|
ຕາມຂ່າວສານຊິນຮວາ: ຕາມສະຖິຕິຫຼ້າສຸດຂອງວັນທີ 4 ມັງກອນ, ນອກຈາກປະເທດທີ່ປະສົບໄພອັນໜັກໜ່ວງແລ້ວ, ຊາວຕ່າງປະເທດທີ່ຮັບເຄາະຮ້າຍໃນແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍໄດ້ລື່ນກາຍ 300 ຄົນ, ຍັງມີ 9000 ກວ່າຄົນຫາຍສາບສູນ.
ຕາມຕົວເລກສະຖິຕິຫຼ້າສຸດ, ໃນຄື້ນທະເລຊູນາມີເທື່ອນີ້ ຊາວເຢຍລະມັນເສຍຊີວິດຫຼາຍກວ່າໝູ່ ມີ 60 ຄົນ, ຍັງມີ 1000 ຄົນຫາຍສາບສູນ; ຊູແອດມີ 59 ຄົນເສຍຊີວິດ, 3559 ຄົນຫາຍສາບສູນ. ນອກນີ້ ອັງກິດ ຝຣັ່ງ ຍີ່ປຸ່ນ ອີຕາລີ ສະວິສ ນອກແວ ອາເມລິກາ ອົສຕຼາລີ ສິງກະໂປ ອາຝຼິກາໃຕ້ ດານມາກແລະໂອຕຼິສກໍມີຄົນຮັບເຄາະຮ້າຍແລະຫາຍສາບສູນ.
ຕາມຕົວເລກທີ່ສະຖານທູດຈີນປະຈຳໄທປະກາດໃນວັນທີ 3 ມັງກອນ, ຈີນມີ 12 ຄົນຮັບເຄາະຮ້າຍ, ໃນນັ້ນ ເຂດໃນຈີນມີ 3 ຄົນ, ຮົງກົງ 6 ຄົນ, ແຂວງໄຕ້ຫວັນ 3 ຄົນ.
|