ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 16:13:11    
ການ​ປ້ອງ​ກັນ​ພະຍາດລະບາດ​ໄດ້​ກາຍ​ເປັນ​ວຽກ​ງານ​ສຳຄັນ​ກວ່າ​ໝູ່​ໃນ​ເຂດ​ປະສົບ​ໄພອາຊີ

cri

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​ໄດ້​ຜ່ານ​ໄປ​ໜຶ່ງ​ອາທິດ​ແລ້ວ, ຄຽງຄູ່​ກັບ​ເວລາ​ຜ່ານ​ພົ້ນ​ໄປ, ວຽກ​ງານ​ຊອກ​ຫາ​ຜູ່​ລອດ​ຕາຍ​ຂອງ​ປະ​ເທດ​ປະສົບ​ໄພ​ອາຊີ​ໃຕ້​ແລະ​ອາຊີ​ອາຄະ​ເນມໍ່​ຈະ​ສິ້ນ​ສຸດ​ລົງ​ແລ້ວ. ການ​ປ້ອງ​ກັນ​ພະຍາດລະບາດ​ໄດ້​ກາຍ​ເປັນ​ວຽກ​ງານ​ສຳຄັນ​ກວ່າ​ໝູ່​ໃນເຂດ​ປະສົບ​ໄພ.

ຕາມ​ສະຖິຕິຫຼ້າສຸດ​ທີ່​ປະກາດ​ໃນ​ວັນ​ທີ 3 ມັງກອນ, ມີ 1 ​ແສນ 4 ໝື່ນ​ກວ່າ​ຄົນ​ໄດ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີມະຫາ​ສະໝຸດ​ອິນ​ເດຍ​ເທື່ອ​ນີ້. ປະຈຸ​ບັນ ຍອດ​ຈຳນວນ​ເງິນ​ທີ່​ປະຊາ​ຄົມ​ໂລກ​ໃຫ້​ຄຳ​ໝັ້ນສັນຍາ​ຈະ​ສະໜອງ​ໃຫ້​​ເຂດ​ປະສົບ​ໄພ​ຂອງ​ບັນດາ​ປະ​ເທດນັ້ນ​ໄດ້​ລື່ນ​ກາຍ 2 ​ຕື້​ໂດ​ລາ​ສະຫະລັດ​ແລ້ວ. ຢູ່​ບາງ​ຕົວ​ເມືອງ​ທີ່​ປະ​ສົບ​ໄພ​ຮ້າຍ​ແຮງ​ຢູ່​ແຂວງ​ອາ​ເຊ​ແຫ່ງ​ອິນ​​ໂດ​ເນ​ເຊຍ, ຜູ່​ກອບ​ກູ້​ເລີ່​ມ​​ແຈກ​ຢາຍ​ອາຫານ ນ້ຳ​ກິນ​​ເປັນ​ຕົ້ນ​ໄປ​ໃຫ້ຜູ່​ປະສົບ​ໄພ. ​ເນື່ອງ​ຈາກ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ໄດ້​ເກີດ​ຂຶ້ນ​ເປັນ​ເວ​ລາ​ໜຶ່ງ​ອາ​ທິດ​ແລ້ວ, ຜູ່​ຊ່ຽວຊານ​ກອບ​ກູ້​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ຜູ່​ຫາຍ​ສາບ​ສູນ​ໃນ​ຄື້ນ​ທະ​ເລ​ຊູ​ນາ​ມີ​ອາດ​ຈະ​​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຍັງ​ມີ​ຊີວິດ​ລອດ, ວຽ​ງານ​ຊອກ​ຫາ​ຜູ່​ລອດ​ຕາຍ​ຈະ​ສິ້ນ​ສຸດ​ລົງ.

