ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 21:19:25    
ທ່ານ​ສຸລະ​ກຽດ​ເຈລະຈາ​ກັບ​ທ່ານ​ພໍ​ແວວ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 4 ມັງກອນ ຢູ່​ທີ່​ບາງກອກ, ທ່ານ​ສຸລະ​ກຽດ ສະຖຽນ​ໄທ ລັດຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ໄທ​ໄດ້​​ເຈລະຈາ​ກັບ​ທ່ານ​ພໍ​ແວວ ລັດຖະມົນຕີ​ການ​ຕ່າງ​ປະ​ເທ​ດ​ອາ​ເມ​ລິ​ກາ​ທີ່​​ໄປ​ຢ້ຽມ​ຢາມ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັນກ່ຽວ​ກັບ​ບັນຫາ​ການ​ສ້າງ​ກົນ​ໄກ​ເຕືອນ​ໄພພາກ​ພື້ນ.

​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຫຼັງການ​ເຈລະຈາ, ທ່ານ​ພໍ​ແວວ​ກ່າວ​ວ່າ, ລັດຖະບານ​ອາ​ເມ​ລິ​ກາ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ຈະ​ສະໜອງ​ການ​ຊ່ອຍ​ເຫຼືອ​ແກ່​ປະ​ເທດ​ປະສົບ​ໄພ. ທ່ານ​ກ່າວ​ວ່າ, ​ຈະແບ່ງ​ປັນ​ເງິນຊ່ອຍ​ເຫຼືອທີ່​ປະຊາ​ຄົມ​ໂລກ​ສະໜອງ​ໃຫ້​ປະ​ເທດ​ປະສົບ​ໄພ​ແນວ​ໃດ​ແລະ​ການ​ວາງ​ແຜນການ​ສ້າງສາ​ຄື​ນ​​ໃໝ່​ໃນ​ໄລຍະ​ຍາວ​ນານຫຼັງ​ໄພພິບັດ​ແມ່ນ​ບັນ​ຫາ​ຕົ້ນຕໍ​ທີ່​ວຽກ​ງານ​ກູ້​ໄພ​ປະ​ເຊີນ​​ໃນ​ສະ​ເພາະ​ໜ້າ​.

ທ່ານ​ພໍ​ແວວ​​ແມ່ນນຳພາ​ຄະນະ​ເດີນທາງ​ໄປ​ຮອດ​ບາງກອກ ນະຄອນຫຼວງຂອງໄທ​ໃນ​ຕອນ​ຄ່ຳ​ວັນ​ທີ 3 ມັງກອນ​. ຫຼັງຈາກ​ນັ້ນ ທ່ານ​ຍັງ​ຈະ​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ແລະ​ສີ​ລັງກາ, ​ແລະ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ການ​ສ້າງສາ​ຄືນ​ໃໝ່ຫຼັງ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ຈະ​ຈັດ​ຂຶ້ນຢູ່​ຢາ​ກາກ​ຕາ​ໃນ​ວັນ​ທີ 6 ມັງກອນ.