ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 20:35:15    
ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ, ຈີນ​ຍິນ​ດີ​ເຂົ້າຮ່ວມ​ການ​ສ້າງສາ​ຄືນ​ໃໝ່​ແລະ​ການ​ພັດທະນາ​ເຂດ​ປະສົບ​ໄພ​ດ້ວຍຮູບ​ການຕ່າງໆ

cri Author: MO
ວັນ​ທີ 6 ມັງກອນ, ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມກອງ​ປະຊຸມວິ​ສາມັນ​ຂອງ​ຜູ້ນຳອາ​ຊຽນກ່ຽວ​ກັບ​ບັນຫາ​ຫລັງ​ໄພພິບັດແຜ່ນດິນ​​ໄຫ​ວ​ແລະຄື້ນທະ​ເລ​ຊູ​ນາ​ມີທີ່​ຈັດ​ຂຶ້ນຢູ່​ຢາ​ກາກ​ຕາ ນະຄອນຫລວງ​ອິນ​ໂດ​ເນ​ເຊຍ​​ ​, ​ທ່ານໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ກອງ​ປະຊຸມ​ເຊິ່ງພາດ​ຫົວ​ເລື່ອງ​ວ່າ: ຮ່ວມ​ໃຈຮ່ວມ​ແຮງກັນ, ສ້າງ​ບ້ານ​ແປງ​ເມືອງ​ທີ່​ສວຍ​ງາມ​ຄືນ​ໃໝ່, ​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ອັນ​ຈິງ​ໃຈ​ຂອງ​ຈີນ​ທີ່​ຍິນ​ດີ​ເຂົ້າຮ່ວມ​ການ​ສ້າງສາ​ຄືນ​ໃໝ່​ແລະ​ການ​ພັດທະນາ​ຢູ່​ເຂດ​ປະສົບ​ໄພດ້ວຍຮູບ​ການ​ຕ່າງໆຢ່າງ​ຂະຫຍັນ​ຫ້າວຫັນ, ​ແລະ​ຕາງໜ້າ​ລັດຖະບານ​ຈີນ​ສະ​ເໜີ​ຂໍ້​ສະ​ເໜີ​ລະອຽດກ່ຽວ​ກັບວຽກ​ງານ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃໝ່​ຂອງ​ປະ​ເທດ​ປະສົບ​ໄພ.

ກ່ອນ​ອື່ນ, ທ່ານ​ນາຍົກລັດຖະມົນຕີ​ເວີນ​ເຈຍ​ປາວ​ຕາງໜ້າ​ລັດຖະບາ​ນຈີນ​ແລະ​ປະຊາຊົນ​ຈີນ 1 ຕື້ 300 ລ້ານ​ຄົນ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ເລິກ​ເຊີ່ງ​ທີ່​ສຸດຕໍ່​ປະ​ເທດ​ແລະ​ປະຊາຊົນ​ຜູ້​ປະສົບ​ໄພອີກ​ເທື່ອ​ໜຶ່ງ, ມີ​ຄວາມ​ໝັນ​ໃຈ​ຫລາຍ​ທີ່​ສຸດ​ຕໍ່​ລັດຖະບານ​ແລະ​ປະຊາຊົນ​ທີ່​ປະສົບ​ໄພ​​ໃນ​ການສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່. ທ່ານ​ເວົ້າວ່າ, ​ໄພພິບັດ​ທີ່​ເກີດ​ຂຶ້ນ​ຢ່າງກະທັນຫັນ​ເທື່ອນີ້​ໄດ້​ດຶງ​ໃຈ​ຊາວ​ຈີນ​ໝົດ​ທຸກຄົນ. ລັດຖະບານ​ຈີນ​ຍິນ​ດີ​ແບ່ງປັນຄວາມ​ໂສກ​ເສົ້າຂອງ​ປະຊາຊົນປະ​ເທດ​ປະສົບ​ໄພທີ່​ໄດ້​ເສຍຍາດຕິ​ພີ່ນ້ອງ ​ແລະໝູ່​ເພື່ອນ​, ຈະ​ສືບ​ຕໍ່ທຳ​ຄວາມ​ພະຍາຍາມ​ສຸດ​ຂີດ, ຊ່ອຍ​ປະ​ເທດ​ປະສົບ​ໄພ​ດຳ​ເນີນ​ວຽກ​ງານ​ກູ້​ໄພ​ແລະ​ການ​ສ້າງສາ​ຄືນ​ໃໝ່.

ໃນ​ກອງ​ປະຊຸມ, ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ, ຈີນ​ຍິນ​ດີ​ປະກອບສ່ວນ​ອັນຕັ້ງໜ້າ​​​ເຂົ້າໃນ​ການ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃໝ່​​ເທື່ອນີ້. ທ່ານ​ໄດ້ສະ​ເໜີ​ຂໍ້​ສະ​ເໜີ 7 ຂໍ້. ນັກ​ຂ່າວ​ວິທະຍຸພວກ​ເຮົາ​ລາຍ​ງານ​ວ່າ:
ຂໍ້​ສະ​ເໜີ 7 ຂໍ້​ມີ​ດັ່ງນີ້, ​1,ໃຫ້ການ​ກອບ​ກູ້​ຊ່ອຍ​ເຫຼືອດ່ວນ, 2, ຊ່ອຍ​ປະ​ຊາ​ຊົນ​ປະ​ເທດ​ປະສົບ​ໄພ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່, ຟື້ນ​ຟູ​ການ​ຜະລິດ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້; 3, ສ້າງການທ່ອງທ່ຽວ​ຂອງ​ປະ​ເທດ​ປະສົບ​ໄພ​ໃຫ້​ຈະ​ເລີ​ນຄືນ​ໃໝ່; 4, ສ້າງ​ກົນ​ໄກ​ເຕືອນ​ໄພ; 5 ​ເພີ່ມ​ທະວີ​ການ​ຊົມ​​ໃຊ້​ແລະ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ; 6, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນ​ໄກ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ; 7, ຈີນ​ຈະຕັ້ງໜ້າ​ເຂົ້າຮ່ວມ​ແຜນການ​ຊ່ອຍ​ເຫຼືອທີ່​ນຳ​ໂດຍ​ອົງການ​ສາກົນ​ຄື​ສະຫະ​ປະຊາ​ຊາດ​ແລະ​ອາ​ຊຽນ.

ທ່ານ​ເວີນ​ເຈຍ​ປາວ​ໄດ້​ໃຫ້​ຄຳ​ໝັ້ນສັນຍາຢ່າງໜັກ​ແໜ້ນ​ວ່າ, ຈີນ​ເວົ້າ​​ແລ້ວ​ກໍ​ຖື​ເປັນ​ສັດຈະ​ໂດຍ​ຕະຫລອດ, ຄຳ​ໝັ້ນສັນຍາ​ຂອງ​ຈີນ​ຈະ​ບັນລຸ​ຜົນ​ເປັນ​ຈິງ​ຢ່າງ​ແນ່ນອນ. ​ໃນ​ອະ​ດິດ​ແມ່ນ​ແນວ​ນີ້, ປະຈຸ​ບັນ​ແມ່ນ​ແນວ​ນີ້, ​ໃນ​ອະນາຄົດ​ກໍ​​ແມ່ນ​ແນວ​ນີ້​ເຊັ່ນ​ດຽວ​ກັນ.

ທ່ານ​ເວີ່ນ​ເຈຍ​ປາວ​ຍັງ​ໄດ້​​ແນະ​ນຳຢ່າງ​ລະອຽດກ່ຽວ​ກັບຈີນ​ຈະ​ໃຫ້ການ​ຊ່ອຍ​ເຫຼືອທີ່​ມີ​ລັກສະນະ​ທາດ​ແທ້​​ແກ່ປະ​ເທດປະສົບ​ໄພ​​ໃນການສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່. ທ່ານ​ເວົ້າວ່າ, ລັດຖະບານ​ຈີນ​ຈະ​ຮ່ວມ​ມື​ກັບປະ​ເທດ​ປະສົບ​ໄພ, ຊ່ອຍ​​ເຂດ​ປະສົບ​ໄພ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຄືສ້ອມ​ແປງ​ເສັ້ນທາງ, ຂົວ​, ​ໂຮງຮຽນ​ແລະ​​ໂຮງໝໍ​ເປັນຕົ້ນ, ຈະ​ສະໜັບສະໜູນ​ວິ​ສາ​ຫະກິດ​ຈີນ​ເຂົ້າຮ່ວມ​ການ​ສ້າງສາ​ຄືນ​​ໃໝ່​ແລະ​ການ​ພັດທະນາ​ຂອງ​ເຂດ​ປະສົບ​ໄພ​ດ້ວຍຮູບ​ການ​ຕ່າງໆ​ຄື ລັດຖະບານ​ໃຫ້​ເງິນ​ກູ້ສິນ​ເຊື່ອ, ​ໃຫ້​ກູ້​ເງິນ​ບໍ່​ມີ​ດອກ​ເບ້​ຍ​ຫຼື​ດອກ​ເບ້ຍ​ຕ່ຳ. ລັດຖະບາ​ນຈີນ​ຈະ​ສົ່ງ​ເສີມ​ນັກ​ທ່ອງ​ທ່ຽວ​​ຈີນ​ໄປ​ທ່ຽວ​ປະ​ເທດ​ປະສົບ​ໄພ​​ເມື່ອ​ໄດ້​ຮັບ​ການ​ຟື້ນ​ຟູ​, ຮ່ວມ​ມື​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ເຜີຍ​ແຜ່​ສຶກສາຄວາມ​ຮູ້​ປ້ອງ​ກັນ​ໄພ​ຕໍ່​ໄທ​ເມືອງ​ແລະນັກ​ທ່ອງ​ທ່ຽວ. ລັດຖະບານ​ຈີນ​ຍິນ​ດີ​ຊ່ອຍ​​ເຫຼືອປະ​ເທດ​ອ້ອມ​ຂ້າງ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ປະສົບ​ໄພ​ສ້າງ​ສະຖານີ​​ແລະ​ຕາ​ໜ່າງທີ່ຕິດຕາມ​ວັດ​ແທກ​ແຜ່ນດິນ​​ໄຫວ​ແລະ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ,​ ​ເພື່ອ​ແລກປ່ຽນ​ແລະ​ຕີ​ລາຄາ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​ຢ່າງ​ທັນ​ການ, ພະຍາກອນ​ແລະ​ປ້ອງ​ກັນ​​ໄພ​ທຳ​ມະ​ຊາດ​ຄືແຜ່ນດິນ​ໄຫວ​ແລະຄື້ນທະ​ເລ​ຊູ​ນາ​ມີ​ເປັນຕົ້ນ. ຈີນ​ຍິນ​ດີສະໜອງ​ເອກະສານ​ແລະ​ຜະລິດ​ຕະພັນ​ທີ່​ກ່ຽວຂ້ອງ​ຂອງ​ດາວ​ທຽວ​ເຟີ​ງຢຸນ​ເລກ​ 2 ຂອງ​ຈີນ​​ໃຫ້ບັນດາປະ​ເທດ​ໃນ​ພາກ​ພື້ນ​ແຫ່ງ​ນີ້, ສະໜອງ​ເຕັກນິກ​ແລະ​ຂໍ້​ມູນ​ຂ່າວສານ​ໃຫ້ບັນດາ​ປະ​ເທດ​ພາກ​ພື້ນ​ແຫ່ງ​ນີ້​ເພື່ອ​ໃຊ້​ໃນ​ການພະຍາກອນ​ອາກາດ ຕິດຕາມ​ສິ່ງ​ແວດ​ລ້ອມ ​ແລະ​ຕີ​ລາຄາໄພພິບັດ​ເປັນຕົ້ນ.

ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ຫລວງຫລາຍ​ໃນ​ຂົງ​ເຂດ​ຫລາຍ​ຝ່າຍ​ເພື່ອ​ສ້າງ​ກົນ​ໄກ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ບັງ​ເກີດ​ຜົນ. ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ, ຈີນ​ຈະ​ຈັດ​ງານ​ສຳ​ມະ​ນາ​ເຕືອນ​ໄພ​ຄື້ນທະ​​ເລ​ຊູ​ນາ​ມີ​ຈີນ​ອາ​ຊຽນຢູ່​ປັກ​ກິ່ງ​ໃນ​ທ້າຍ​ເດືອນ​ມັງກອນ. ຝ່າຍ​ຈີນ​ຍັງ​ຍິນ​ດີ​ຈັດ​ກອງ​ປະຊຸມ​ຫລຸດ​ໄພພິບັດ​ອາ​ຊີ, ​ແລະ​ຍິນ​ດີ​ອອກທຶນ​ຈັດ​ງານ​ແລກ​ປ່ຽນບົດຮຽນ​​ໃນ​ດ້ານ​ປ້ອງ​ກັນ​ໄພພິບັດ ກູ້​ໄພ ​ແລະ​ການ​ສ້າງສາ​ຄືນ​ໃໝ່​ເປັນຕົ້ນ, ​ແລະ​ສ້າງ​ໂຄງການ​ອົບ​ຮົມ. ທ່ານ​ເວີນ​ເຈຍ​ປາວ​ຍັງ​ສະ​ເໜີ​ວ່າ, ການຮ່ວມ​ມື​ສົນທະນາລະຫວ່າງ​ຈີນ​ກັບ​ອາຊຽນ ອາ​ຊຽນກັບ​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​, ​ແລະ​ທົ່ວ​ອາຊີ​ຄວນ​ຖື​ການ​ຫລຸດ​ຜ່ອນ​ຜົນ​ຮ້າຍ​ຈາກໄພພິບັດ ປ້ອງ​ກັນ​ໄພ​ແລະ​ກູ້​ໄພ​ເປັນ​ຂົງ​ເຂດ​ຮ່ວມ​ມື​ຈຸດ​ໜັກ.