|
ເຂດປະສົບໄພຄື້ນທະເລຊູນາມີຂອງໄທຈັດພິທີສ້າງສາຄືນໃໝ່ຫຼັງໄພພິບັດ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ5ມັງກອນ,ຈັງຫວັດພູເກັດຂອງໄທທີ່ປະສົບໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍໄດ້ຈັດພິທີສ້າງສາຄືນໃໝ່ຫຼັງໄພພິບັດ.
ເຈົ້າໜ້າທີ່ສະພາກາແດງໄທ,ຜູ້ຕາງໜ້າຂະແໜງການການທ້ອງທ່ຽວພູເກັດ,ກອງກອບກູ້ປິ່ນປົວຈີນທີ່ຊ່ອຍໄທພ້ອມດ້ວຍຜູ້ອາສາສະໝັກ1ພັນກວ່າຄົນໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ຕາມໄດ້ຊາບ,ອົງການປົກຄອງຈັງຫວັດພູເກັດຈະໃຊ້ເວລາໜຶ່ງອາທິດວາງແຜນລະອຽດກ່ຽວກັບການສ້າງສາຄືນໃໝ່,ເພື່ອຟື້ນຟູໂສມໜ້າເກົ່າຂອງຫາດຊາຍທະເລໃນເມື່ອກ່ອນ.
|
|