ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 13:03:51    
ທ່ານ​ເວີນ​ເຈຍ​ປາວ​ພົບ​ປະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ອິນ​ເດຍ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 6 ມັງກອນ ທ່ານ​ເວີນ​ເຈຍ​ປາວ ນາຍົກ ລັດຖະ ມົນຕີ ຈີນທີ່​ໄປ​ເຂົ້າຮ່ວມ​ກອງ​ປະຊຸມ​ວິສາມັນ​ຂອງ​ຜູ້ນຳ​ອາ​ຊຽນກ່ຽວ​ກັບ​ບັນຫາ​ຫຼັງ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ຢູ່​ຢາ​ກາກ​ຕາ ນະຄອນຫຼວງອິນ​ໂດ​ເນ​ເຊຍຕາມ​ຄຳ​ເຊີນ ​ໄດ້​ພົບ​ປະ​ທ່ານ​ນັດ​ວາ ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ເດຍ.

ທ່ານ​ເວີນ​ເຈຍ​ປາວ​ຕາງ​ໜ້າ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ສະ​ແດງ​ຄວາມ​ຖາມ​ຂ່າວ​ຕໍ່​ປະຊາຊົນ​ອິນ​ເດຍທີ່​ໄດ້​​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ໃນ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ,​ແລະ​ສະ​ແດງ​ຄວາມ​​ໄວ້ອາ​ໄລ​ຢ່າງ​ເສົ້າສະຫຼົດ​ໃຈເຖິງ​ດວງ​ວິນ​ຍານ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ. ທ່ານ​ເວີນ​ເຈຍ​ປາວ​ແລະ​ທ່ານ​ນັດ​ວາ ຊິງ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຊ່ອຍ​ອິນ​ເດຍສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່ຫຼັງ​ໄພພິບັດ​ແລະ​ສ້າງ​ກົນ​ໄກ​ເຕືອນ​ໄພ​ທຳ​ມະ​ຊາດ​ແລະ​ບັນຫາ​ອື່ນໆ.