|
|
 |
| (GMT+08:00)
2005-01-06 00:20:06
|
|
ທ່ານເວີນເຈຍປາວໂທລະສັບຖາມຂ່າວກອງກອບກູ້ສາກົນຈີນ
cri
Author: zl
ຕາມຂ່າວCRI:ຕອນຄ່ຳວັນທີ 5 ມັງກອນ,ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນຫາກໍ່ເດີນທາງໄປຮອດຢາກາກຕານະຄອນຫຼວງອິນໂດເນເຊຍ,ກໍໂທລະສັບໄປຍັງກອງກອບກູ້ສາກົນຈີນທີ່ປະຕິບັດໜ້າທີ່ຢູ່ເຂດບັນດາອາເຊ ເຊິ່ງເປັນເຂດປະສົບໄພຮ້າຍແຮງທີ່ສຸດຂອງອິນໂດເນເຊຍ,ຕາງໜ້າລັດຖະບານແລະປະຊາຊົນຈີນສະແດງຄວາມຢື້ຢາມຖາມຂ່າວຢ່າງສະໜິດສະໜົມຕໍ່ສະມາຊິກກອງກອບກູ້,ທ່ານກ່າວເນັ້ນຄວາມສຳຄັນແລະຄວາມລຳບາກຂອງໜ້າທີ່ກອບກູ້,ສັ່ງໃຫ້ສະມາຊິກກອງກອບກູ້ຈົ່ງຮັກສາສຸຂະພາບ,ທັງເຊີດຊູກຳລັງໃຈພວກເຂົາເຈົ້າຈົ່ງພະຍາຍາມຕໍ່ໄປ, ສຳເລັດໜ້າທີ່ກອບກູ້ຢ່າງຮັບຜົນເຕັມເມັດເຕັມໜ່ວຍ.
ກອງກອບກູ້ສາກົນຈີນທີ່ກຳລັງເຮັດວຽກຢູ່ເຂດບັນດາອາເຊປະກອບດ້ວຍ 35 ຄົນ,ນັບມາຮອດຕອນຄ່ຳວັນທີ 4 ມັງກອນ,ກອງກອບກູ້ຈີນໄດ້ຊອກຫາແລະຊຳລະສົບຜູ້ປະສົບເຄາະຮ້າຍຫຼາຍສິບຄົນ, ປົວຜູ້ປະສົບໄພ 3 ພັນກວ່າຄົນ.
|
|
|