ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 16:36:51    
ສິ່ງ​ສຳ​ຄັນ​ນັ້ນ​ແມ່ນ​ປະ​ຕິ​ບັດ​ຕາມ​ຄຳ​ຫມັ້ນ​ສັນ​ຍາ

cri Author: sayvanny
ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ​ທີ່​ເກີດ​ຂຶ້ນ​ຢູ່​ມະ​ຫາ​ສະ​ຫມຸດ​ອິນ​ເດຍ​ໃນ​ທ້າຍປີ 2004 ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ຕື່ນ​ຕົກ​ໃຈ.ນັບ​ມາ​ຮອດ​ວັນ​ທີ 5 ມັງ​ກອນ​ປີ 2005, ​ໄພ​ພິ​ບັດ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ເກືອບ 1 ​ແສນ 5 ຫມື່ນ​ຄົນ​ຕາຍ,ຊັບ​ສິນ​ເສຍ​ຫາຍ​ປະມານ 14 ຕື້​​ໂດ​ລາ​ສະ​ຫະ​ລັດ,ປະ​ເທດ​ປະ​ສົບ​ໄພ​​ໄດ້​ປະ​ເຊີນ​ກັບ​ຫນ້າ​ທີ່​ກູ້​ໄພ​ແລະ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃຫມ່​ຢ່າງ​ຫນັກ​ຫນາ. ພາຍ​ຫລັງ​ເກີດ​ໄພ​ແລ້ວ, ປະ​ຊາ​ຄົມ​ໂລກ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ລັດທິ​ມະນຸດ​ສະ​ທຳ​ອັນ​ສູງ​ສົ່ງ, ທະ​ຍອຍ​ກັນ​ໃຫ້ການ​ຊ່ອຍ​ເຫລືອ, ພ້ອມ​ກັບ​ປະ​ເທດ​ແລະ​ປະ​ຊາ​ຊົນ​ປະ​ສົບ​​ໄພ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.​ແຕ່​ຫາງ​ສຽງຊີ້​ອອກ​ວ່າ,ຄຽງ​ຄູ່​ກັບກາ​ນ​ເຄື່ອນ​ໄຫວ​ກູ້​ໄພ​ດຳ​ເນີນ​ຕໍ່​ໄປ, ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ປະ​ເທດ​ທີ່​ກ່ຽວຂ້ອງ​ຕ້ອງ​ປະ​ຕິ​ບັດ​ຕາມ​ຄຳ​ຫມັ້ນ​ສັນ​ຍາ, ​ສົ່ງ​ເຄື່ອງ​ຊ່ອຍ​ເຫລືອ​​ໄປ​ໃຫ້​ຜູ່​ປະ​ສົບ​ໄພ​ຢ່າງ​ແທ້​ຈິງ.

