|
|
 |
| (GMT+08:00)
2005-01-06 10:53:52
|
 |
|
ກອງປະຊຸມວິສາມັນຂອງຜູ້ນຳອາຊຽນກ່ຽວກັບບັນຫາຫຼັງໄພແຜ່ນດິນໄຫວແລະຄື້ນທະເລຊູນາມີໄຂປະຊຸມ
cri
Author: li
ຕາມຂ່າວ CRI: ວັນທີ 6 ມັງກອນ ຢູ່ຢາກາກຕາ ນະຄອນຫຼວງອິນໂດເນເຊຍ ໄດ້ໄຂກອງປະຊຸມວິສາມັນຂອງຜູ້ນຳອາຊຽນກ່ຽວກັບບັນຫາຫຼັງໄພແຜ່ນດິນໄຫວແລະຄື້ນທະເລຊູນາມີເຊິ່ງຈະໄຂເປັນເວລາມື້ໜຶ່ງ.
ຫົວຂໍ້ຕົ້ນຕໍຂອງກອງປະຊຸມແມ່ນ: ຫາລືສ້າງກົນໄກເຕືອນໄພພິບັດພາກພື້ນ,ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານໃນພາກພື້ນ; ພິຈາລະນາສ້າງຕັ້ງມູນນິທິຊ່ອຍເຫຼືອຂອງອາຊຽນ,ເຮັດໃຫ້ອາຊຽນບໍ່ພຽງແຕ່ເລັງສາຍຕາໃສ່ການຊ່ອຍເຫຼືອກູ້ໄພໃນໄລຍະມໍ່,ຍັງພິຈາລະນາເຖິງການສ້າງສາຄືນໃໝ່ແລະການສ້າງສາເສດຖະກິດຍາວໄກ; ປະສານງານການກູ້ໄພແລະສ້າງສາຄືນໃໝ່,ສຸມກຳລັງທົ່ວໂລກກູ້ໄພແລະບຳບັດຄວາມທຸກຍາກ,ສ່ອງແສງການຮ່ວມມືລະຫວ່າງຊາດພາຍໃຕ້ການນຳພາຂອງສະຫະປະຊາຊາດ. ຜູ້ນຳຂອງ 20 ປະເທດແລະຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ຮ່ວມປະຊຸມຈະລົງເລິກແລກປ່ຽນຄວາມເຫັນກ່ຽວກັບບັນຫາເຫຼົ່ານີ້.
ທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍ ທ່ານບຸນຍັງ ວໍລະຈິດ ນາຍົກລັດຖະມົນຕີລາວ ປະເທດປະທານຝຽນຂອງອາຊຽນ,ທ່ານລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປແລະທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ກ່າວຄຳປາໄສຕາມໆກັນ.
ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນທີ່ຮ່ວມປະຊຸມຕາມຄຳເຊີນກໍຈະກ່າວຄຳປາໄສໃນກອງປະຊຸມ,ສະແດງຄວາມປາຖະໜາຂອງຈີນທີ່ຍິນດີເຂົ້າຮ່ວມການສ້າງສາຄືນໃໝ່ແລະການພັດທະນາຂອງເຂດປະສົບໄພຢ່າງຕັ້ງໜ້າດ້ວຍຮູບການຕ່າງໆ. ທ່ານຍັງຈະຕາງໜ້າລັດຖະບານຈີນສະເໜີຂໍ້ສະເໜີລະອຽດກ່ຽວກັບວຽກງານກູ້ໄພແລະສ້າງບ້ານແປງເມືອງຄືນໃໝ່.
|
|
|