ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 15:58:47    
ທ່ານ​ອາ​ລາ​ວີ​ເວົ້າ​ວ່າ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີ​ຣັກ​ຈະ​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ

cri Author: sayvanny
ຕາມ​ຂ່າວ ​CRI: ວັນ​ທີ 5 ມັງກອນ ຢູ່​ແບກ​ແດດ ທ່ານ​ອາ​ລາ​ວີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ​ເວົ້າ​ວ່າ, ​ເຖິງ​ວ່າ​ຢູ່​ອີຣັກ​ໄດ້​ເກີດ​ເຫດ​ການ​ກຳ​ລັງ​ຮຸນ​ແຮງ​ເລື້ອຍໆ​ກໍ​ຕາມ, ​ແຕ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີ​ຣັກ​ຍັງ​ຈະ​ຈັດ​ຂຶ້ນ​ຕາມ​ເວລາ​ກຳ​ນົດ​ຄື​ໃນ​ວັນ​ທີ 30 ມັງ​ກອນ​ນີ້.

ທ່ານ​ອາ​ລາ​ວີ​ເວົ້າ​ວ່າ, ການ​ຈັດ​ການ​ເລືອກ​ຕັ້ງ​ຕາມ​ເວ​ລາ​ກຳນົດ​ແມ່ນ​ຂໍ​ກະ​ແຈ​ທີ່​ລົບ​ລ້າງ​ການ​ເຄື່ອນ​ໄຫວ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ແລະ​ໂຈມ​ຕີ​ກອງ​ປະ ກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຢູ່​ອີ​ຣັກ​ໃຫ້​ປະ​ລາ​ໄຊ.ທ່ານ​ຍັງ​ຮຽກ​ຮ້ອງ​ໃຫ້​ຊາວ​ອີ ຣັກ​ຫມົດ​ທຸກ​ຄົນ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ.

ທ່ານ​ອາ​ລາ​ວີ​ຍັງ​ເວົ້າວ່າ, ທ່ານ​ພວມ​ປຶກສາ​ຫາລື​ກັບ​ພັກ​ຝ່າຍ​ທັງ​ຫມົດ​ຂອງ​ອີຣັກ, ຍາດ​ແຍ່ງ​ຊັກ​ຊວນ​ໃຫ້ພັກ​ຝ່າຍ​ທີ່​ປະກາດວ່າ​ຈະ​ຂວ້ຳ​ບາດການ​ເລືອກ​ຕັ້ງທົ່ວ​ໄປນັ້ນ​ເຂົ້າຮ່ວມ​ການ​ປ່ອນ​ບັດ.

ຂ່າວ​ແຈ້ງ​ອີກ​ວ່າ, ​ໃນ​ເວລາ​ໂທ​ລະ​ສັບ​ລົມ​ກັບ​ຜູ່​ນຳ​ອີ​ຣັກ ຊອກ​ດາ​ນີ​ແລະ​ເອ​ຢິບ​ໃນ​ມື້​ດຽວ​ກັນ, ທ່ານ​ບຸ​ສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ລື້ມ​ວ່າ,ອາ​ເມ​ລິ​ກາ​ສະ​ຫນັບ​ສະ​ຫນູນ​ອີ​ຣັກ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຕາມ​ເວລາ​ກຳ​ນົດ,ອາ​ເມ​ລິ​ກາ​ເດັດ​ດ່ຽວ​ສະ​ຫນັບ​ສະ​ຫນູນ​ຂະ​ບວນ​ວິ​ວັດ​ການ​ເມືອງ​ຂອງ​ອີຣັກ.

ມື້​ດຽວ​ກັນ,ທ່ານ​ມູນ​ກີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຊອກ​ດາ​ນີກໍ່​ກ່າວ​ວ່າ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີ​ຣັກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ອຳ​ມານ ນະ​ຄອນ​ຫລວງ​ຊອກ​ດາ​ນີ້​ນັ້ນ​ຈະ​ສະ​ຫນັບ​ສະ​ຫນູນ​ໃຫ້​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີ​ຣັກ​ຈັດ​ຂຶ້ນ​ຕາມ​ເວລາ​ກຳ​ນົດ.