ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-07 13:36:45    
ການ​ກິນດື່ມ 7 ຢ່າງ​ມີ​ຜົນ​ຮ້າ​ຍຕໍ່​ສຸຂະພາບ(ສຽງ)

cri

​ໃນການ​ກິນດື່ມ​ທີ່​ຄົນ​ທັງຫລາຍ​ຊິນ​ເຄີຍ​ແລ້ວ​ນັ້ນ​ມີບາງ​ວິທີ​​ແມ່ນມີ​ຜົນຮ້າຍຕໍ່​ສຸຂະພາບ. ທ່ານຫມໍນາມສະກຸນ​ຊ້າ​ວຂອງ​ໂຮງຫມໍ​​ຫລັງ​ຫນຶ່ງ​​ໃນນະຄອນ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​​ໂຈ່​ວຂອງ​ຈີນ​ຊີ້​ອອກ​ວ່າ,ມີ​ວິທີ​​ກິນ​ດື່ມ 7 ຢ່າງ​ມີ​ຜົນ​ຮ້າຍ​ຕໍ່ສຸຂະພາບ.

ຫນຶ່ງ​ແມ່ນ​ເອົາ​ນ້ຳ​ເຕົ້າຮູ້​ຊົງ​ໄຂ່​​ໄກ່​ກິນ:ທາດ​ໂປຼຕິນທີ່​ເປັນ​ນ້ຳ​ເມືອກ​ໃນ​ໄຂ່​ໄກ່​​ເມື່ອປະສົມ​ກັບທາດຕຼິບຊິນໃນ​ນ້ຳ​ເຕົ້າຮູ້,ກໍ່​ຈະ​ເຮັດ​ໃຫ້​ສູນ​ເສຍ​ທາດ​ບຳລຸງໃນ​ອາຫານ​.

ສອງ​ແມ່ນ​ເອົາ​ໃບຊາ​ຕົ້ມກັບ​ໄຂ່​ໄກ່:​ໃນ​ໃບຊາ​,ນອກຈາກ​ມີ​ທາດ​ດັ່ງຊີວະ​ຊາດ​ແລ້ວ,ຍັງ​ມີ​ວັດຖຸ​ອາ​ສິດ.ວັດຖຸ​ສັງ​ເຄາະ​ເຫົ່ຼານີ້​ປະສົມ​ກັບ​ທາດ​ເຫັຼກ​ໃນ​ໄຂ່​ໄກ່,ຈະ​ເກີດມີ​ບົດບາດ​ກະຕຸກ​ກະ​ເພາະ​ອາຫານ​,​ທັງ​ບໍ່​ຍ່ອຍງ່າຍ​ແລະ​ຮ່າງກາຍ​ດູດຮັບ​ເອົາ​ບໍ່​ສະດວກ.

ສາມ​ແມ່ນ​ເອົາມັນຝຣັ່ງຕົ້ມ​​ໃສ່​ຊີ້ນ​ງົວກໍ່​ບໍ່​ເຫມາະ​ສົມ,​ເພາະອາຫານ​ສອງ​ຊະນິດ​ນີ້​ຕ້ອງການ​ຄວາມ​ເຂັ້ມຂຸ້ນ​ຂອງ​ນ້ຳ​ກົດກະ​ເພາະ​ນັ້ນບໍ່​ຄື​ກັນ,​ເຊິ່ງຍ່ອມ​ຈະ​ເຮັດ​ໃຫ້​ອາຫານ​ຄ້າງຢູ່​ໃນ​ກະ​​ເພາະ​​ດົນ​ເຂົ້າ,​ແລ້ວ​ພາ​ໃຫ້​ກະ​ເພາະ​ອາຫານ​ໃຊ້​ເວລາ​ຍ່ອຍ​ແລະ​ດູດ​ຮັບ​​ເອົາ​ດົນ​​ເຂົ້າ,ຕື່ມ​ພາລະ​​ໃຫ້​ແກ່​ກະ​​ເພາະ​​​ແລະ​ລຳ​ໄສ້.

ສີ່​ແມ່ນອາຫານ​ທີ່​ມີ​ທາດ​​ໂປຼຕິນສູງ​ປະສົມ​ກັບ​ຊາ​ປຸກ​ຈະ​ເກີດ​ເປັນ​ທາດ​ທີ່​ມີ​ຜົນ​ຮ້າຍ:ຕານ​ນິກອາ​ສິດ​ໃນ​​ນ້ຳຊາ​ເມື່ອ​ປະສົມ​ກັບ​ທາດ​ໂປຼຕິນ,ມັນຈະ​ກາຍ​ເປັນ​ທາດ​ອານ​ບູຕານ​ນິນທີ່​ເຮັດ​ໃຫ້​ວັດຖຸ​ຫົດ​ເຂົ້າ​ເປັນ​ກ້ອນ.​ເຮັດ​ໃຫ້​ລະບົບ​ຍ່ອຍ​ອາຫານ​ແລະ​ຊ່ອງ​ຂັບ​ຖ່າຍ​ບໍ່​ສະ​ດວກ,​ເຮັດ​ໃຫ້​ລຳ​ໄສ້​ຄັ້ນຮູດ​ຊ້າ​ລົງ,ອາຈົມ​ຈະ​ຄ້າງ​ຢູ່​ໃນ​ລຳ​ໄສ້​ດົນ​ເຂົ້າ,ນີ້​​ແມ່ນ​ປັດ​ໄຈ​ຫນຶ່ງ​ທີ່​ພາ​ໃຫ້​ເປັນ​ທ້ອງຜູກ,​ແລະ​ກໍ່​ຈະ​ເພີ່ມ​ຄວາມ​ອັນຕະລາຍ​ທີ່​ທາດ​ເບື່ອ​ແລະ​ວັດຖຸ​ທີ່​ພາ​ໃຫ້​ເປັນ​ມະ​ເຮັງ​ຖືກ​ຮ່າງກາຍ​ດູດ​ຮັບ​ເອົາ.

ຫ້າ​ແມ່ນ​ກິນນ້ຳ​ນົມກັບ​ຫມາກກ້ຽງ​ພ້ອມ​ກັນ:ກິນ​ນ້ຳນົມ​ກັບ​ຫມາກ​ໄມ້​ລົດສົ້ມ​ເຊັ່ນ​ຫມາກກ້ຽງ​ນຳ​ກັນ​ຫລື​ຫາ​ກໍ່​ກິນ​ນ້ຳນົມ​ແລ້ວ​ກິນ​ຫມາກກ້ຽງ​​ໂລດ,​ທາດ​​ໂປຼຕິນ​ໃນນ້ຳ​ນົມ​​ເມື່ອປະສົມ​ກັບ​ວິ​ຕະມິນ C ​ໃນ​ຫມາກກ້ຽງ,​ກໍ່​ຈະ​ແຂ້ນ​ເຂົ້າ​ເປັນ​ກ້ອນ,ຈະ​​ຍ່ອຍ​​ຍາກແລະ​ດູດ​ຮັບ​​ເອົາ​ຍາກ,​ແລະ​ຈະ​ພາ​ໃ​ຫ້ຍື່ງທ້ອງ​ຫລື​ເຈັບທ້ອງ.

ຫົກ​ແມ່ນ​ກິນ​ເຫົ້ຼາ​ກັບ​ກະ​ລົດ​:ມີ​ຜູ້​ຊ່ຽວຊານ​ຄົ້ນຄ້ວາ​ແລ້ວ​ເຫັນ​ວ່າ,ທາດກາ​ໂລ​ຕິນ​ໃນ​ກາ​ລົດ​ກັບ​ອັງ​ໂກນ​ໃນ​ເຫົ້ຼາ ຖ້າ​ຖືກ​ກິນ​ລົງທ້ອງ​ພ້ອມ​ກັນ,ມັກ​ເກີດ​ເປັນສານ​​ເບື່ອ​ໃນ​ຕັບ​ເຊິ່ງ​ເປັນ​ປັດ​ໄຈ​ອັນຕະລາຍ​ທີ່​ພາ​ໃຫ້​ເປັນ​​ໂຣກ​ຊະນິດ​ຕ່າງໆ.​ໃນ​ຕັບ,ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ​ຂອງຄົນ​ເຮົາ.

ເຈັດ​ແມ່ນ​ມັກ​ໃຊ້​ແຕ່ນ້ຳມັນ​ພືດປຸງ​ແຕ່ງອາຫານ​ເປັນ​ເວລາ​ດົນ​ນານ:​ເມື່ອຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ໄດ້ຄົ້ນຄ້ວາ​ແລ້ວ​ເຫັນ​ວ່າ,​ໃນ​ນ້ຳມັນ​ຖົ່ວດິນ​ແລະ​ນ້ຳມັນ​ເຂົ້າສາລີ​ມັກ​ມີ​​ເຊື້ອ​ຮາ
​ເຊິ່ງ​ເປັນ​ທາດ​ເບື່ອ​ແຮງ​ທີ່​ພາ​ໃຫ້​ເປັນ​ມະ​ເຮັງ​ນັ້ນ​ເຈືອ​ປົນ​ຢູ່.​ໃນ​ນ້ຳມັນ​​ແກ່ນ​ຝ້າຍ​ມີ​​ວັດຖຸ​ທີ່​ພາ​ໃຫ້​ຄົນ​​ເບື່ອ​ແບບ​ຊຳ​ເຮື້ອ,ສ່ວນທາດມຸສຕາ​ອາ​ສິດໃນ​ນ້ຳມັນ​ຜັກກາດ​ກໍ່​ມີ​ຜົນ​ຮ້າຍ​ຕໍ່​ຜູ້​ເປັນ​ເລືອດ​ດັນ​ສູງ​ຫລື​ຜູ້​ເປັນ​ໂຣກຫົວ​ໃຈ.ສະນັ້ນ,ຄວນ​ປ່ຽນ​ແປງ​ຄວາມ​ຊິນ​ເຄີຍ​ທີ່ມັກ​ໃຊ້​ແຕ່​ນ້ຳມັນ​ພືດຄົວກິນ.​ໃນ​ເວລາ​ແຕ່ງອາຫານ​ນັ້ນບາງທີ​ກໍ່​​ໃຊ້​ນ້ຳມັນ​ສັດ​ປົນ​ກັນ​ກໍ່​ໄດ້.ທຳ​ມະ​ດາ​ແລ້ວ,​ເອົາ​ນ້ຳມັນ​ພືດ​ສ່ວນ​ຫນຶ່ງ​ປະສົມ​ກັບ​ນ້ຳມັນ​ສັດ 0,7 ສ່ວນ​ແມ່ນ​​ເຫມາະທີ່​ສຸດ.