ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-05 16:09:59    
ນິທານ​ເລື່ອງ​ຊື່ວ່າຢູກົງ​ອີ​ຊານ ​ແປ​ວ່າ​ພໍ່​ເຖົ້າ​ໂງ່​ຍ້າຍ​ພູ

cri

ນິທານ​ຢູກົງ​ອີ​ຊານ​ບໍ່​ແມ່ນ​ເລື່ອງ​ຈິງ,​ແຕ່​ພັດ​ແມ່ນ​ນິທານ​ທີ່ຢູ່​ຈີນ​ຜູ່​ໃດ​ກໍ່​ຮູ້​ຫມົດ​ສູ່​ຜູ່​ສູ່​ຄົນ,​ເພິ່ນ​ໄດ້​ບັນທຶກ​ນິທານ​ເລື່ອງນີ້​ໄວ້​ໃນ​ປື້ມ​​ລ້ຽນ​ຈີ ປຶ້ມ​ລ້ຽນ​ຈີ​ແມ່ນປຶ້​ມທີ່ຂຽນ​ໂດຍ​ນັກ​ປັດ​ຊະ​ຍາ​ຊື່ວ່າ​ຢູ້​ໂຄ້ ​ໃນ​ສະ​ໄຫມ4 ຮອດ 5 ສະຕະວັດ​ກ່ອນ ​ຄ ສ


ນິທານ​ເລື່ອງ​ນີ້​ຂຽນ​ວ່າ,ມີ​ພໍ່​ເຖົ້າ​ຜູ່​ຫນຶ່ງ​ຊື່ວ່າ​ຢູກົງ​​ແປວ່າ​ພໍ່​​ເຖົ້າ​ໂງ່​ ອາຍຸ​ມໍ່​ຈະ​ຮອດ 90 ​ແລ້ວ,ຢູ່​ຕໍ່ຫນ້າ​ເຮືອນ,​ເພິ່ນ​ມີ​ພູ​ໃຫຍ່​ສອງ​ຫນ່ວຍ​ຕັ້ງ​ອຶ້ຄື​ຢູ່,ຫນ່ວຍ​ຫນຶ່ງ​ຊື່​ພູ​ໄທ​ຮາງ,ຫນ່ວຍ​ຫນຶ່ງ​ຊື່​ພູ​ວາງ​ອູ,ຈະ​ເຂົ້າ​ຈະ​ອອກ​ເຮືອນ​ກໍ່​ບໍ່​ສະດວກ​ທີ່​ສຸດ.


ມື້ຫນຶ່ງ,ພໍ່​ເຖົ້ຢູກົງ​ຈຶ່ງ​ຮຽກ​ຄົນ​ຫມົດ​ຄອບຄົວ​ມາ​ໂຣມກັນ,ພໍ່​ເຖົ້າ​ເວົ້າ​ວ່າ:ພູ​ໃຫຍ່​ສອງ​ຫນ່ວຍ​ນີ້​ຕັ້ງ​ຂວາງ​ຫນ້າ​ບ້ານ​ພວກ​ເຮົາ,ພວກ​ເຮົາ​ອອກ​ໄປ​ນອກ​ກໍ່​ຕ້ອງ​ຍ່າງ​ໂຄ້ງ​ໄປ​ທາງ​ອື່ນ​ເສຍ​ເວລາ​ຫຼາຍ​ຢ່າງ​ດີ,ຄົນ​ຫມົດ​ຄອບຄົວ​ເຮົາ​ຕ້ອງ​ພາກັນ​ອອກ​ເຫື່ອ​ເທ​ແຮງ,ຍ້າຍພູ​ໃຫຍ່​ສອງ​ຫນ່ວຍ​ນີ້​ອອກ​ເຫ​ນີຊິ​ດີ​ບໍ່?
  ພໍ​ຟັງ​ແລ້ວ,ພວກ​ລູກ​ຊາຍ​ແລະ​ຫຼານ​ຊາຍ​ຂອງ​ພໍ່​ເຖົ້າ​ຢູກົງ​​ໃຜ​ກໍ່​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ:ພໍ່​ປູ່​ເວົ້າ​ຖືກ​ແທ້,ມື້​ອື່ນ​ພວກ​ເຮົາ​ພາກັນ​ລົງມື​ຍ້າຍ​ໂລກ​ດີ​ບໍ່?​ ​ແຕ່​ວ່າ,​ເມຍ​ຂອງ​ພໍ່​ເຖົ້າ​ຢູກົງ​ຮູ້ສຶກວ່າ​ຈະ​ຍ່າຍພູ​ໃຫຍ່​ສອງ​ຫນ່ວຍ​ນີ້​ແມ່ນ​ຍາກ​ທີ່​ສຸດ,ຈຶ່ງ​ສະ​ເຫ​ນີຄວາ​ເມ​ຫັນ​ຄັດຄ້ານວ່າ:ພວກ​ເຮົາ​ມາ​ຕັ້ງ​ຫຼັກ​ປັກ​ຖານ​ຢູ່​ນີ້​ກໍ່​ຫຼາຍ​ຟ້າ​ຫຼາຍ​ປີ​ແລ້ວ,​ເປັນ​ຫຍັງ​ຈຶ່ງ​ຢູ່​ແນວ​ນີ້​ຕໍ່​ໄປ​ບໍ່​ໄດ້​ອີກ? ພູ​ສອງ​ຫນ່ວຍ​ໃຫຍ່​ປານ​ນີ້,:​ເຖິງ​ວ່າ​ຈະ​ຍ້າຍ​ຫນີ​ເທື່ອລະ​ເລັກ​ລະ​ຫນ້ອຍ,​ແລ້ວ​ຈະ​ເອົາ​ກ້ອນ​ຫິນ​ກ້ອນ​ດິນ​ຫຼາຍ​ປານ​ນີ້​ໄປ​ໄວ້​ຢູ່​ໃສ?


ຄວາມ​ເວົ້າ​ຂອງ​ເມຍພໍ່​ເຖົ້າຢູກົງ​ໄດ້​ເຮັດ​ໃຫ້​ຄົນ​ທັງຫຼາຍ​​ເຈຕະນາ​ກັນ​ໃນ​ທັນທີ,ອັນ​ນີ້​ກໍ່​ແມ່ນ​ບັນຫາ​ຫນຶ່ງ​ແທ້,​ໃນ​ທີ່​ສຸດ,ພວກ​ເຂົາ​ເຈົ້າ​ກໍ່​ເປັນ​ເອກະສັນ​ກັນ​ຕົກລົງ​ວ່າ:ຈະ​ຂົນ​ຫິນ​ແລະ​ດິນ​ຢູ່​ເທິງ​ພູ​ໄປ​ຖິ້ມ​ລົງທະ​ເລ​ພຸ້ນ.


ມື້​ລຸນ​ມາ,ພໍ່​ເຖົ້າ​ຢູກົງ​ກໍ​ນຳພາ​ຄົນ​ຫມົດ​ຄອບຄົວ,​ເລີ່​ມຍ້າຍ​ພູ,​ໄທ​ເຮືອນຢູ່​ຂ້າງ​ຫັ້ນ​ແມ່ນ​ແມ່ຫມ້າຍ​ຜູ່​ຫນຶ່ງ,ລາວ​ມີ​ລູກ​ຊາຍ​ດຽວ​ອາຍຸ​ຫາ​ກໍ່ 7 -8 ຂວບ,ພໍ​ໄດ້​ຍິນ​ວ່າ​ຈະ​ຍ້າຍ​ພູ,ກໍ່​ມາຊ່ອຍ​ດ້ວຍຄວ​າມດີ​ອົກ​ດີ​ໃຈ,​ແຕ່​ວ່າ​ເຄື່ອງມື​ໃນ​ເຮືອນ​ພໍ່​ເຖົ້າ​ຢູກົງ​ນັ້ນ​ກໍ່​ມີ​ແຕ່​ຈົກ​ແລະ​ກອຍ​ເປ້,​ເຮັດ​ໃຫມົດ​ເດືອນ​ຫນຶ່ງ​ກໍ່​ບໍ​ເຫັນວ່າ​ພູ​ໃຫຍ່​ການ​ປ່ຽນ​ແປງ​ຫຍັງ.


ມີ​ພໍ່​ເຖົ້າ​ຊື່ວ່າ​ຈີ້​​ໂສ ​​ແປ​ວ່າ​ປະຫຼາດ​ ​ເປັນ​ຄົນ​ສະຫຼາດ​ຫຼັກ​ແຫຼມ,​ເມື່ອ​ເຫັນ​ຄົນ​ໃນ​ຄອບຄົວ​ພໍ່​​ເຖົ້າ​ຢູກົງ​ຍ້າຍ​ພູ​,​ເພິ່ນກໍຣູ້ສຶກ​ເປັນຕາ​ຢາກຫົວ,ມີ​ມື້ຫນຶ່ງ,​ເພິ່ນ​ເວົ້າ​ຕໍ່​ພໍ່​ເຖົ້າ​ຢູກົງ​ວ່າ:ພໍ່​ຕູ້​ເອີຍ,​ເຈົ້າ​ເຖົ້າ​ປານ​ນີ້​ແລ້ວ,ຍ່າງ​ຕາມ​ທາງ​ກໍ​ຍັງ​ບໍ່​ສະດວກ,​ເຮັດ​ແນວ​ນີ້​ໃດ​ຈຶ່ງ​ຈະ​ຍ້າຍ​ພູ​ໃຫຍ່​ສອງ​ຫນ່ວຍ​ນີ້​ໄດ້?


ພໍ່​ເຖົ້າ​ຢູກົງ​ຕອບ​ວ່າ:​ເຈົ້າ​ຊື່ວ່າ​ສະຫຼາດ,​ແຕ່​ຂ້ອຍ​ຮູ້ສຶກວ່າ​ເຈົ້າ​ຍັງ​ບໍ່​ສະຫຼາດ​ທໍ່​ເດັກນ້ອຍຊ້ຳ,​ເຖິງ​ວ່າ​ຂ້ອຍ​ມໍ່​ຈະ​ຫມົດ​ບຸນ​ແລ້ວ​ກໍ​ຕາມ,​ແຕ່​ຂ້ອຍ​ຍັງ​ມີ​ລູກ​ຊາຍ,​ເມື່ອ​ລູກ​ຊາຍ​ຂ້ອຍ​ຫມົດ​ບຸນ​ແລ້ວ,ກໍ​ຍັງ​ມີ​ຫຼາຍ,ມີ​ເຫຼັນມີ​ຫຼ້ອນ​ສືບ​ຕໍ່​ກັນ​ໄປ​ຢ່າງ​ບໍ່​ມີວັນ​ສຽງ​ສຸດ.ຫິນ​ພູ​ພັດ​ຖືກ​ຍ້າຍ​ໄປ​ເທື່ອ​ລະ​ເລັກ​ລະ​ຫນ້ອຍ,ດິນ​ແລະ​ຫີນ​ກໍ​ບໍ່ຫ່ອນ​ຈະ​ເກີດ​ຂຶ້ນ​ອີກ,ຖ້າ​ພ​ວກ​ເຮົາ​ຫາກ​ຍ້າຍ​ໄປ​ຄູ່​ເດືອນ,ຄູ່​ປີ​ຄື​ແນວ​ນີ້​​ແລ້ວ,​ເປັນ​ຫຍັງ​ຈຶ່ງ​ຈະ​ຍ້າຍ​ໄປ​ບໍ່​ຫມົດ?ພໍ​ພໍ່​ເຖົ້າ​ສະຫຼາດ ຜູ່​ຖກຕົນ​ເປັນ​ຄົນ​ສະຫຼາດ​ຟັງ​ແລ້​ວ,ກໍ​ປານ​ແປ້ນ​ອັດ​ປາກ.


 ພໍ່​ເຖົ້າ​ຢູກົງ​ໄດ້​ພາ​ຄົນ​ຫມົດ​ຄອບຄົວ​ຂຸດ​ພູ​ຫມົດ​ມື້​ເວັນ​ແຕ່​ເຊົ້າ​ເທົ້າ​ຄ່ຳ​ໂດຍ​ບໍ່​ຈຳ​ແນ​ກຍາມ​ຮ້ອນ​ຫຼື​ຍາມຫນາວ,​ໃນ​ທີ່​ສຸດ,ການ​ກະທຳ​ຂອງ​ພວກ​​ເພິ່ນ​ເລີຍ​ສະດຸ້ງ​ເຖິງ​ພະ​ຜູ່​ເປັນ​ເຈົ້າ,ຈາກ​ນັ້ນ,ພະຜູ່​ເປັນ​ເຈົ້າ​ກໍ່​ແຕ່ງ​ເທວະ​ດາ​ສອງ​ອົງ​ລົງ​ມາ​ເມືອງ​ຄົນ,ຍ້າຍ​ເອົາ​ພູ​ໃຫຍ່​ສອງ​ຫນ່ວຍ​ນີ້​ຫນີ.
 ນິທານ​ພໍ່​ເຖົ້າ​ໂງ່​ຍ້າຍ​ພູ​ກໍ່​ໄດ້​ເລົ່າ​ຕໍ່ປາກ​ກັນ​ມາ​ຈົນ​ຮອດ​ດຽວ​ນີ້,ນິທານ​ເລື່ອງ​ນີ້​ບອກ​ໃຫ້​ຄົນ​ທັງຫຼາຍ​ຮູ້​ວ່າ,ຈະ​ແມ່ນ​ວຽກມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ປານ​ໃດ​ກໍ​ຕາມ,ທະ​ແນມ​ແຕ່​ມີ​ຈິດ​ໃຈ​ຫມັ້ນ​ຫນຽວ,​ເຮັດ​ຕໍ່​ໄປ​ບໍ່​ເຊົາ​ກໍ​ອາດ​ຈະ​ສຳ​ເລັດ​ຜົນ​ໄດ້