|
ຕາມຂ່າວCRI: ໃນຫຼາຍມື້ມານີ້, ປະຊາຄົມໂລກສືບຕໍ່ໃຫ້ການຊ່ອຍເຫຼືອແກ່ປະເທດປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍດ້ວຍຮູບການຕ່າງໆ, ທ່ານແຈນ ແອເກແລນດ໌ ຮອງເລຂາທິການໃຫຍ່ສະຫະປະຊາຊາດກໍ່ຍ້ອງຍໍປະເທດອາຊີພະຍາຍາມກູ້ໄພແມ່ນທັນການແລະບັງເກີດຜົນ.
ວັນທີ 4 ມັງກອນ ລັດຖະບານຈີນໄດ້ບໍລິຈາກ ຕ່າງ 2 ແສນໂດລາສະຫະລັດໃຫ້ມາເລເຊຍມຽນມາແລະ 1 ແສນໂດລາສະຫະລັດໃຫ້ໂຊມາລີ. ລັດຖະບານສ.ປ.ປ.ເກົາຫຼີກໍຕົກລົງໃຫ້ການຊ່ອຍເຫຼືອດ່ວນແກ່ປະເທດປະສົບໄພ 1 ແສນ 5 ໝື່ນໂດລາສະຫະລັດ.
ວັນທີ 4 ມັງກອນ, ທ່ານແອເກແລນດ໌ ຮອງເລຂາທິການໃຫຍ່ສະຫະປະຊາຊາດທີ່ຮັບຜິດຊອບວຽກງານມະນຸດສະທຳກ່າວວ່າ, ໃນວຽກງານກູ້ໄພຫຼັງໄພພິບັດ, ປະເທດອາຊີ ໂດຍສະເພາະແມ່ນຈີນແລະອິນເດຍໄດ້ທຳຄວາມພະຍາຍາມຫຼາຍທີ່ສຸດ.
ວັນທີ 4 ມັງກອນ ລັດຖະສະພາອາເມລິກາໄດ້ໃຫ້ສັດຕະຍາບັນມະຕິສະບັບໜຶ່ງ, ກ່າວວ່າອາເມລິກາຈະໃຫ້ການຊ່ອຍເຫຼືອແກ່ວຽກງານສ້າງສາຄືນໃໝ່ຫຼັງໄພພິບັດ.
ວັນທີ 4 ມັງກອນ ສຳນັກງານນາຍົກລັດຖະມົນຕີອັງກິດກ່າວວ່າຈະສົ່ງກອງທະຫານແລະຍົນເຮລີກົບອັງກິດໄປອິນໂດເນເຊຍ, ຊ່ອຍລັດຖະບານອິນໂດເນເຊຍກູ້ໄພ. ໃນມື້ດຽວກັນ ທ່ານໂກດອນ ບຼາວນ໌ ລັດຖະມົນຕີກະຊວງການເງິນອັງກິດໄດ້ສະເໜີໃຫ້ກຸ່ມ 8 ປະເທດເລື່ອນເວລາຈຳກັດໃຊ້ແທນໜີ້ສິນຂອງປະເທດປະສົບໄພ, ຈົນກະທັ້ງຄວນພິຈາລະນາຍົກເລີກໜີ້ສິນສ່ວນໜຶ່ງຂອງປະເທດເຫຼົ່ານີ້.
ເຢຍລະມັນ ສ.ເກົາຫຼີ ອາລາບີຊາອູດິດ ອົສຕຼາລີຕ່າງປະກາດວ່າຈະເພີ່ມການຊ່ອຍເຫຼືອແກ່ປະເທດປະສົບໄພ.
ຍົນລຳໜຶ່ງທີ່ບັນທຸກພັດສະດຸຊ່ອຍເຫຼືອ 40 ໂຕນໄດ້ບິນຈາກປອກຕຸຍການໄປອິນໂດເນເຊຍໃນວັນທີ 4 ມັງກອນ. ປອກຕຸຍການຍັງໄດ້ສົ່ງກອງປິ່ນປົວທີ່ປະກອບດ້ວຍ 9 ຄົນໄປປະເທດປະສົບໄພ.
ນອກນີ້ ບຸກຄົນທີ່ມີຊື່ສຽງຂອງວົງການສິລະປະແລະວົງການກິລາໃນໂລກກໍພາກັນບໍລິຈາກເງິນ.
ຕາມສະມາຄົມປະກັນໄພສາກົນເຜີຍໃຫ້ຮູ້ວ່າ, ຍອດຈຳນວນເງິນໃຊ້ແທນຂອງຂະແໜງປະກັນໄພທົ່ວໂລກຍ້ອນໄພພິບັດເທື່ອນີ້ຄາດວ່າຈະຢູ່ລະຫວ່າງ 5 ຕື້ໂດລາສະຫະລັດເຖິງ 10 ຕື້ໂດລາສະຫະລັດ.
|