານຫຼີຊິງຮາວຢູ່ບ້ານເຟີງກາງເມືອງໂຟຊານແຂວງກວງຕຸ້ງຈີນ,ຫ່າງຈາກກວງໂຈວ ເມືອງທ່າທີ່ມີຊື່ສຽງທາງພາກໃຕ້ຂອງຈີນຂີ່ລົດບໍ່ຮອດ 1 ຊົ່ວໂມງກໍໄປຮອດ.ເຖິງວ່າແມ່ນຊົນນະບົດ,ແຕ່ບໍ່ເຫັນນາສວນແລ້ວ,ເຮືອນຂອງຊາວບ້ານ,ຮ້ານຄ້າແລະອາຄານໂຮງງານທີ່ແຈກຢາຍຢູ່ແຫ່ງຕ່າງໆ,ເບິ່ງແລ້ວກໍຄືຢູ່ໃນເມືອງນ້ອຍເມືອງໜຶ່ງອ້ອຍຕ້ອຍ.
ຢູ່ໃນບ້ານນີ້,ເຮືອນຂອງທ່ານຫຼີຊິງຮາວບໍ່ປະຈັກຕາປານໃດ,ແມ່ນຕຶກ 4 ຊັ້ນທາສີບົວ.ຊັ້ນທີໜຶ່ງແມ່ນໂຮງຫັດຖະກຳເຮັດຖົງມືຝ້າຍທີ່ໄຂມາສິບກວ່າປີແລ້ວ;ບ່ອນກິນບ່ອນນອນແມ່ນຢູ່ຊັ້ນສອງຂຶ້ນໄປ.ເຄື່ອງເຮືອນຂອງທ່ານຫຼີຊິງຮາວກໍທຳມະດາ,ສ່ວນຫຼາຍແມ່ນເຟີນິດເຈີໄມ້,ຢູ່ແຈໜຶ່ງໃນຫ້ອງຮັບແຂກຍັງມີຈັກຫຍິບແບບເກົ່າເຄື່ອງໜຶ່ງ.
ທ່ານຫຼີຊິງຮາວມີລູກສາວສອງຄົນ,ແມ່ຂອງທ່ານອາຍຸ 80 ປີແລ້ວກໍຢູ່ນຳກັນກັບພວກເພິ່ນ.ທ່ານຫຼີຊິງຮາວກັບເມຍເພິ່ນລ້ວນແຕ່ຫຍຸ້ງນຳວຽກບໍລິສັດຫຼາຍ,ລູກສາວສອງຄົນ ຜູ້ໜຶ່ງໄປຮຽນຢູ່ນິວຊິແລນ,ຜູ້ໜຶ່ງຮຽນຢູ່ໂຮງຮຽນມັດທະຍົມປາຍໃນເມືອງ,ຍາມທຳມະດາຕ່າງຂຸ້ນນຳວຽກຂອງໃຜລາວ,ເວລາເຕົ້າໂຮມກັນບໍ່ຫຼາຍ,ມີແຕ່ແມ່ເຖົ້າແລະຜູ້ເອື້ອຍລ້ຽງຢູ່ເຮືອນ.
ແມ່ເຖົ້າບອກນັກຂ່າວວ່າ,ຊີວິດການເປັນຢູ່ຂອງເພິ່ນແຕ່ລະມື້ກໍມີແນວເບິ່ງແນວເຮັດສົມບູນຫຼາຍຄືກັນ,ນອກຈາກເບິ່ງໂທລະທັດແລ້ວ,ເພິ່ນຍັງເຮັດວຽກບາງຢ່າງຢູ່ໃນເຮືອນຕາມຄວາມສາມາດຂອງຕົນ,ເພິ່ນມັກຕັດຫຍິບເຄື່ອງນຸ່ງ.ແມ່ເຖົ້າເປັນຄົນຈ່ອຍຜອມ,ແຕ່ມີຈິດໃຈເບີກບານ,ສຽງເວົ້າກໍແຈ້ງດີ ທັງເວົ້າໄວ.ແມ່ເຖົ້າເວົ້າວ່າ:
"ລູກຊາຍອອກເຮືອນແຕ່ 6 ໂມງເຊົ້າ,ຂຸ້ນວຽກຫຼາຍ.ກາງເວັນ ບໍ່ມີເວລາເມືອເຮືອນ,ບາງເທື່ອອາທິດໜຶ່ງມີແຕ່ເມືອເຮືອນສອງສາມເທື່ອໃນຍາມຄ່ຳ."
ທ່ານຫຼີຊິງຮາວເປັນຄົນບໍ່ສູງປານໃດ,ມີຫຍັງກໍເວົ້າໂລດ.ທ່ານເກີດຢູ່ຄອບຄົວຊາວນາ,ພໍ່ເສຍແຕ່ດົນແລ້ວ,ແມ່ເບິ່ງແຍງແລະລ້ຽງລູກຫຼາຍຄົນຜູ້ດຽວ.ໃນຄາວນັ້ນ,ຊີວິດການເປັນຢູ່ລຳບາກກາກກຳທີ່ສຸດ,ສະນັ້ນຍັງບໍ່ທັນຮຽນຈົບມັດທະຍົມປາຍ,ທ່ານຫຼຊິງຮາວກໍຈຳເປັນຕ້ອງເຊົາຮຽນ.
ເພື່ອຫາລ້ຽງຄອບຄົວ,ທ່ານຫຼີຊິງຮາວເຄີຍຄ້າຂາຍ,ເຄີຍເປີດຮ້ານ.ເມື່ອ 10 ປີກ່ອນ,ທ່ານໄດ້ຕັ້ງໂຮງງານສ້ອມແປງເຄື່ອງຈັກແຊ່ເຢັນ,ຄ່ອຍໆຂະຫຍາຍອອກ,ດຽວນີ້,ໂຮງງານນ້ອຍດັ່ງກ່າວໄດ້ກາຍເປັນກຸ່ມວິສາຫະກິດທັນສະໄໝຂະໜາດໃຫຍ່ທີ່ກ່ຽວພັນຫຼາຍຂົງເຂດເຊັ່ນ:ແອເຢັນ ເອເລັກໂຕຼນິກ ອຸດສາຫະກຳເຄມີແລະກິດຈະການຊີວະຊາດເປັນຕົ້ນ,ສົ່ງຂາຍໃຫ້ 200 ກວ່າປະເທດແລະເຂດແຄວ້ນໃນທົ່ວໂລກ.
ແຂວງກວງຕຸ້ງ ບ້ານເກີດຂອງທ່ານຫຼີຊິງຮາວ,ແມ່ນເຂດໜຶ່ງທີ່ເສດຖະກິດເອກະຊົນພັດທະນາໄວກວ່າໝູ່ຂອງຈີນ,ໃນໄລຍະຕົ້ນຊຸມປີ 90 ສະຕະວັດທີ່ແລ້ວ,ວິສາຫະກິດເອກະຊົນກັບລັດວິສາຫະກິດແລະວິສາຫະກິດຮວມໝູ່ 3 ພາກສ່ວນກໍໄດ້ພັດທະນາພ້ອມກັນໃນທົ່ວປະເທດ.ທ່ານຫຼີຊິງຮາວເວົ້າວ່າ,ໃນ 10 ປີມານີ້,ກໍຍ້ອນວ່າໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກອົງການປົກຄອງທ້ອງຖິ່ນ,ວິສຫາະກິດຂອງທ່ານຈຶ່ງສາມາດພັດທະນາໄວປານນີ້.ທ່ານເວົ້າວ່າ:
"ປະສິດທິຜົນວຽກງານແລະສະຕິບໍລິການຂອງຂະແໜງການອົງການປົກຄອງໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ.ເມື່ອໄດ້ຍິນວ່າ ພວກຂ້າພະເຈົ້າຢາກເຂົ້າຕະຫຼາດ,ພະນັກງານພະແນກການການທະນາຄານຂອງອົງການປົກຄອງຍັງມາຢາມຂ້າພະເຈົ້າຢູ່ກັບເຮືອນ,ຖາມວ່າ ພວກຂ້າພະເຈົ້າຕ້ອງການໃຫ້ຊ່ອຍເຫຼືອໃນດ້ານໃດແດ່.ລັດຖະບານຍັງພິຈາລະນາບັນຫາຕາງວິສາຫະກິດ,ເວົ້າສຳລັບພວກຂ້າພະເຈົ້າແລ້ວ,ນີ້ກໍແມ່ນການສະໜັບສະໜູນຢ່າງແຂງແຮງ."
