ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 18:27:52    
ໂກ​ແວັດ​ກ່າວ​ວ່າ​​ເລື່ອນ​ເວລາ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຈະເຮັດ​ໃຫ້​ສະຖານະ​ການ​ອີຣັກຍິ່ງ​ສັບສົນ​ກວ່າ​ເກົ່າ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 5 ມັງກອນ​ຢູ່​ທີ່​ອຳ​ມານ ນະຄອນຫຼວງຊອກ​ດາ​ນີ, ທ່ານ​​ແຊ​ອິດ ມູຮາ​ແມັດ ລັດຖະມົນຕີ​ການ​ຕ່າງປະ​ເທດ​ໂກ​ແວັດກ່າວ​ວ່າ, ສະຖານະ​ການ​ອີຣັກ​ໃນ​ສະ​ເພາະ​ໜ້າ​ນີ້​ອັນຕະລາຍທີ່​ສຸດ, ຖ້າ​ເລື່ອນ​ເວລາ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​​ແລ້ວ​ຈະເຮັດ​ໃຫ້​ສະຖານະ​ການ​ຍິ່ງ​ສັບສົນກວ່າ​ເກົ່າ.

ທ່ານ​ມູຮາ​ແມັດ​ແມ່ນ​ກ່າວ​ຄວາມ​ດັ່ງກ່າວ​ໃນ​ເວລາ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດອ້ອມ​ຂ້າງ​ອີຣັກຢູ່​ອຳ​ມານ. ​ໂດຍ​ແນ​ໃສ່​ຂ່າວ​ທີ່​ວ່າ​ມຸສລິ​ມ​ນິກາຍ​ຊຸນ​ນິດ​ອີຣັກອາດ​ຈະ​ຂວ້ຳ​ບາດ​ການ​ເລືອກ​ຕັ້ງທົ່ວ​ໄປ​, ທ່ານ​ມູຮາ​ແມັດ​ກ່າວ​ວ່າ, ປະ​ເທດ​ສະມາຊິກ​ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ອ່າວ​ເປີ​ເຊຍ​ແລະ​ປະ​ເທດ​ອ້ອມ​ຂ້າງ​ອີຣັກ​ລ້ວນ​ແຕ່​ຫວັງ​​ໃຫ້ກຳລັງ​​ແລະ​ພັກ​ຝ່າຍ​ການ​ເມືອງຕ່າງໆ​ຂອງ​ອີຣັກ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະ​ຕົກລົງ​ອະນາຄົດ​ອີຣັກ​. ທ່ານ​ຍັງ​ກ່າວ​ເນັ້ນວ່າ, ມີ​ແຕ່​ສະຫະ​ປະຊາ​ຊາດ​ທໍ່​ນັ້ນ ຈຶ່ງ​ມີ​ສິດ​ຕົກລົງ​ການ​ເລື່ອນ​ເວລາ​ຈັດການ​ເລືອກ​ຕັ້ງທົ່ວ​ໄປຫຼືບໍ່.

ປະຈຸ​ບັນ ພາຍ​ໃນ​ປະ​ເທດ​ອີຣັກມີ​ການ​ວິວາດ​ກັນ​ກ່ຽວ​ກັບ​ວັນເວລາ​ຈັດການ​ປ່ອນ​ບັດ​ເລືອກ​ຕັ້ງ. ​ເນື່ອງ​ຈາກ​ສະພາບ​ຄວາມ​ປອດ​ໄພ​ຢູ່​ບາງ​ທ້ອງ​ຖິ່ນ​ນັບ​ມື້​ນັບ​ຊຸດ​ຮ້າຍ​ລົງ, ພັກ​ການ​ເມືອງ​ສ່ວນ​ໜຶ່ງ​ຂອງ​ມຸສລິ​ມນິກາຍ​ຊຸນ​ນິດ​ຮຽກຮ້ອງ​ໃຫ້​ເລື່ອນ​ເວລາ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ.