ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-05 16:20:09    
ປະ​ຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ນຳ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ລະ​ແອນ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 4 ມັງ​ກອນ ປະຊາ​ຄົມ​ໂລກ​ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່ນຳ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ລະ​ຫວ່າງ​ປາ​ເລັສ​ຕິ​ນກັບ ອິສ​ລະ​ແອນ​ທີ່​ເກີດ​ຂຶ້ນ​ເລື້ອຍໆ​ກ່ອນ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງປາ​ເລັສ​ຕິນ,​ແລະ​ທະ​ຍອຍ​ກັນ​ສະ​ແດງ​ວ່າ​ຫວັງ​ໃຫ້ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສ​ຕິນ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ.

ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ໂຄສົກ​ຂອງ​ທ່ານ​ອອກ​ຖະ​ແຫລ​ງການ​,ສະ​ແດງ​ຄວາມ​​ເອົາໃຈ​ໃສ່​ທີ່ສຸດ​ນຳອິສລະ​ແອນ​ທີ່​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ແຖບ​ກາຊາ​ແລະ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ລະຫວ່າງ​ປາ​ເລັສຕິ​ນກັບອິສລະ​ແອ​ນ​ເລື່ອນ​ຂັ້ນ​ເລື້ອຍໆ​ໃນ​ຫວ່າງ​ມໍ່ໆ​ນີ້,ຮຽກຮ້ອງ​ສອງ​ຝ່າຍ​ຈົ່ງ​ຮັກສາ​ຄວາມ​ອົດ​ກັ້ນ.

ສົມ​ເດັດ​ອັບ​ດຸນ​ລາ ລັດຊະການ​ທີ​ສອງ ​ເຈົ້າຊີວິດ​ຊອກ​ດາ​ນີຮຽກຮ້ອງ​ປະຊາ​ຄົມ​ໂລກ​ອອກ​ແຮງ​ສະ​ຫນັບ​ສະ​ຫນູນ​ແລະ​ຊ່ອຍ​ອົງ​ການ​ນຳ​ປາ​ເລັສ​ຕິນ ສຳ​ເລັດ​ການ​ເລືອກ​ຕັ້ງ​ແລະ​ບັນລຸ​ເປົ້າຫມາຍ​ສ້າງ​ຕັ້ງ​ປະ​ເທດ​ໂດຍ​ໄວ, ​ເພື່ອ​ເຮັດ​ໃຫ້​ປາ​ເລັສ​ຕິນ​ອິສ​ລະ​ແອນມີ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ນຳ ກັນ.

ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ໄດ້ອອກ​ປະກາດ,​ຫວັງ​ໃຫ້​ສອງ​ຝ່າຍ​ປາ​ເລັສຕິ​ນອິສລະ​ແອນ​ສາມາດ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ພາຍ​ຫລັງ​ປາ​ເລັສຕິນຈັດການ​ເລືອກ​ຕັ້ງທົ່ວ​ໄປ,​ແລະ​ນຳ​ໃຊ້​ມາດ​ຕະ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ.ຝ່າຍ​ລັດ​ເຊຍ​ຍັງ​ຮຽກຮ້ອງ​ອິສລະ​ແອນ​ໃຫ້ການ​ຊ່ອຍ​ເຫລືອ​ອັນ​ຈຳ​ເປັນ​ແກ່​ປາ​ເລັສຕິນ​ໃນ​ເວລາຈັດການ​ເລືອກ​ຕັ້ງທົ່ວ​ໄປ.

ວັນ​ທີ 4 ມັງກອນ ທະຫານ​ອິສລະ​ແອນ​ໄດ້​ຍິງ​ປືນ​ໃຫຍ່​ໃສ່​ພາກ​ເຫນືອ​ແຖບ​ກາຊາ, ​ເຮັດ​ໃຫ້​ຊາວ​ປາ​ເລັສ​ຕິນ​ຕາຍ 8 ຄົນ​, ​ແລະ​ຫລາຍ​ຄົນ​ບາດ​ເຈັບ.​ຫວ່າງ​ມໍ່ໆ​ນີ້, ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ລະ​ແອນ​ໄດ້​ເກີດ​ການ​ປະ​ທະ​ກັນ​ເລື້ອຍໆ,​ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ຕາຍ​ແລະ​ບາດ​ເຈັບ​ແລ້ວ.