ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-05 09:57:13    
ອາ​ເມ​ລິ​ກາ​ກ່າວ​ລື້​ມວ່າ​ຈະ​ອອກ​ແຮງ​ສຸດ​ຂີດ​ສະໜັບສະໜູນ​ອີຣັກຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຕາມ​ເວລາ​ກຳນົດ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 4 ມັງກອນ ທ່ານ ສະ​ກັອດ ​ແມັກ​ເຄຼ​ເລິນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ເນັ້ນວ່າ,ອາ​ເມ​ລິ​ກາ​ສະໜັບສະໜູນ​ຕາລາງ​ເວລາ​ເລືອກຕັ້ງທົ່ວ​ໄປ​ທີ່​ລັດຖະບານ​ຊົ່ວຄາວ​ແລະ​ຄະນະ​ກຳມະການ​ເລືອກ​ຕັ້ງທີ່​ເປັນ​ອິດສະຫຼະຂອງ​ອີຣັກກຳນົດ,​ແລະ​ພວມ​ອອກ​ແຮງ​ສຸດ​ຂີດ​ຊ່ອຍ​ອີຣັກປົວ​ແປງ​ສະຖານະ​ການ​ຄວາມ​ປອດ​ໄພ​,​ເພື່ອ​ຊຸກ​ຍູ້​ໃຫ້​ທົ່ວ​ສັງຄົມ​ອີຣັກ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງທົ່ວ​ໄປ.

ວັນ​ທີ 4 ມັງກອນ ຢູ່​ແບກ​ແດັດ ​ໄດ້​ເກີດ​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ອີກ​ສອງ​ລາຍ. ​ເຈົ້າ​ແຂວງ​ແຂ​ວງ​ແບກ​ແດັດ​ຖືກ​ລອບ​ຂ້າ,ຢູ່​ມໍ່​ເຂດ​ສີຂຽວ​ໃນ​ເມືອງ​ແບກ​ແດັດ​ໄດ້​ເກີດ​ເຫດການ​ລົດຍົນ​ລະ​ເບີດລາຍ​ໜຶ່ງ. ອົງການ​ຈັດຕັ້ງທີ່​ນຳ​​ໂດຍຈາ​ຄາວີບຸກຄົນ​ນ້ຳ​ເບີ​ສາມ​ຂອງ​ອົງການ​ອານ​ເຄດາ​ໄດ້​ອອກ​ຖະ​ແຫຼງ,ກ່າວ​ວ່າ​ຮັບຜິດຊອບ​ຕໍ່​ເຫດການ​ສອງ​ລາຍ​ດັ່ງກ່າວ.

ນອກ​ນີ້ ຂ່າວ​ແຈ້ງ​ວ່າ,ວັນ​ທີ 3 ມັງກອນ ທ່ານ​ອາ​ລາ​ວີ ນາຍົກລັດຖະມົນຕີລັດຖະບານ​ຊົ່ວຄາວ​ຂອງ​ອີຣັກ​ໄດ້​ໂທລະສັບ​ລົມ​ກັບ​ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາກ່ຽວ​ກັບ​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໃນ​ປັດຈຸບັນ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ທີ່​ຈະ​ປະ​ເຊີນ​ໃນ​ເວລາອີຣັກ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຕາມ​ເວລາ​ກຳນົດ​ໃນ​ທ້າຍ​ເດືອນ​ນີ້. ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ອີຣັກຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຕາມ​ເວລາ​ກຳນົດ​ແມ່ນ​ສຳຄັນ​ທີ່​ສຸດ.