​ໃນ​ຂະນະ​ດຽວ​ກັນ​ຜູ່​ປະສົບ​ໄພ​ນັບ​ເປັນ​ພັນ​ເປັນ​ໝື່ນ​ຄົນ​ຂອງ​ອິນ​ໂດ​ເນ​ເຊຍ ອິນ​ເດຍ​ແລະ​ສີ​ລັງກາ​ເປັນຕົ້ນພວມ​ປະ​ເຊີນ​ໜ້າ​ກັບ​ສະພາບ​ບໍ່​ມີ​ທີ່​ຢູ່​ເພີ່ງ​ພາ​ອາ​ໄສ. ​ໃນຫຼາຍມື້​ມາ​ນີ້, ​ປາຍ​ແ​ຜ່ນ​ດິນ​ໄຫວ​ຢູ່​ເຂດ​ທະ​ເລ​ມໍ່​ກັບ​ເກາະ​ຊູ​ມັດທຼາ​ແຫ່ງ​ອິນ​ໂດ​ເນ​ເຊຍ​ຍັງ​ມີ​ຢູ່​ບໍ່​ຂາດ, ​ແຂວງ​ອາ​ເຊ​ມີ​ຝົນ​ຕົກ​​ແຮງ​ລຽນຕິດ, ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ສີ​ລັງກາ​ກໍ່​ມີ​ຝົນຕົກ​ແຮງ​ທັງ​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ, ​ໄດ້​​​ທຳລາຍ​ທີ່​ຢູ່​ອາ​ໄສ​ທີ່​ກໍ່​ຂຶ້ນຊົ່ວຄາວ​​ໃຫ້​ຜູ່​ປະສົບ​ໄພ. ​ເນື່ອງ​ຈາກ​ທາງ​ຫຼວງ​ແລະສິ່ງ​ກໍ່ສ້າງຄົມມະນາຄົມ​ຖືກ​ທຳລາຍຢ່າງ​ໜັກໜ່ວງ​ໃນ​ຄື້ນທະ​ເລຊູ​ນາ​ມີ, ​ໄດ້​ຂັດ​ຂວາງ​ການ​ຂົນ​ສົ່ງ​ວັດຖຸ​ກອບ​ກູ້, ວັດຖຸຊ່ອຍ​ເຫຼືອ​ເປັນ​ຈຳນວນຫຼວງຫຼາຍຖືກ​ກອງ​ຢູ່​ເດີ່ນ​ຍົນ​ແລະ​ທ່າ​ກ່ຳ​ປັ່ນ​ຕົ້ນຕໍ, ບໍ່​ສາມາດ​ສົ່ງ​ໄປ​​ໃຫ້​ຜູ່​ປະສົບ​ໄພ​ໄດ້​ຢ່າງ​ທັນ​ການ, ສະ​ພາບ​ການ​ດຳ​ລົງ​ຊີວິດ​ຂອງ​ຜູ່​ປະສົບ​ໄພ​ຂີ້ຮ້າຍ​ທີ່​ສຸດ. ວຽກງານ​ກອບ​ກູ້​​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຢ່າງ​ຂ້ຽວຂາດ.

​ໂດຍ​ປະ​ເຊີນ​ໜ້າ​ກັບ​ສະພາບ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ໜັກໜ່ວງ​ໃນ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລຊູ​ນາ​ມີ, ຍ້ອນ​ຂາດ​ເຂີນຜູ່​ກອບ​ກູ້​ ຈຶ່ງ​ບໍ່​ໄດ້​ຝັງ​ຜູ່​ປະສົບ​​ເຄາະຮ້າຍ​ຢ່າງ​ທັນ​ການ ​ຊາກ​ສົບ​ເຫຼົ່ານັ້ນ​ເນົ່າ​ເໝັນ, ນ້ຳ​ກິນ​ກໍ​ຖືກ​ເຊື່ອມ​ພິດ. ​ເຄື່ອງ​ປະກອບ​ການ​ປິ່ນປົວ​ຢູ່​ເຂດ​ປະສົບ​ໄພ​ຄື​ຢູ່​ແຂວງ​ອາ​ເຊ​ແຫ່ງ​ອິນ​ໂດ​ເນ​ເຊຍ​ເປັນ​ຕົ້ນຖືກ​ທຳລາຍ​ຢ່າງ​ໜັກໜ່ວງ​ໃນ​ຄື້ນທະ​ເລ​ຊູ​ນາ​ມີ, ລະບົບ​ການ​ປິ່ນປົວ​ຢູ່​ບາງ​ທ້ອງ​ຖິ່ນ​ໝູນ​ເດີນ​ບໍ່​ໄດ້, ຂາດ​ເຂີນ​ຢຸກຢາ. ບາດ​ແຜ​ຂອງ​ຜູ່​ປະສົບ​ໄພ​ຈຳນວນ​ໜຶ່ງ​ບໍ່​ໄດ້​ຮັບ​ການ​ຊຳລະ​ຢ່າງ​ທັນ​ການ, ອາການ​ເຈັບ​ອາດ​ຈະ​ໜັກ​ເຂົ້າ.

ອົງການ​ອະນາ​ໄມ​ໂລກ່າວ​ວ່າ, ຢູ່​​ເຂດ​ປະສົບ​ໄພ​ມີ​ຄວາມອັນຕະລາຍ​ທີ່​ຈະເກີດ​ໂຣກ​ລະ​ບາດ​ຢ່າງ​ຂະໜາດ​ໃຫຍ່, ຕາບ​ໃດ​ໂຣກລະບາດ​ແຜ່​ລາມ​ອອກ​ຢູ່​ເຂດ​ປະສົບ​ໄພ​ຢ່າງ​ກວ້າງ​ຂວາງ​ແລ້ວ, ຈຳນວນຄົນ​ເສຍ​ຊີວິດ​ຍ້ອນ​ໂຣກລະບາດ​ອາດ​ຈະ​ລື່ນ​ກາຍ​ຈຳນວນ​ຄົນ​ເສຍ​ຊີ​ວິດ​ໃນ​ຄື້ນ​ທະ​ເລ​ຊູ​ນາ​ມີ​ກໍ​ອາດ​ເປັນ​ໄປ​ໄດ້.

