ເມື່ອໄດ້ຮູ້ຂ່າວເກີດໄພພິບັດແລ້ວ, ສະມາຄົມການກຸສົນຈີນໄດ້ໃຫ້ມີຈັດການບໍລິຈາກກູ້ໄພຢ່າງວ່ອງໄວ, ໄດ້ຕັ້ງໂທລະສັບສາຍດ່ວນ, ເປີດກົງທະນາຄານໃຫ້ຄົນບໍລິຈາກ.ໃນຫລາຍມື້ມານີ້ ສຽງໂທສັບສາຍດ່ວນກໍ່ດັງຂຶ້ນຢູ່ບໍ່ຂາດສາຍ, ຍັງມີຄົນແຂ່ງລົມຫນາວໄປບໍລິຈາກເງິນຢູ່ສະມາຄົມການກຸສົນຈີນ.

(ເພື່ອຕິດຕາມເງິນບໍລິຈາກ, ສະມາຄົມການກຸສົນແຂວງກວາງຕຸ້ງຈີນໄດ້ຂຽນໃບບິນ ແລະແຈກຢາຍຈົດຫມາຍຂອບໃຈຂອງພະແນກປະຊາສົງເຄາະແລະສະມາຄົມກຸສົນ ແຂວງກວາງຕຸ້ງພາຍຫລັງຜູ່ບໍລິຈາກຈົດທະບຽນແລ້ວ.ນັບມາຮອດຕອນບ່າຍວັນທີ 4 ມັງກອນ, ສະມາຄົມການກຸສົນແຂວງກວາງຕຸ້ງລວມໄດ້ຮັບເງິນບໍລິຈາກຈາກສ່ວນ ບຸກຄົນລວມທັງຫມົດ 950 ລ້ານຢວນ.)
1 2 3 4
|