ປະຈຸ​ບັນ ປະ​ຊາ​ຄົມ​ໂລກ​ໄດ້​ຊ່ອຍ​ເຫລືອ​ປະ​ເທດ​ປະ​ສົບ​ໄພ​ດ້ວຍ​ສີ່​ຮູບ​ການ.ຫນຶ່ງ​ແມ່ນ​ຊ່ອຍ​ເຫລືອ​ດ້ານ​ເງິນ​ຄຳ.ວັນ​ທີ 5 ມັງກອນ ທ່ານ​​ເອ​ເກີ​ແລນ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ກອບ​ກູ້​ມະ​ນຸດ​ສະ​ທຳ​ເວົ້າວ່າ,​ ເງິນ​ບໍ​ລິ​ຈາກ​ທີ່​ປະຊາ​ຄົມ​ໂລກ​ໃຫ້​ຄຳ​ຫມັ້ນ​ສັນ ຍາ​ຈະ​ບໍ​ລິ​ຈາກ​ໃຫ້​ປະ​ເທດ​ປະສົບ​ໄພ ​ນັ້ນ​ໄດ້​ບັນ​ລຸ​ເກືອບ 4 ຕື້​ໂດ​ລາ​ສະ​ຫະ​ລັດ​ແລ້ວ,ນອກ​ນີ້ ການ​ຊ່ອຍ​ເຫລືອ​ດ້ານ​ພັດ​ສະ​ດຸ​ຂອງ​ປະ​ຊາ​ຄົມ​ໂລກ​ກໍ່​ຫລາຍ​ພໍ​ສົມ​ຄວນ. ສອງ​ແມ່ນ​ຊ່ອຍ​ເຫລືອ​ດ້ານ​ກຳລັງ​ຄົນ.ພາຍ​ຫລັງ​ເກີດ​ໄພ​ແລ້ວ, ຫລາຍໆ​ປະ​ເທດ​ເຊິ່ງ​ລວມ​ທັງ​ຈີນ​ໄດ້​ຟ້າວ​ສົ່ງ​ຫນ່ວຍ​ກອບ​ກູ້​ປິ່ນ​ປົວ​ເດີນ​ທາງ​ໄປ​ເຂດ​ປະ​ສົບ​ໄພ,​ເພື່ອ​ຈຳ​ແນ​ກ ຊາກ​ສົບ ປົວ​ໃຫ້​ຜູ່​ບາດ​ເຈັບ ​ແຈກ​ຢາຍ​ເຄື່ອງ​ຊ່ອຍ​ເຫລືອ​​ແລະ​ອື່ນໆ​ໃຕ້​ສະ​ພາບ​ອັນ​ລຳ​ບາກ​ທີ່​ສຸດ.ສາມ​ແມ່ນ​ຫລຸດ​ຫລື​ຍົກ​ເວັ້ນ​ຫນິ້​ສິນ.ວັນ​ທີ 4 ມັງ​ກອນ ອັງກິດ​ສະ​ເຫ​ນີ​ໃຫ້​ກຸ່ມ 8 ປະ​ເທດ​ແກ່​ຍາວ​ເວລາ​ກຳນົດ​ປະ​ເທດ​ປະ​ສົບ​ໄພ​​ໃຊ້​ຫນີ້​ສິນ,ຫລື​ຈົນ​ຮອດ​ຍົກ​ເວັ້ນ​ຫນີ້​ສິນ​ສ່ວນ​ຫນຶ່ງ.ຕາມ​ຊາບ​ວ່າ, ​ໃນ​ກອງ​ປະຊຸມ​ປະ​ເທດ​ເຈົ້າ​ຫນີ້​ກຸ່ມ 8 ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ​ເດືອນ​ນີ້, ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ອາດ​ຈະ​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ກັນ​ໃນ​ບັນຫາ​ດັ່ງກ່າວ.ສີ່​ແມ່ນ​ຊ່ອຍ​ສ້າງ​ລະ​ບົບ​ເຕືອນ​ໄພ​ທີ່​ກ່ຽວ​ຂ້ອງ.ຕໍ່​ເລື່ອງ​ນີ້, ທ່ານ​ມີ​ເຊຣ໌.ຈາ​ໂລດ​ເລ​ຂາ​ທິ​ການ​​ໃຫຍ່​ອົງການ​ອຸ​ຕຸ​ນິ​ຍົມ​ໂລກ​ປະ​ກາດ​ວ່າ, ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ​ພວມ​ພິ​ຈາ​ລະ​ນາ​ສ້າງ​ລະ​ບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ຢູ່​ມະ​ຫາ​ສະ​ຫມຸດ​ອິນ​ເດຍ.

​ໃນ​ຂະນ​ະດຽວ​ກັນ, ພາຍ​ໃນ​ຂອບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ປະ ຊາ​ຄົມ​ໂລກ​ໄດ້​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ການ​ເຄື່ອນ​ໄຫວ​ກູ້​ໄພ. ວັນ​ທີ 6 ມັງ​ກອນ ປະມຸກ​ລັດ​ແລະ​ຫົວ​ຫນ້າ​ລັດ​ຖະ​ບານ​ຂອງ 20 ກວ່າ​ປະ​ເທດ​ແລະ​ຜູ່​ຕາງ​ຫນ້າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ຈັດ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຢູ່​ຢາ​ກາກ​ຕາ ນະ​ຄອນ​ຫລວງ​ອິນ​ໂດ​ເນ​ເຊຍ, ຫາລື​ບັນ​ຫາ​ຕ້ານໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ;​ວັນ​ທີ 11 ສະ​ຫະ​ປະຊາ​ຊາດ​ຈະ​ຈັດ​ກອງ​ປະຊຸມ​ບໍ​ລິ​ຈາກ​ສາກົນ​ລະ​ດັບ​ລັດ​ຖະ​ມົນ​ຕີ, ຫາ​ລື​ບັນຫາ​ຊ່ອຍ​ເຫລືອ​ປະ​ເທດ​ປະສົບ​ໄພ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃຫມ່; ວັນ​ທີ 18 ຫາ​ວັນ​ທີ 22, ສະ​ຫະ​ປະຊາ​ຊາດ​ຈະ​ຈັດ​ກອງ​ປະຊຸມ​ຫລຸດ​ຄວາມ​ເສຍ​ຫາຍ​ຍ້ອນ​ໄພ​ທຳ​ມະ​ຊາດ​ໃນ​ໂລກ​ຢູ່​ເມືອງ​ໂກເບ​ຍີ່ປຸ່ນ, ​ເຈາະ​​ຈົງ​ຫາ​ລື​ບັນຫາ​ສ້າງ​ກົນ​ໄກ​ເຕືອນ​ໄພ​ໃນ​ທົ່ວ​ໂລກ.

