|
|
 |
| (GMT+08:00)
2005-01-06 00:20:00
|
 |
|
ທ່ານເວີນເຈຍປາວແຍກອອກພົບປະປະທານາທິບໍດີມານດິວແລະນາຍົກລັດຖະມົນຕີສ.ເກົາຫຼີ
cri
Author: zl
ຕາມຂ່າວCRI:ຕອນຄ່ຳວັນທີ 5 ມັງກອນ,ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນທີ່ຫາກໍ່ເດີນທາງໄປຮອດຢາກາກຕານະຄອນຫຼວງອິນໂດເນເຊຍ,ໄດ້ແຍກອອກພົບປະທ່ານມາວມູນ ອາບດຸນ ກາຢູມ ປະທານາທິບໍດີມານດິວແລະທ່ານລີແຣຈານ ນາຍົກລັດຖະມົນຕີສ.ເກົາຫຼີ.
ໃນເວລາພົບປະທ່ານມາວມູນ ອາບດຸນ ກາຢູມ,ທ່ານເວີນເຈຍປາວຕາງໜ້າລັດຖະບານແລະປະຊາຊົນຈີນສະແດງຄວາມເຫັນອົກເຫັນໃຈແລະຄວາມຢື້ຢາມຖາມຂ່າວຕໍ່ຝ່າຍມານດິວທີ່ປະສົບໄພພິບັດຢ່າງຮ້າຍແຮງໃນແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍ.ທ່ານເວົ້າວ່າ,ລັດຖະບານຈີນຍິນດີສືບຕໍ່ເພີ່ມຕື່ມການຊ່ອຍເຫຼືອແກ່ຝ່າຍມານດິວ,ເພື່ອໃຊ້ເຂົ້າໃນການກູ້ໄພແລະສ້າງສາຄືນໃໝ່.
ທ່ານມາວມູນ ອາບດຸນ ກາຢູມ ສະແດງຄວາມຂອບອົກຂອບໃຈ, ທັງຍ້ອງຍໍການຊ່ອຍເຫຼືອຂອງຈີນແມ່ນທັນການແລະມີປະສິດທິຜົນທີ່ສຸດ.
ໃນເວລາພົບປະລີແຣຈານ,ທ່ານເວີນເຈຍປາວເວົ້າວ່າ,ແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍແມ່ນໄພພິບັດຂອງມວນມະນຸດ,ຕ້ອງການປະຊາຄົມໂລກປະສານສົມທົບເປັນເອກະພາບກັນໃຫ້ການຊ່ອຍເຫຼືອ.ມີແຕ່ເພີ່ມທະວີການປະສານສົມທົບແລະການຈັດຕັ້ງແລ້ວ ຈຶ່ງສາມາດຮັບປະກັນວຽກງານຊ່ອຍເຫຼືອດຳເນີນຢ່າງກົມກຽວກັນແລະບັງເກີດຜົນ.ທ່ານເວົ້າວ່າ,ລັດຖະບານຈີນຍິນດີເພີ່ມທະວີການປະສານສົມທົບກັບລັດຖະບານສ.ເກົາຫຼີ,ຮ່ວມມືກັນຢ່າງແໜ້ນແຟ້ນໃນການເຄື່ອນໄຫວກອບກູ້ທັງໝົດ.
ທ່ານລີແຣຈານສະແດງຄວາມເຫັນດີນຳ.
|
|
|