|
|
 |
| (GMT+08:00)
2005-01-06 00:20:18
|
|
ທ່ານເວີນເຈຍປາວພົບປະລັດຖະມົນຕີການຕ່າງປະເທດຂອງໄທແລະສີລັງກາ
cri
Author: zl
ຕາມຂ່າວCRI:ຕອນຄ່ຳວັນທີ 5 ມັງກອນ, ຢູ່ຢາກາກຕາ ນະຄອນຫຼວງອິນໂດເນເຊຍ,ທ່ານເວີນເຈຍປາວນາຍົກລັດຖະມົນຕີຈີນໄດ້ແຍກອອກພົບປະລັດຖະມົນຕີການຕ່າງປະເທດຂອງໄທແລະສີລັງກາ.
ໃນການພົບປະ,ທ່ານເວີນເຈຍປາວໄດ້ສະແດງຄວາມເຫັນອົກເຫັນໃຈແລະຢື້ຢາມຖາມຂ່າວຢ່າງຈິງອົກຈິງໃຈຕໍ່ປະຊາຊົນໄທແລະສີລັງກາ ທີ່ໄດ້ປະສົບຄວາມເສຍຫາຍຢ່າງໃຫຍ່ຫຼວງໃນແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍ.ທ່ານເວີນເຈຍປາວເວົ້າວ່າ,ໃນຂະນະອອກແຮງໃຫ້ການຊ່ອຍເຫຼືອນັ້ນ,ຈີນຍັງຈະຕັ້ງໜ້າຊ່ອຍເຫຼືອສອງປະເທດສ້າງສາຄືນໃໝ່ຫຼັງໄພພິບັດດ້ວຍຮູບແບບຕ່າງໆ.
|
|
|