ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 21:32:28    
ທ່ານ​ຖາງ​ເຈຍ​ສວນ​ໄປ​ໄວ້ອາ​ໄລ​ຜູ່​ຮັບ​​ເຄາະ​ຮ້າຍ​ໃນ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ​ທີ່​ສະ​ຖານ​ທູດ​ອິນ​ໂດ​ເນ​ເຊຍ​ແລະ​ຂອງ​ສີ​ລັງ​ກາ​ປະ​ຈຳ​ຈີນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 4 ມັງກອນ ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ໄປ​ສະ​ຖານທູດ​ອິນ​ໂດ​ເນ​ເຊຍ​ແລະ​ສະຖານທູດ​ສີ​ລັງກາ​ປະຈຳ​ຈີນ, ຕາງໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາຊົນ​ຈີນໄວ້ອາ​ໄລຜູ່​ຮັບ​ເຄາະ​ຮ້າຍຂອງ​ສອງ​ປະ​ເທດ​ດັ່ງກ່າວ​ຈາກ​ແຜ່ນ​ດິນ​ໄຫວ​ແລະ​ຄື້​ທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍດ້ວຍ​ຄວາມ​ເສົ້າສະຫຼົດ​ໃຈ​ທີ່​ສຸດ​, ສະ​ແດງ​ຄວາມ​ຖາມ​ຂ່າວ​ຢ່າງ​ສຸດ​ເຊິ້ງ​ຕໍ່​ສອງ​ປະ​ເທດ​ທີ່​​ໄດ້ປະສົບ​ຄວາມ​ເສຍ​ຫາຍ​ທັງ​ຊີ​ວິດ​ຂອງ​ຄົນ​ແລະ​ຊັບ​ສິນ​ຢ່າງ​ມະ​ຫາ​ສານ​ໃນ​ໄພພິບັດ​ເທື່ອ​ນີ້.

ທ່ານ​ຖາງ​ເຈຍ​ສວນ​ກ່າວ​ວ່າ, ​ໃນ​ຖານ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມຕີ​ຈິດ, ລັດ​ຖະບານ​ແລະ​ປະຊາຊົນ​ຈີນ​ຖື​ການ​ປະສົບ​ໄພ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ເປັນ​ການ​ປະ​ສົບ​ຂອງ​ຕົນ, ຈະຕັ້ງໜ້າ​ເຂົ້າຮ່ວມ​ວຽກ​ງານ​ປ້ອງ​ກັນ​​ພະຍາດລະບາດ​ແລະ​ກາ​ນສ້າງ​ສາ​ຄືນ​ໃໝ່ຫຼັງ​ໄພພິບັດ. ​ເຊື່ອ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ລັດຖະບານ​ສອງ​ປະ​ເທດ​ແລະ​ພາຍ​ໃຕ້​ການ​ຊ່ອຍ​ເຫຼືອຂອງ​ປະຊາ​ຄົມ​ໂລກ, ປະຊາຊົນ​ອິນ​ໂດນ​ເຊຍ​ແລະ​ປະຊາຊົນ​ສີ​ລັງກາ​ຄົງ​ຈະ​ເອົາ​ຊະນະ​ໄພພິບັດ, ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່.

​ເອກ​ອັກຄະ​ລັດຖະທູດ​ຂອງອິນ​ໂດ​ເນ​ເຊຍ​​ແລະ​ຂອງສີ​ລັງກາ​ປະຈຳ​ຈີນ​ຕ່າງ​ກໍ​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ນຳ​ຈີນທີ່​ໄດ້​ໃຫ້ການ​ຊ່ອຍ​ເຫຼືອຢ່າງ​ວ່ອງ​ໄວ ບັງ​ເກີດ​ຜົນ​ແລະ​ບໍ່​ເຫັນ​ແກ່​ຕົວ, ກ່າວ​ວ່າ​ລັດຖະບານ​ແລະ​ປະຊາຊົນ​ທັງ​ສອງ​ປະ​ເທດ​ຈະ​ຍິ່ງ​ທະໜຸຖະໜອມ​ແລະ​ເອົາ​ໃຈ​ໃສ່​ນຳການ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ຖານ​ອ້າຍ​ນ້ອງກັບ​ຈີນ.