ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 21:06:53    
CRI ບໍລິຈາກ​ເງິນ​ໃຫ້​ປະ​ເທດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ

cri Author: lm

ຕາມ​ຂ່າວCRI: ​ເລີ່​ມ​ແຕ່​ວັນ​ທີ 4 ມັງກອນ​ເປັນຕົ້ນ​ໄປ, ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫຼື CRI ​ໄດ້​ຈັດຕັ້ງພະນັກງານບໍລິຈາກ​ເງິນ​ໃຫ້​ປະ​ເທດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ.

ກ່ອນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ບໍລິຈາກ, ທ່ານ​ວາງ​ເກິ​ງໜຽນ ຫົວໜ້າ CRI ​ໄດ້​ໃຫ້​ສຳ​ພາດ, ສະ​ແດງ​ຄວາມ​ຖາມ​ຂ່າວ​ໄປ​ຍັງ​ມວນ​ຊົນ​ປະ​ເທ​ດປະສົບ​ໄພ, ​ແລະ​ຮຽກຮ້ອງ​ໃຫ້​ພະ​ນັກ​ງານ CRI ໝົດ​ທຸກ​ຄົນ​ບໍລິຈາກ​ເງິນ​ໃຫ້​ປະ​ເທດ​ປະສົບ​ໄພ​ຢ່າງ​ຫ້າວຫັນ.

ບຸ​ກຄົນ​ທີ່​ກ່ຽວຂ້ອງ​ຂອງ CRI ກ່າວ​ວ່າ, CRI ​ໃນ​ຖານ​ເປັນ​ສື່​ມວນ​ຊົນ​ທີ່​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ, ຖືກ​​ເພື່ອນ​ຜູ່​ຟັງ​ເອີ້ນ​ເປັນ​ທູດ​​ມິດຕະພາບ, ​​ຂົວ​ສັນຕິພາບ. ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ເກີດ​ຂຶ້ນຢ່າງ​ກະທັນຫັນ​ເທື່ອ​ນີ້ ເພື່ອນຜູ່​ຟັງຫຼາຍຄົນ​ຂອງ CRI ກໍຮັບ​ເຄາະ​ຮ້າຍ, ​ໃນ​ຖານ​ເປັນ​ພະນັກງານ​ຂອງ CRI, ພວກຂ້າ​ພະ​ເຈົ້າ​ຄວນຍື່ນມື​ຊ່ອຍ​ເຫຼືອ​ເພື່ອນ​ຜູ່​ຟັງ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າທີ່​ປະສົບ​ຄວາມ​ຫຍຸ້ງຍາກ.

ການ​ເຄື່ອນ​ໄຫວ​ບໍລິຈາກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 4 ຮອດ​ວັນ​ທີ 7.