ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 21:48:28    
ກົມ​ອຸ​ຕຸນິ​​ຍົມ​ຈີນ​ກ່າວ​ວ່າ ຍິນ​ດີ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ອຸ​ປະ​ກອນ​ອຸ​ຕຸ​ນິ​ຍົມ​ແກ່​ປະ​ເທດ​ປະ​ສົບ​ໄພ​ຄື້ນທະ​ເລ​ຊູນາ​ມີ​ມະ​ຫາ​ສະ​ໝຸດ​ອິນ​ເດຍ

cri Author: lm

ຕາມ​ຂ່າວສານ​ຈີນ, ວັນ​ທີ 4 ມັງກອນ ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ປາງ​ຈົງ ຮອງ​ຫົວໜ້າ​ກົມ​ພະ​ຍາກອນຫຼຸດຄວາມ​ເສຍ​ຫາຍ​ສັງກັດກົມ​ອຸຕຸນິຍົມ​ຈີນ​ກ່າວ​ວ່າ, ຈີນ​ຈະ​ໃຫ້ການ​ສະ​ໜັບ​ສະໜູນດ້ານ​ອຸປະກອນ​ອຸຕຸນິຍົມ​ເຊິ່ງລວມທັງ​ອຸປະກອນ​ຮັບ​​ຂໍ້​ມູນ​ຂ່າວສານ​ຈາກ​ດາວ​ທຽມ ສະ​ຖານີ​ອຸຕຸນິຍົມ​ອັດຕະ​ໂນ​ມັດ​ເປັນຕົ້ນ​​ແກ່​ປະ​ເທດ​ປະສົບ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ມະ​ຫາ​ສະໝຸດ​ອິນ​ເດຍ​ໂດຍກີ​ງ​ຕາມ​ຄວາມ​ຕ້ອງການ​ຂອງ​ປະ​ເທດ​ເຫຼົ່ານີ້.

ຕາມ​ສະ​ເໜີ​ວ່າ, ປະຈຸ​ບັນ ສະຖານີ​ອຸຕຸນິຍົມສູນ​ກາງຈີນ​ໄດ້​ເພີ່ມ​ຕື່ມຄໍ​ລຳ "ພະຍາກອນ​ອາກາດ​ເຂດ​ປະສົບ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເອຍ" ການ​ຄາດ​ຄະ​ເນ​ທ່ວງທ່າ​ອາກາດ​ໃນ​ເດືອນ​ມັງກອນ​ປີ​ນີ້​ຢູ່ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລຊູ​ນາ​ມີ​ຢູ່ອາຊີ​ໃຕ້ ​ແລະ​ການ​ວິ​ເຄາະ​ສະພາວະ​ຊັ້ນອາກາດ​​ເທິງ​ທະ​ເລ​ຢູ່ເຂດມະຫາ​ສະໝຸດ​ອິນ​ເດຍທີ່ມໍ່​​ເກາະ​ຊູ​ມັດທຼາ​ແລະ​ເນື້ອ​ໃນ​ອື່ນໆ​ໂດຍ​ດ່ວນ, ສະໜອງ​ການ​ບໍລິການ​ໂດຍ​ກົງ​​ເພື່ອການ​ຊ່ອຍ​ເຫຼືອ  ມ​ວນຊົນ​ໃນ​ເຂດ​ປະສົບ​ໄພ