ວັນ​ທີ 1 ມັງກອນ, ​ເຈົ້າໜ້າ​ທີ່​ອົງການ​ອະນາ​ໄມ​ໂລກ​​ເຜີຍ​ໃຫ້​ຮູ້​ວ່າ, ຢູ່​ຄ້າຍ​ຜູ່​ປະສົບ​ໄພ​ຂອງ​ອິນ​ເດຍ​ແລະ​ສີ​ລັງ​ກາທີ່​ຖືກ​ຄື້ນທະ​ເລ​ຊູ​ນາ​ມີກະ​ໜ່ຳນັ້ນ​ໄດ້​ພົບ​ເຫັນ​ມີ​ຄົນ​ເປັນ​ໂຣກ​ທ້ອງບິດ​ແລ້ວ, ການ​ລາຍ​ງານ​ມີ​ຜູ່​ເປັນ​ໂຣກທ້ອງບິດ​ກໍ່​ພວມ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຂາດ​ສາຍ. ນອກ​ນີ້ ຕາມ​ຂ່າວ​ຈາກ​ອິນ​ໂດ​ເນ​ເຊຍ, ຢູ່​ເຂດ​ປະສົບ​ໄພ​ແຂວງ​ອາ​ເຊ​ໄດ້​ເລີ່​ມພົບ​ເຫັນ​ມີ​ຜູ່​ປະສົບ​ໄພ​ເສຍ​ຊີວິດ​​ໂດຍ​ຕົ້ນຕໍ​ແມ່ນຍ້ອນ​ເປັນ​ປອດ​ອັກ​ເສບ​ແລະ​ຜິວ​ໜັງ​ຊຶມ​ເຊື້ອ. ອົງ​ການ​ອະນາ​ໄມ​ໂລກ​ພວມ​ໃຊ້​ມາດ​ຕະການ​ດ່ວນ​ດຳ​ເນີນ​ການ​ປິ່ນປົວ​ແລະ​ແຈກ​ຢາຍ​ຢຸກ​ຢາ, ປ້ອງ​ກັນ​ບໍ່​ໃຫ້​ໂຣກ​ລະ​ບາດ​ແຜ່​ລາມ​ອອກ.

​ເຖິງ​ວ່າ​ປະຈຸບັນ​ຍັງ​ບໍ່​ມີ​ວີ​ແວວ​​ເກີດ​ໂຣກຮ່າ​ກໍ່ຕາມ, ​ແຕ່​ອົງການ​ທີ່​ກ່ຽວ​ຂ້ອງ​ເຕືອນ​ໃຫ້​ບັນດາ​ປະ​ເທດ​ປະສົບ​ໄພ​ຕ້ອງ​ປ້ອງ​ກັນ​ຄວາມ​ອັນຕະລາຍ​ທີ່​ຈະ​ເກີດໂຣກລະບາດ, ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ລ່ວງ​ໜ້າ.

ສະພາບ​ການໄພຂອງ​ເຂດ​ອາຊີ​ໃຕ້​ແລະ​ອາຊີ​ອາຄະ​ເນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ປະຊາ​ຄົມ​ໂລກ, ​​ເພື່ອ​ຫາລື​ຍຸດ​ທະ​ສາດ​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ, ອາຊ​ຽນຈະ​ໄຂ​ກອງ​ປະຊຸມວິ​ສາ​ມັນ​ຜູ່​ນຳ​ອາຊ​ຽນກ່ຽວ​ກັບ​ບັນຫາຫຼັງ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີຢູ່​ຢາ​ກາກ​ຕາ​ໃນ​ວັນ​ທີ 6 ມັງກອນ. ຜູ່​ນຳ​ແລະ​ຜູ່​ແທນ​ຂອງປະ​ເທດ​ປະສົບ​ໄພຄື​ອິນ​​ໂດ​ເນ​ເຊຍ ​ໄທ​ ​ສີ​ລັງກາແລະອິນ​ເດຍ​ເປັນຕົ້ນ​ແລະປະ​ເທດ​ບໍລິຈາກ​ຄື​ຈີນ ອົສຕຼາລີ​ແລະ​ຍີ່ປຸ່ນ​ເປັນຕົ້ນ ພ້ອມ​ດ້ວຍຂອງອົງການ​ຈັດຕັ້ງສາກົນ​ທີ່​ກ່ຽວຂ້ອງ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ຕາມ​ຄຳ​ເຊີນ, ຜູ່​ແທນ​ທີ່​ຮ່ວມ​ປະຊຸມ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ທີ່​ປະຊາ​ຄົມ​ໂລກ​ຊ່ອຍ​ເຫຼືອປະ​ເທດ​ປະສົບ​ໄພ​ກູ້​ໄພ ສ້າງສາ​ຄືນ​ໃໝ່​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ໄພ​ໃນພາກພື້ນ​ເປັນຕົ້ນ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ​ທີ່​ຟັງ​ມານັ້ນ ​ແມ່ນ​ບົດ​ແຈ້ງ​ຂ່າວ​ສາກົນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ການ​ປ້ອງ​ກັນ​ພະຍາດລະບາດ​​ໄດ້ກາຍ​ເປັນ​ວຽກ​ງານ​ສຳຄັນ​ກວ່າ​ໝູ່​ໃນເຂດ​ປະສົບ​ໄພອາຊີ.