ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-04 21:57:21    
ຈີນ​ຍິນ​ດີ​​ເພີ່ມ​ທະວີ​ການ​ປະສານ​ງານ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ສືບ​ຕໍ່​ສະໜອງ​ການ​ຊ່ອຍ​ເຫຼືອຕາມ​ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ແກ່​ປະ​ເທດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ

cri Author: zl
ຕາມ​ຂ່າວ​CRI:​ວັນ​ທີ 4 ມັງ​ກອນ,ຢູ່​ທີ່​ປັກ​ກິ່ງ,​ທ່ານ​ຫຼິຈາວ​ຊິງ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ,​ລັດຖະ​ບານ​ຈີນ​ຍິນ​ດີ​​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຊຶ່ງ​ລວມ​ທັງ​ສິງກະ​ໂປ​ພາຍ​ໃຕ້​ຂອບອາ​ຊຽນ​ແລະ​ສະຫະ​ປະຊາ​ຊາດ,ສືບ​ຕໍ່​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ແກ່​ປະ​ເທດ​ປະສົບ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ.

ທ່ານ​ຫຼີຈາວ​ຊິງ​ແມ່ນ​ໃຫ້​ທັດ​ສະນະ​ດັ່ງ​ກ່າວ​ໃນ​ເວ​ລາ​ໂທລະສັບ​ກັບ​ທ່ານ​ເຢວຢົງ​ບຸນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສິງກະ​ໂປ​ໃນ​ມື້​ດຽວ​ກັນຕາມ​ການສະ​ເໜີ.

ທ່ານເຢວຢົງ​ບຸນ​ໄດ້​ຍ້ອງ​ບໍ​ໃນ​ລະດັບ​ສູງ​ຕໍ່​ລັດຖະ​ບານ​ຈີນ​ສະໜອງ​ການ​ຊ່ອຍ​ເຫຼືອ​ຫຼວງ​ຫຼາຍ​ແກ່​ປະ​ເທດ​ປະສົບ​ໄພ,ທ່ານກ່າວ​ວ່າ,ປະ​ເທດ​ອາ​ຊຽນຈະ​ຈື່​ຈຳ​ຄວາມ​ຊ່ອຍ​ເຫຼືອ​ຢ່າງ​ບໍ່​ເຫັນ​ແກ່​ຕົວ​ຂອງ​ຈີນ​ຈົນ​ເທົ່າ​ໃດໆ.ຝ່າຍ​ສິງກະ​ໂປ​ຍິນ​ດີ​ເພີ່ມທະວີການ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ​ໃນ​ການ​ກອບ​ກູ້​ແລະ​ສ້າງສາ​ເຂດ​ປະສົບ​ໄພ​ຄືນ​ໃໝ່,​ແລະ​ຍິນ​ດີ​ອຳນວຍ​ຄວາມ​ສະດວກ​ແກ່​ພະນັກ​ງານ​ກອບ​ກູ້​ແລະ​ພັດສະດຸ​ຂອງ​ຈີນ​ເຂົ້າສູ່​​ເຂດ​ປະສົບ​ໄພ.