|
|
 |
| (GMT+08:00)
2005-01-05 10:09:32
|
 |
|
ລັດຖະບານຈີນບໍລິຈາກເງິນ 1 ແສນໂດລາສະຫະລັດໃຫ້ເຂດປະສົບໄພຄື້ນທະເລຊູນາມີຂອງໂຊມາລີ
cri
Author: sayvanny
ຕາມຂ່າວ CRI: ວັນທີ 4 ມັງກອນ ຢູ່ເນໂລບີ ທ່ານໂກຊົງລີ ເອກອັກຄະລັດຖະທູດຈີນປະຈຳເກນຢາໄດ້ຕາງຫນ້າລັດຖະບານຈີນບໍລິຈາກເງິນ 1 ແສນໂດລາສະຫະລັດໃຫ້ເຂດປະສົບໄພຄື້ນທະເລຊູນາມີຂອງໂຊມາລີ. ນີ້ແມ່ນເງິນຊ່ອຍເຫລືອຈາກຕ່າງປະເທດລາຍທຳອິດທີ່ໂຊມາລີໄດ້ຮັບຕັ້ງແຕ່ຖືກຄື້ນທະເລຊູນາມີມະຫາສະຫມຸດອິນເດຍກະຫນ່ຳໃນເດືອນແລ້ວນີ້ເປັນ ຕົ້ນມາ.
ໃນພິທີມອບຮັບ, ທ່ານເອກອັກຄະລັດຖະທູດໂກຊົງລີເວົ້າວ່າ, ທ່ານປະທານຫູຈີນທາວໄດ້ຂຽນຈົດຫມາຍໄປຍັງທ່ານປະທານາທິບໍດີອັບດຸນລາຮີຢູຊຸຟສະແດງຄວາມຢື້ຢາມຖາມຂ່າວຕໍ່ປະຊາຊົນຢູ່ເຂດປະສົບໄພໂຊມາລີ,ເຊື່ອວ່າໃຕ້ການນຳພາຂອງທ່ານປະທານາທິບໍດີຢູຊຸຟ,ປະຊາຊົນໂຊມາລີຢູ່ເຂດປະສົບໄພຍ່ອມສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້ແນ່ນອນ.
ທ່ານຢູຊຸຟເວົ້າວ່າ, ທ່ານຕາງຫນ້າລັດຖະບານຂ້າມຜ່ານແລະປະຊາ ຊົນໂຊມາລີສະແດງຄວາມຂອບອົກຂອບໃຈຕໍ່ທ່ານປະທານຫູຈີນທາວທີ່ຢື້ຢາມຖາມຂ່າວປະຊາຊົນໂຊມາລີໃນເຂດປະສົບໄພ,ແລະສະແດງຄວາມເຄົາລົບແລະຄວາມຂອບອົກຂອບໃຈຕໍ່ລັດຖະບານຈີນທີ່ໄດ້ບໍລິຈາກຢ່າງເອື້ອເຟື້ອເພື່ອແຜ່.ທ່ານຍັງກ່າວລື້ມວ່າ,ໂຊມາລີຍຶດຫມັ້ນຫລັກການປະເທດຈີນດຽວ.
|
|
|