ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 21:35:02    
ຂ່າວລາຍ​ງານ​ວ່າ ຈາ​ຄາວີ ຜູ່​ນຳ​ນ້ຳ​ເບີ​ສາມ​ຂອງ​ອົງການ​ອານ ​ເຄດາ​ຖືກ​ຈັບ​ ​ເຈົ້າ​​ແຂວງ​ແບກ​ແດດ​ອີຣັກຖືກ​ຊອບ​ຂ້າຕາຍ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 4 ມັງກອນ ວິທະຍຸ​ກະຈາຍສຽງ​ລີ​ເຄິດທີ່​ຢູ່​ພາກ​ເໜືອ​ອີຣັກລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ນີ້ ຈາ​ຄາວີ ທີ່​ຖືກ​ຖື​ເປັນຜູ່​ນຳ​ນ້ຳ​ເບີ​ສາມ​ຂອງ​ອົງການ​ອານ ​ເຄດາ​ໄດ້​ຖືກ​ຈັບ​ຢູ່​ເຂດ​ບາ​ຄູບາ ທາງ​ພາກ​ເໜືອ​ແບກ​ແດດ. ​ໃນ​ມື້​ດຽວ​ກັນ ທ່ານ​ອາລີ ​ໄຮ​ດາຣີ ​ເຈົ້າ​ແຂວງ​ແບກ​ແດດ​ອີຣັກຖືກ​ລອບ​ຄາດ​ຕະກຳ​ຢູ່​ແບກ​ແດດ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ວັນ​ທີ 4 ມັງກອນ ​ໂຄສົກ​ກະຊວງ​ພາຍ​ໃນ​ລັດຖະບານ​ຊົ່ວຄາວ​ອີຣັກປະກາດ​ວ່າ, ຕອນ​ເຊົ້າມື້​ດຽວ​ກັນ ຢູ່​ສະຖານີ​ກວດກາ​ຄວາມ​ປອດ​ໄພ​ທີ່​ມໍ່​ກັບ​ "ເຂດ​ຂຽວ" ໃຈກາງ​ເມືອງ​ແບກ​ແດດ​ໄດ້​ເກີດ​ເຫດການ​ລົດຍົນ​ລະ​ເບີດ, ​ເຮັດ​ໃຫ້ຢ່າງ​ໜ້ອຍ 10 ຄົນ​ເສຍ​ຊີວິດ 58 ຄົນ​ບາດ​ເຈັບ​​.​ໂຄສົກ​ຜູ່​ນີ້​ກ່າວ​ວ່າ, ນີ້​ແມ່ນ​ເຫດການ​ລະ​ເບີດ​ທີ່​ແນ​ໃສ່​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ.