|
 (ທ່ານເວິນເຈ່ຍປາວເຂົ້າຮ່ວມກອງປະຊຸມ)
ຕາມຂ່າວ CRI: ຕອນເຊົ້າວັນທີ 6 ເວລາ 9 ໂມງ 15 ນາທີ, ກອງປະຊຸມວິສາມັນຂອງຜູ່ນຳອາຊຽນກ່ຽວກັບບັນຫາຫລັງເກີດໄພແຜ່ນດິນໄຫວແລະຄື້ນທະເລຊູນາມີໄດ້ໄຂຂຶ້ນຢູ່ສູນປະຊຸມຢາກາກຕາ ນະຄອນຫລວງອິນໂດເນເຊຍ,ຜູ່ນຳຂອງ 20 ກວ່າປະເທດແລະອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມກອງປະຊຸມ.
ທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍ ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດແລະທ່ານອື່ນໆໄດ້ກ່າວປາຖະກະຖາໃນພິທີໄຂປະຊຸມ.
ທ່ານຊູຊີໂລເວົ້າວ່າ, ລັດຖະບານແລະປະຊາຊົນອິນໂດເນເຊຍພ້ອມກັບປະຊາຄົມໂລກຕ້ອງຮ່ວມມືກັນ, ຫລີກເວັ້ນບໍ່ໃຫ້ໄພພິບັດທີ່ຄ້າຍຄືກັນນີ້ເກີດຂຶ້ນອີກ.ທ່ານຫວັງໃຫ້ປະຊາຄົມໂລກໃຫ້ການຊ່ອຍເຫລືອແກ່ເຂດປະສົບໄພຢ່າງແຂງແຮງ, ປ້ອງກັນບໍ່ໃຫ້ເກີດພະຍາດຕິດແປດຢູ່ເຂດປະສົບໄພ.ທ່ານອານນານເວົ້າວ່າ, ພາຍໃນ 6 ເດືອນຂ້າງຫນ້ານີ້ ເຂດປະສົບໄພຄື້ນທະເລຊູນາມີຍັງຕ້ອງການເງິນສົງເຄາະປະມານ 977 ລ້ານໂດລາສະຫະລັດໂດຍດ່ວນ,ວຽກງານກູ້ໄພແລະສ້າງສາຄືນໃຫມ່ໃນປະຈຸບັນຕ້ອງການໃຫ້ປະຊາຄົມໂລກພ້ອມກັນຂອງປະຊາຄົມໂລກພ້ອມກັນທຳຄວາມພະຍາຍາມ.
|