|
|
 |
| (GMT+08:00)
2005-01-06 00:20:44
|
 |
|
ທ່ານເວີນເຈຍປາວເດີນທາງໄປຮອດອິນໂດເນເຊຍເຂົ້າຮ່ວມກອງປະຊຸມວິສາມັນ(ພາບ)
cri
Author: zl
ຕາມຂ່າວCRI:ໂດຍຕອບສະໜອງຄຳເຊີນຂອງທ່ານຊູນາມີ ປະທານາທິບໍດີອິນໂດເນເຊຍ,ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ເດີນທາງໄປຮອດຢາກາກຕາ ນະຄອນຫຼວງອິນໂດເນເຊຍໃນວັນທີ 5 ມັງກອນ,ຈະເຂົ້າຮ່ວມກອງປະຊຸມວິສາມັນຜູ້ນຳອາຊຽນກ່ຽວກັບບັນຫາແຜ່ນດິນໄຫວແລະຄື້ນທະເລຊູນາມີທີ່ຈັດຂຶ້ນຢູ່ຢາກາກຕາໃນວັນທີ 6 ມັງກອນ.
ໃນໄລຍະໄຂກອງປະຊຸມ,ທ່ານເວີນເຈຍປາວຈະແລກປ່ຽນຄວາມເຫັນກັບຜູ້ນຳຂອງ 20 ກວ່າປະເທດແລະອົງການຈັດຕັ້ງສາກົນທີ່ຮ່ວມປະຊຸມກ່ຽວກັບປະຊາຄົມໂລກຊ່ອຍເຂດປະສົບໄພແລະສ້າງສາຄືນໃໝ່,ເພີ່ມທະວີການຮ່ວມມືປ້ອງກັນໄພຂອງພາກພື້ນແຫ່ງນີ້.ນອກນີ້,ທ່ານເວີນເຈຍປາວຍັງຈະພົບປະສອງຕໍ່ສອງກັບຜູ້ນຳຂອງປະເທດທີ່ປະສົບໄພຮ້າຍແຮງສ່ວນໜຶ່ງ.
ພັດສະດຸຊ່ອຍເຫຼືອທີ່ຕົກເປັນເງິນ 4 ລ້ານຢວນທີ່ລັດຖະບານຈີນສະໜອງໃຫ້ອິນໂດເນເຊຍກໍຂົນສົ່ງໄປຮອດຢາກາກຕາດ້ວຍຍົນລຳດຽວ.ນີ້ແມ່ນພັດສະດຸຊ່ອຍເຫຼືອງວດທີສາມທີ່ຈີນສະໜອງໃຫ້ອິນໂດເນເຊຍ.
 ນີ້ແມ່ນສູນກອງປະຊຸມຢາກາກຕາອິນໂດເນເຊຍ,ກອງປະຊຸມວິສາມັນຜູ້ນຳອາຊຽນກ່ຽວກັບບັນຫາແຜ່ນດິນໄຫວແລະຄື້ນທະເລຊູນາມີຈະຈັດຂຶ້ນຢູ່ແຫ່ງນີ້.
|
|
|