|
ເຢຍລະມັນ ສ.ເກົາຫລີແລະອາລາບີຊາອຸດິດເພີ່ມການຊ່ອຍເຫລືອປະເທດປະສົບໄພຄື້ນທະເລຊູນາມີຫລາຍຂຶ້ນຕື່ມ
cri
Author: sayvanny
ຕາມຂ່າວ CRI: ວັນທີ 4 ມັງກອນ ເຢຍລະມັນ ສາທາລະນະລັດເກົາຫລີແລະອາລາບີຊາອຸດິດຕ່າງປະກາດວ່າ, ຈະເພີ່ມເງິນຊ່ອຍເຫລືອໃຫ້ປະເທດທີ່ຖືກຄື້ນທະເລຊູນາມີມະຫາສະຫມຸດອິນເດຍກະຫນ່ຳ,ໃນນັ້ນ ເຢຍລະມັນຈະເພີ່ມຈາກ 20 ລ້ານເອີໂລໃນປະຈຸບັນຂຶ້ນຮອດ 500 ລ້ານເອີໂລ(ປະມານ 670 ລ້ານໂດລາສະຫະລັດ).
ເມື່ອເພີ່ມຂຶ້ນແລ້ວ, ເງິນຊ່ອຍເຫລືອຂອງເຢຍລະມັນຈະລື່ນກາຍຍີ່ປຸ່ນແລະອາເມລິກາ,ກາຍເປັນປະເທດທີ່ໃຫ້ການຊ່ອຍເຫລືອທາງການແກ່ເຂດປະສົບໄພເທື່ອນີ້.
|
|