ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 20:32:27    
ຈີນ​ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ກູ້​ໄພ​ແລະ​ວຽກ​ງານ​ສ້າງ​ສາ​ຄືນ​ໃໝ່​ຢູ່​ປະ​ເທດ​ປະ​ສົບ​​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ຢູ່​ມະ​ຫາ​ສະ​ໝຸດ​ອິນ​ເດຍ

cri Author: q
ຕາມ​ຂ່າວCRI,​ ໃນ​ຕອນ​ຄ່ຳ​ວັນ​ທີ3​ມັງກອນ ,ທ່ານ​ຊຸຍ​ທຽນ​ຄາຍ ຫົວໜ້າ​ກົມ​ອາ​ຊີ​ກະ​ຊວງ​ການ​ຕ່າງປະ​​ເທດ​ຈີນ​ຕ້ອນຮັບ​ການ​ເຂົ້າ​ສຳພາດ​ໂດຍ​ຈຳ​ເພາະ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ພວກ​ເຮົາ​,ທ່ານ​ກ່າວ​ວ່າ,​ເງິນ​ຊ່ອຍ​ເຫຼືອ​ຈຳນວນ500​ລ້ານ​ຢວນທີ່​ລັດຖະບານ​ຈີນ​ສະ​ໜອງ​ໃຫ້​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາມີຢູ່​ມະຫາ​ສະໝຸດ​ນັ້ນ​ບໍ່​ພຽງ​ແຕ່​ໃຊ້​ໃນ​ການ​ກູ້​ໄພ​ຂອງ​ປະ​ເທ​ດ​ເຫຼົ່າ​ນີ້,ຫາກ​ຍັງ​ຈະ​ໃຊ້​​ໃນ​ການ​ສ້າງບ້ານ​ແປງ​ເມືອງ​ຄືນ​ໃໝ່​ຫຼັງ​ໄພ​ພິ​ບັດ.​ປະ​ຈຸ​ບັນ,​ລັດ​ຖະ​ບານ​ຈີນ​ພວມ​ຫາລື​ກັບ​ລັດຖະບານ​ ​ປະ​ເທດ​ປະສົບ​ໄພ​ກ່ຽວ​ກັບ​ ການ​ປະ​ຕິ​ບັດ​ການ​ຊ່ອຍ​ເຫຼືອ​.

ທ່ານ​ຊຸຍ​ທຽນ​ຄາຍ​ສະ​ເໜີ​ໃຫ້​ຮູ້​ວ່າ,ພາຍຫຼັງ​ຢູ່ມະຫາ​ສະໝຸດ​ອິນ​ເດຍ​​ເກີດ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ແລ້ວ,ລັດຖະບານ​ຈີນ​ໄດ້​ຫ້າງ​ຫາ​ພັດ​ສະດຸ​ຢ່າງ​ໄວວາ,​ໃຫ້​ການ​ຊ່ອຍ​ເຫຼືອ​ຢ່າງ​ທັນ​ການ,ອັນ​​ໄດ້​ຮັບ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຈາກ​ລັດຖະບານ​ແລະ​ປະ​ຊາ​ຊົນ ​ບັນດາ​ປະ​ເທດ​ປະສົບ​ໄພ​ແລະ​ຄວາມ​ຍ້ອງຍໍ​ຂອງປະຊາ​ຄົມ​ໂລກ.