|
|
 |
| (GMT+08:00)
2005-01-06 10:11:21
|
 |
|
ອົງການອຸຕຸນິຍົມໂລກສະເຫນີຂໍ້ສະເຫນີກ່ຽວກັບການສ້າງລະບົບເຕືອນໄພຄື້ນທະເລຊູນາມີຢູ່ມະຫາສະຫມຸດອິນເດຍ
cri
Author: sayvanny
ຕາມຂ່າວ CRI:ວັນທີ 5 ມັງກອນ ຢູ່ເຊີແນວ ທ່ານຈາໂລເລຂາທິການໃຫຍ່ອົງການອຸຕຸນິຍົມໂລກເຜີຍໃຫ້ຮູ້ວ່າ, ອົງການດັ່ງກ່າວພວມປຶກສາຫາລືກັບອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຄື ຄະນະກຳມະການການທະເລລະຫວ່າງລັດຖະບານຂອງອົງການຢູເນັສໂກສະຫະປະຊາຊາດ(UNESCO)ເປັນຕົ້ນ, ກຽມສະເຫນີຂໍ້ສະເຫນີລະອຽດກ່ຽວກັບການສ້າງລະບົບເຕືອນໄພຄື້ນທະເລຊູນາມີຢູ່ມະຫາສະຫມຸດອິນເດຍ.
ທ່ານຈາໂລດເວົ້າວ່າ, ພວກທ່ານຈະສະເຫນີຂໍ້ສະເຫນີເບື້ອງຕົ້ນສ່ວນຫນຶ່ງໃນກອງປະຊຸມໄພທຳມະຊາດໂລກທີ່ຈະຈັດຂຶ້ນຢູ່ຍີ່ປຸ່ນແຕ່ວັນທີ 18 ຫາວັນທີ 22 ເດືອນນີ້.
ທ່ານຊິນເດຣ໌ ປະທານຄະນະກຳມະການທະເລລະຫ່າງລັດຖະ ບານຂອງອົງການຢູເນັສໂກສະຫະປະຊາຊາດເວົ້າວ່າ, ຕາມການປະເມີນຂອງຜູ່ຊ່ຽວຊານ, ໃຊ້ຈ່າຍ 1 ໂດລາໃດໃນດ້ານການປ້ອງກັນແລະສັນຍານໄພ,ກໍ່ສາມາດຫລຸດຄວາມເສຍຫາຍລົງ 7 ໂດລາໃນເວລາເກີດໄພ.
|
|
|