ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 09:47:32    
ທ່ານ​ເວິນ​ເຈ່ຍ​ປາວ​ພົບ​ປະ​ຜູ່​ນຳ​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ສ່ວນ​ຫນຶ່ງ​ຢູ່​ອິນ​ໂດ​ເນ​ເຊຍ

cri Author: sayvanny
ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 5 ມັງ​ກອນ ຢູ່​ຢາ​ກາກ​ຕາ​ແຫ່ງ​ອິນ​ໂດ​ເນ​ເຊຍ, ທ່ານ​ເວິນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​​ໄດ້​ແຍກ​ອອກ​ພົບ​ປະຜູ່​ນຳ​ຂອງ​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ຄື ​ທ່ານ​ຊູຊີ​ໂລ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ ທ່ານ​ອັບ​ດຸນ.ກາ​ຢຸມ ປະ​ທາ​ນາ​ທິ​ບໍ​ດີ​ມານ​ດິວ ທ່ານ​ສຸ​ລະ​ກຽດ.ສະ​ຖຽນ​ໄທ ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ ​ທູດ​ພິ​ເສດ​ຂອງ​​ໄທ ທ່ານ​ຄາ​ດີຣ໌​ກາ​ມາ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ​ທູດ​ພິ​ເສດ​ຂອງ​ສີ​ລັງ​ກາ.

ທ່ານ​ເວິນ​ເຈ່ຍ​ປາວໄປ​ອິນ​ໂດ​ເນ​ເຊຍ​ເທື່ອ​ນີ້​ຕົ້ນ​ຕໍ​ແມ່ນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຜູ່​ນຳ​ປະ​ເທດ​ກຸ່ມ​ອາ​ຊຽນ​ກ່ຽວ​ກັບ​ບັນ​ຫາ​ຫລັງ​ເກີດ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ​ ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ມັງ​ກອນ.​ໃນ​ການ​ພົບ​ປະ​ເທື່ອ​​ໃດ, ທ່ານ​ເວິນ​ເຈ່ຍ​ປາວ​ກໍ່​ໄດ້​ຕາງ​ຫນ້າ​ລັດ​ຖະ​ບານ​ແລະ​ປະ​ຊາ ຊົນ​ຈີນ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ປະຊາຊົນ​ປະ​ເທດ​ປະສົບ​ໄພ​ພິ​ບັດ,​ແລະ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ່​ປະ​ສົບ​ເຄາະ​ຮ້າຍ.ທ່ານ​ເວິນ​ເຈ່ຍ​ປາວ​ກ່າວ​ເນັ້ນ​ວ່າ, ຈີນ​ຍັງ​ບໍ່​ຮັ່ງ,​ແຕ່​ຈີນ​ໄດ້​ໃຫ້​ການ​ຊ່ອຍ​ເຫລືອ​ຢ່າງ​ບໍ່​ເຫັນ​ແກ່​ຕົວ,​ຄຳ​ຫມັ້ນ​ສັນ​ຍາ​ທີ່​​ເວົ້າ​ໄປ​ນັ້ນ​ຕ້ອງ​ປະ​ຕິ​ບັດ​ຕາມ​ຢ່າງ​ແນ່​ນອນ.ຝ່າຍ​ຈີນ​ຈະ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ປະ​ເທດ​ປະສົບ​ໄພ, ສືບ​ຕໍ່​ໃຫ້​ການ​ສະ​ຫນັບ​ສະ​ຫນູນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ.ຜູ່​ນຳ​ປະ​ເທດ​ເຫລົ່າ​ນີ້​ທະ​ຍອຍ​ກັນ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ໃຫ້​ການ​ຊ່ອຍ​ເຫລືອ​ແລະ​ສະ​ຫນັບ​ສະ​ຫນູນ​ໃນທີ່​ພວກ​ເຂົາ​ເຈົ້າ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ.​ພວກ​ທ່ານ​ກ່າວ​ວ່າ, ການ​ຊ່ອຍ​ເຫລືອ​ຂອງ​ຈີນ​ໄດ້​ຜ່ອນ​ຄາຍ​ຄວາມ​ຫາບ​ແບກ​ຂອງ​ປະ​ເທດ​ປະ​ສົບ​ໄພ, ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳຄັນ​ໃນ​ການ​ກູ້​ໄພ.