ປະຈຸບັນ,ກຸ່ມຈື້ກ່າວໄດ້ຮ່ວມມືກັບກຸ່ມວິສາຫະກິດຂ້າມຊາດຫຼາຍກຸ່ມໃນໂລກ.ໃນຂະນະທີ່ພັດທະນາວິສາຫະກິດນັ້ນ,ທ່ານຫຼີຊິງຮາວກໍຄຶດເລື້ອຍໆວ່າຕົນເອງສາມາດເຮັດຫຍັງແດ່ເພື່ອຊາວບ້ານໂຕເອງ.ພາລະກອນບໍ່ໜ້ອຍໃນບໍລິສັດຂອງທ່ານມີຫຼາຍໆຄົນກໍແມ່ນຊາວບ້ານຕົນເອງ,ແຕ່ລະເດືອນ,ຜູ້ເຖົ້າຜູ້ແກ່ໃນບ້ານທີ່ອາຍຸ 55 ປີຂຶ້ນໄປກໍຈະໄດ້ຮັບຄ່າຄອງຊີບທີ່ທ່ານເບີກໃຫ້;ທ່ານຍັງອອກເງິນສ້າງສະໜາມບານບ້ວງ,ສະລອຍນ້ຳ,ໂຮງລ້ຽງຜູ້ເຖົ້າ,ແລະສວນສາທາລະນະໃນບ້ານ.
ຢູ່ເບື້ອງຫຼັງຜົນສຳເລັດຂອງທ່ານຫຼີຊິງຮາວ,ແມ່ນການສະໜັບສະໜູນສຸດຄວາມສາມາດຂອງນາງໂຈວວານຫຼິງເມຍຂອງທ່ານີ້.ແມ່ຍິງທີ່ເປັນຄົນຊື່ບໍ່ຊ່າງປາກເວົ້າຜູ້ນີ້,ເຮັດຫຍັງກໍມີໃຈມານະອົດທົນ.ໃນເວລາທີ່ຜົວພະຍາຍາມເຮັດວຽກເພື່ອຊີວິດການເປັນຢູ່ຂອງໝົດຄອບຄົວນັ້ນ,ນອກຈາກເຮັດວຽກຢ້າວການເຮືອນຢ່າງບໍ່ຈົ່ມບໍ່ວ່າຫຍັງແລ້ວ,ຕົນເອງຍັງຊອກຫາໂອກາດຄ້າຂາຍ.ດຽວນີ້ ວຽກງານຂອງຜົວໄດ້ຮັບຜົນສຳເລັດແລ້ວ,ແຕ່ນາງກໍບໍ່ຢູ່ລ້າ.ນາງຂີ່ລົດຈັກເຂົ້າການເລີກການຄືກັບພາລະກອນທຳມະດາອື່ນໆ.ໃນເວລາຫວ່າງ,ນາງມັກໄປເລາະຕະຫຼາດຊື້ຊີ້ນຊື້ປາ,ຊື້ຜັກຊື້ໝີ່ເມືອແຕ່ງອາຫານແຊບໆສູ່ຄອບຄົວກິນ.
