ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 11:05:39    
ອຸປະກອນ​ໂທລະ​ຄົມ​ຂະໜາດ​ໃຫຍ່​ທີ່​ຈີນ​ບໍລິຈາກ​ເລີ່​ມຂົນ​ສົ່ງ​ໄປ​ເຂດ​ປະສົບ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 5 ມັງກອນ ອຸປະກອນ​ໂທລະ​ຄົມ​ຂະໜາດ​ໃຫຍ່​ທີ່​ມີ​ມູນ​ຄ່າ 2 ລ້ານ 5 ​ແສນ​ໂດ​ລາ​ສະຫະລັດ​ງວດ​ໜຶ່ງ​ທີ່​ວິ​ສາ​ຫະກິດ​ຜະລິດ​ອຸປະກອນ​ໂທລະ​ຄົມ​ຂອງ​ຈີນ​ບໍລິຈາກ​ນັ້ນ​​ໄດ້ເລີ່​ມຂົນ​ສົ່ງ​ໄປ​ໃຫ້​ເຂດ​ປະສົບ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ໜັກໜ່ວງ​ບາງ​ເຂດ​ຂອງ​ປະ​ເທດ​​ເຊັ່ນ​ສີ​ລັງກາ​ແລະ​ອິນ​ໂດ​ເນ​ເຊຍ​ເປັນຕົ້ນ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ຂອງ​ຈີນ​ແນະນຳ​ວ່າ,ພາຍຫຼັງ​ເກີດ​ຄື້ນທະ​ເລ​ຊູ​ນາ​ມີ​ແລ້ວ,​ເຄືອ​​ຂ່າຍ​ໂທລະສັບ​​ຄົງ​ທີ່ຂອງ​ບາງ​ເຂດ​ປະສົບ​ໄພ​ໄດ້​ຕົກ​ຢູ່​ໃນ​ສະພາບເປ້ຍ​ລ່ອຍ​ໃນ​ຂັ້ນພື້ນຖານ​ແລ້ວ,​ໂດຍ​ສະ​ເພາະ​ແມ່ນ​ຝັ່ງ​ທະ​ເລຕາ​ເວັນ​ຕົກຂອງ​ສີ​ລັງກາ,​ໂທລະສັບ​ເຄື່ອນ​ທີ່​ບໍ່​ສາມາດ​ໂທ​ໄປ​ຮອດຈຸດ​ຊ່ອຍ​ເຫຼືອສ່ວນຫຼາຍ. ຕາມ​ຊາບ​ວ່າ,ອຸປະ​ກອນ​ໂທລະ​ຄົມ​ງວດ​ນີ້​ຕົ້ນຕໍ​ຈະ​ໃຊ້​ຢູ່​ບ່ອນກູ້​ໄພ​ດ່ວນ.