|
|
 |
| (GMT+08:00)
2005-01-04 20:40:06
|
|
ກອງປິ່ນປົວຈີນດຳເນີນການກອບກູ້ຢ່າງເປັນທາງການຢູ່ສີລັງກາ
cri
Author: q
ຕາມຂ່າວCRI,ເວລາ8ໂມງເຊົ້າວັນທີ4ມັງກອນ ເວລາທ້ອງຖິ່ນ,ກອງປິ່ນປົວຈີນທີ່ຊ່ອຍເຫຼືອເຂດປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີຢູ່ສີລັງກາໄດ້ດຳເນີນການເຄື່ອນໄຫວກອບກູ້ຢ່າງເປັນທາງການຢູ່ເຂດ"ການ"ທີ່ປະສົບໄພ.
ທ່ານວາງປິງສຽງ ຫົວໜ້າກອງປິ່ນປົວຈີນສະເໜີໃຫ້ຮູ້ວ່າ,ນັບມາຮອດຕອນເຊົ້າ11ໂມງຂອງວັນທີ4ມັງກອນ ເວລາທ້ອງຖິ່ນ.ກອງປິ່ນປົວຈີນໄດ້ປົວຜູ້ບາດເຈັບ30ກວ່າຄົນ.ການ ກອບກູ້ປິ່ນປົວຂອງກອງປິ່ນປົວໄດ້ຮັບຄວາມຊົມເຊີຍຢ່າງອົບອຸ່ນແລະຄວາມຍ້ອງຍໍຈາກມວນຊົນທ້ອງຖິ່ນດັ່ງກ່າວ.ສະມາຊິກກອງປິ່ນປົວຈີນພາກັນກ່າວວ່າ,ພວກເຂົາເຈົ້າໄດ້ກຽມພ້ອມແລ້ວຈະຜ່ານຜ່າຄວາມຫຍຸ້ງຍາກທຸກປະການ, ອອກແຮງສຸດຂີດເຂົ້າຮ່ວມການເຄື່ອນໄຫວກູ້ໄພ,ເຮັດວຽກງານກອບກູ້ປິ່ນປົວໃຫ້ດີ.
|
|
|