​ໃນ​ຂະ​ນະ​ດຽວ​ກັນ, ຫາງ​ສຽງ​ໂລກ​ກ່າວ​ເນັ້ນ​ວ່າ, ສິ່ງ​ສຳ​ຄັນ​ໃນ​ປະ​ຈຸ​ບັນ​ແມ່ນ,ປະ​ຊາ​ຄົມ​ໂລກ​ຈະ​ສາ​ມາດ​ສົ່ງ​ພັດ​ສະ​ດຸ​ຊ່ອຍ​ເຫລືອ​ໄປ​ຮອດ​ມືຂອງ​ຜູ່​ທີ່​ຕ້ອງ​ການ​ທີ່​ສຸດ​ເຫລົ່າ​ນັ້ນ​​ໄດ້​ຫລື​ບໍ່,ການ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ຈະ​ບໍ​ລິ​ຈາກ​ເງິນ​ບໍ່​ຄວນ​ເວົ້າ​ແຕ່​ປາກ​ທໍ່​ນັ້ນ, ຫາກ​ຍັງ​ຕ້ອງ​ເອົາ​ໃຫ້​ແທ້,​ແລະ​ກໍ່​ບໍ່​ຄວນ​ເອົາ​ເງິນ​ບໍ​ລິ​ຈາກ​ທາງ​ພີ້​ໄປ​ຫາ​ທາງ​ພຸ້ນ.ຕໍ່​ບັນຫາ​ນີ້, ວັນ​ທີ 3 ມັງ​ກອນ ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​​ໃຫຍ່​ອົງ​ການ​ສະຫະ​ປະຊາ​ຊາດ​ເວົ້າວ່າ, ຫວັງ​ວ່າ​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາ​ກົນ​ທີ່​​ເວົ້າວ່າ​ຈະ​ບໍ​ລິ​ຈາກ​ເງິນ​ໃຫ້​ປະ​ເທດ​ປະສົບ​ໄພ​ນັ້ນຈົ່ງ​ປະຕິບັດ​ຕາມ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ຕົນ, ສະ​ຫນອງ​ເງິນ​ທຶນ​ແກ່​ການ​ເຄື່ອນ​ໄຫວ​ກູ້​ໄພ​ແລະ​ການ​ສ້າງ​ສາ​ເຂດ​ປະສົບ​ໄພ​ຄືນ​ໃຫມ່.

ສິ່ງ​ທີ່​ຕ້ອງ​ກ່າວ​ເຖິງ​ເປັນ​ພິ​ເສດ​ນັ້ນ​ແມ່ນ: ປະ​ເທດ​ປະສົບ​ໄພ​ເທື່ອ​ນີ້​ສ່ວນ​ຫລາຍ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ,​ໃນ​ນັ້ນ ປະ​ເທດ​ສ່ວນ​ຫນຶ່ງ​ທຸກ​ຍາກ ຜ່ານ​ເສິກ​ສົງ​ຄາມ​ແລະ​ຖືກ​ລັດ​ທິ​ກໍ່​ການ​ຮ້າຍ​ຂົ່ມ​ຂູ່,ສະນັ້ນ, ປະ​ເທດ​ພັດ​ທະ​ນາ​ຄວນ​ໃຫ້​ການ​ສະ​ຫນັບ​ສະ​ຫນູນ​ດ້ານ​ເງິນ​ທຶນ ​ເຕັກ​ນິກ​ແລະ​ກຳ​ລັງ​ຄົນ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ເຊິ່ງ​ລວມ​ທັງ​ປະ​ເທດ​ປະ​ສົບ​ໄພ​ເທື່ອ​ນີ້, ​ໃຫ້​ພວກ​ເຂົາ​ເຈົ້າ ມີ​ໂອ​ກາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ມີ​ຄວາມ​ສາ​ມາດ​ປັບ​ປຸງ​ການ​ກໍ່​ສ້າງ​ໃນ​ດ້ານ​ເຕືອນ​ໄພ​ໃຫ້​ຄົບ​ຖ້ວນ​ບໍລິ​ບູນ,​ເພື່ອ​ສະ​ແຫວ​ງ​ການ​ພັດ​ທະ​ນາ​ແລະ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ,​ເຮັດ​ໃຫ້​​ໂລກຍິ່ງ​ປອດ​ໄພ​ແລະ​ຫມັ້ນ​ທ່ຽງ​ກວ່າ​ເກົ່າ.