|
ຕາມຂ່າວCRI: ຈີນຈະສ້າງທະນາຄານຂໍ້ມູນ DNA ຂອງຜູ່ປະສົບເຄາະຮ້າຍຢູ່ໄທຍ້ອນແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍຢູ່ປັກກິ່ງໂດຍໄວເທົ່າທີ່ຈະໄວໄດ້, ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ່ບໍ່ຮູ້ຍາດພີ່ນ້ອງຂອງຕົນທີ່ຫາຍສາບສູນໃນໄພພິບັດເທື່ອນີ້ຮູ້ຈັກວ່າຍາດພີ່ນ້ອງປະສົບເຄາະຮ້າຍຫຼືບໍ່ໂດຍທຽບກັບຂໍ້ມູນ DNA.
ຕາມຜູ່ທີ່ກ່ຽວຂ້ອງຂອງສະພາບັນດິດວິທະຍາສາດຈີນສະເໜີວ່າ, ໃນ 5 ມື້ຜ່ານມາ, ຜູ່ຊ່ຽວຊານດ້ານ DNA ຂອງສະພາບັນດິດວິທະຍາສາດຈີນໄດ້ເອົາແບບຢ່າງ DNA ຈາກແຂ້ວ ກະດູກແລະເນື້ອເຍື້ອຜີວໜັງຂອງຜູ່ປະສົບເຄາະຮ້າຍຢູ່ໄທ. ໃນນັ້ນມີ 500 ແບບຢ່າງຄາດວ່າຈະຖືກສົ່ງມາປັກກິ່ງໃນວັນທີ 7 ມັງກອນວິໃຈຕື່ມອີກ, ເພື່ອຈຳແນກ DNA ຂອງຜູ່ປະສົບເຄາະຮ້າຍ.
|