ທຳມະດາແລ້ວ,ລູກຂອງທ່ານຫຼີຊິງຮາວບໍ່ຫ່ອນຄືທ່ານ,ໃນຍາມນ້ອຍ,ບໍ່ໄດ້ຮຽນຕໍ່ຍ້ອນທຸກຍາກ.ດຽວນີ້,ລູກສາວຫຼ້າຂອງທ່ານພວມຮຽນຢູ່ໂຮງຮຽນເອກະຊົນທີ່ຄ່າຮຽນແພງຫຼາຍຢູ່ໃນບ້ານ,ສ່ວນນາງຫຼີຊິ້ວເຫີ ລູກສາວກົກພໍ່ແມ່ໄດ້ສົ່ງໄປຮຽນຢູ່ນິວຊີແລນ.ໃນເດືອນກັນຍາປີ 2004 ,ນາງໄດ້ກັບມາຢາມພໍ່ແມ່,ການປ່ຽນແປງຂອງບ້ານເກີດເຮັດໃຫ້ນາງຮູ້ສຶກຕົກໃຈຫຼາຍ.ນາງເວົ້າວ່າ:
"ບ້ານເຮົາງາມກວ່າເກົ່າຫຼາຍ,ພໍ່ກໍຍ້າຍໄປເຮັດການຢູ່ຕຶກໃໝ່,ອາຄານໂຮງງານກໍກຳລັງສ້າງໃໝ່,ທຸກສິ່ງທຸກຢ່າງມີການປ່ຽນແປງຫຼາຍ,ຈົນເກືອບຊອກຫາເຮືອນຕົນເອງບໍ່ເຫັນ."
ລູກສາວສອງຄົນຂອງທ່ານຫຼີຊິງຮາວເຕີບໃຫຍ່ໃນຄອບຄົວທີ່ມີບັນຍາກາດສະບາຍອົກສະບາຍໃຈ.ພໍ່ແມ່ຢາກໃຫ້ລູກຮຽນຄວາມຮູ້ໃຫ້ຫຼາຍໆ,ແຕ່ກໍບໍ່ຕັ້ງໃຈໃຫ້ພວກເຂົາເຈົ້າເປັນຜູ້ສືບທອດວິສາຫະກິດຂອງວົງຕະກຸນ.ທ່ານຫຼີຊິງຮາວເວົ້າວ່າ,ໃນອະນາຄົດ,ວິສາຫະກິດນີ້ຈະມອບໃຫ້ໃຜບໍ່ສຳຄັນ,ສິ່ງສຳຄັນແມ່ນຄົນຜູ້ນີ້ມີຄວາມສາມາດນຳພາວິສາຫະກິດກ້າວໄປໜ້າຫຼືບໍ່.ທ່ານເວົ້າວ່າ:
"ຖ້າວ່າ,ລູກສາວມີຄວາມສາມາດຫຼາຍກວ່າໝູ່ແລະດີເລີດກວ່າໝູ່,ແນ່ນອນຂ້າພະເຈົ້າຕ້ອງມອບໃຫ້ລູກສາວຄຸ້ມຄອງ.ໃນອະນາຄົດ ຂ້າພະເຈົ້າຍ່ອມຈະມອບວິສາຫະກິດໃຫ້ຜູ້ທີ່ຂ້າພະເຈົ້າເຫັນວ່າ ເກັ່ງທີ່ສຸດແລະມີຄວາມສາມາດທີ່ສຸດ,ເພາະວ່າ ຂ້າພະເຈົ້າຕ້ອງຮັບຜິດຊອບຕໍ່ບໍລິສັດຈື້ກ່າວແລະສັງຄົມ."
ສ່ວນລູກສາວກໍເຂົ້າໃຈແລະນັບຖືພໍ່ທີ່ສຸດ.ຄວາມເວົ້າທີ່ພໍ່ມັກເວົ້ານຳພວກນາງເລື້ອຍໆກໍແມ່ນ:ວ່າແຕ່ດຸໝັ່ນ,ໃນໂລກນີ້ບໍ່ມີເລື່ອງຍາກຫຍັງໝົດ,ວ່າແຕ່ດຸໝັ່ນ,ບໍ່ມີເລື່ອງໃດທີ່ພວກເຮົາເຮັດບໍ່ສຳເລັດ.ນີ້ອາດຈະແມ່ນຄວາມລັບທີ່ພາໃຫ້ທ່ານຫຼີຊິງຮາວໄດ້ຮັບຜົນສຳເລັດ.
|
|
|