|
ສະຫະພັນການຄ້າຈີນຮຽກຮ້ອງສະມາຊິກສະຫະພັນສະມາຊິກພໍ່ຄ້າຂາຍຍ່ອຍອາຊີປາຊິຟິກບໍລິຈາກເງິນໃຫ້ສະມາຊິກທີ່ປະສົບໄພຈາກຄື້ນທະເລຊູນາມີມະຫາສະໝຸດອິນເດຍ
cri
Author: zl
ຂ່າວສານຈີນລາຍງານວ່າ:ວັນທີ 5 ມັງກອນ,ຢູ່ທີ່ປັກກິ່ງ,ສະຫະພັນການຄ້າຈີນໄດ້ປະກາດສານລິເລີ່ມ,ຮຽກຮ້ອງສະມາຊິກສະຫະພັນສະມາຊິກພໍ່ຄ້າຂາຍຍ່ອຍອາຊີປາຊິຟິກບໍລິຈາກເງິນໃຫ້ສະມາຊິກທີ່ປະສົບໄພຈາກຄື້ນທະເລຊູນາມີມະຫາສະໝຸດອິນເດຍ.
ໃນສານລິເລີ່ມ,ສະຫະພັນການຄ້າຈີນຂຽນວ່າ,ໃນໄພພິບັດເທື່ອນີ້,ສະມາຊິກສະຫະພັນສະມາຄົມພໍ່ຄ້າຂາຍຍ່ອຍອາຊີປາຊິຟິກເຊັ່ນອິນໂດເນເຊຍ ອິນເດຍແລະໄທເປັນຕົ້ນໄດ້ປະສົບຄວາມເສຍຫາຍຢ່າງຮ້າຍແຮງທີ່ສຸດ,ຂະແໜງການການຄ້າແລະຂະແໜງການບໍລິການຢູ່ເຂດອ້ອມມະຫາສະໝຸດອິນເດຍຖືກໂຈມຕີແບບລ້າງຜານ.ສະຫະພັນການຄ້າຈີນຮຽກຮ້ອງບັນດາສະມາຊິກສະຫະພັນດັ່ງກ່າວເສີມຂະຫຍາຍຈິດໃຈມະນຸດສະທຳສາກົນ,ບໍລິຈາກເງິນແກ່ເຂດປະສົບໄພ.
|
|