ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 10:29:59    
ປະຊາ​ຄົມ​ໂລກ​ສືບ​ຕໍ່​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 5 ມັງກອນ ປະຊາ​ຄົມ​ໂລກ​​ໄດ້ສືບ​ຕໍ່​ຊ່ອຍ​ເຫຼືອປະຊາຊົນ​ຜູ້ປະສົບ​ໄພ​ຂອງ​ບັນດາ​ປະ​ເທດ​ໃນ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍດ້ວຍ​ຮູບ​ການ​ຕ່າງໆ.

ລັດຖະບານ​ເຢຍລະ​ມັນ​ຕົກລົງ​ສະໜອງ​ພັດສະດຸ​ກູ້​ໄພ​ໃຫ້​ເຂດ​ປະສົບ​ໄພ​ເພີ່ມ​ຂຶ້ນຮອດ 500 ລ້ານ​​ເອີ​ໂຣ. ​ອົສຕຼາລີ​ແລະ​ເກັຼກ​ເປັນຕົ້ນຕົກລົງ​​ເພີ່ມຊ່ອຍ​ເຫຼືອ​ພັດສະດຸ​ກູ້​ໄພ.

ວັນ​ທີ 5 ມັງກອນ ທ່ານ​ເອ​ເກີ​ແລນຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,ປັດຈຸບັນ ​ເງິນ​ບໍລິຈາກ​ທີ່​ປະຊາ​ຄົມ​ໂລກ​ໃຫ້ຄຳ​ໝັ້ນສັນຍາ​ຈະໃຫ້​ປະ​ເທດ​ປະສົບ​ໄພ​ນັ້ນ​ໄດ້​ເພີ່ມ​ຂຶ້ນຮອດ​ເກືອບ 4 ຕື້​ໂດ​ລາ​ສະຫະລັດ.

​ໃນ​ມື້​ດຽວ​ກັນ ພັດ​ສະ​ດຸ​ຊ່ອຍ​ເຫຼືອງວດ​ທີ​ສາມ 20 ​ໂຕນຂອງຣັດ​ເຊຍ​ແລະ​ເຄື່ອງ​ສົງ​ເຄາະ​ຂອງ​ມາ​ເລ​ເຊຍ​ກໍ​ໄດ້​ຂົນ​ສົ່ງ​ໄປຮອດ​ອິນ​ໂດ​ເນ​ເຊຍຕໍ່​ເນື່ອງ​ກັນ​ແລ້ວ. ຕວກກີ​ຍັງ​ແຕ່ງໜ່ວຍ​ຊ່ອຍ​ເຫຼືອ​ໄປ​ປະ​ເທດ​ທີ່​ປະສົບ​ໄພ​ເຊັ່ນ​ໄທ,ອິນ​ໂດ​ເນ​​ເຊຍ​ແລະ​ສີ​ລັງກາ​ຕໍ່​ມາ. ອັຟກາ​ນີສະຖານ​ກໍ​ຕົກລົງ​ແຕ່ງ​ນາຍ​ໝໍ 12 ຄົນ​ໄປ​ອິນ​ເດຍ​ແລະ​ສີ​ລັງກາ,​ແລະ​ສະໜອງ​ຢຸກຢາ​ແລະ​ພັດສະດຸ​ທີ່​ສາມາດ​ຊ່ອຍ​ເຫຼືອຜູ້​ປະສົບ​ໄພ​ໄດ້ ​5 ພັນ​ຄົນ.

ມາ​ເລ​ເຊຍ​ບໍ່​ພຽງ​ແຕ່​ເຫັນ​ດີ​ເຂົ້າຮ່ວມ​ແຜນການ​ສົງ​ເຄາະ​ທັນ​ຍາ​ຫານ​ຂອງ​ສະຫະ​ປະຊາ​ຊາດ​​ໃຫ້ອາ​ເຊ​ເຂດ​ປະສົບ​ໄພ​ໜັກ​ຂອງ​ອິນ​​ໂດ​ເນ​ເຊຍ​ທໍ່​ນັ້ນ ​ແລະ​ອະນຸຍາດ​ໃນ​ດ້ານຫຼັກການ​ໃຫ້​ປະ​ເທດ​ຊ່ອຍ​ເຫຼືອ​ເຊັ່ນ​ອາ​ເມ​ລິ​ກາ​ເປັນຕົ້ນບິນ​ຜ່ານ​ນ່ານຟ້າ​ແລະ​​ໃຊ້ເດີ່ນຍົນ​ຂອງ​ເຂົາ​ໃນ​ເວລາ​ຂົນ​ສົ່ງ​ພັດ​ສະ​ດຸ​ກູ້​ໄພ.