ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 21:12:36    
ທ່ານ​ເວີ່ນ​ເຈ​ຍປາວ​ສະ​ເຫ​ນີ​ຂໍ້​ສະ​ເ​ຫນີ​ຕໍ່​ວຽກ​ງານ​ກູ້​ໄພ​ຄຶ້ນ​ທະ​ເລ​ຊູ​ນາ​ມີ​ແລະ​ການ​ສ້າງສາ​ຄືນ​ໃຫມ່

cri
ຕາມ​ຂ່າວcri: ​ໃນ​ກອງ​ປະຊຸມ​ວິສາມັນ​ຜູ້ນຳ​ອາຊ​ຽນກ່ຽວ​ກັບ​ບັນຫາ​​ຫລັງແຜ່ນດິນ​ໄຫວ​ແລະ​ຄຶ້ນ​ທະ​ເລ​ຊູ​ນາ​ມີທີ່​ຈັດ​ຂຶ້ນຢູ່​ຢາ​ກາ​ຕາ ນະຄອນຫລວງ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 6 ມັງກອນ,ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ພາດຫົວ​ເລື່ອງ​ວ່າ: ຮ່ວມ​​ແຮງ​ຮ່ວມ​ໃຈ​ກັນ,ສ້າງ​ບ້ານ​ແປງ​ເມືອງ​​ໃຫ້​ສວຍ​ງາມ​ຄືນ​​ໃຫມ່,​ແລະ​ຕາງ​ຫນ້າ​ລັດຖະບານ​ຈີນ​ສະ​ເຫນີຂໍ້​ສະ​ເຫ​ນີຕໍ່​ວຽກງານ​ກູ້​ໄພ​ແລະ​ສ້າງ​ສາ​ຄືນ​ໃຫມ່.

 ຂໍ້​ສະ​ເຫ​ນີຂອງທ່ານ​ເວີ່ນ​ເຈຍ​ປາວ​ລວມທັງ:​ໃຫ້ການ​ຊ່ອຍ​ເຫືຼອດ່ວນ​ແກ່​ປະ​ເທດ​ປະສົບ​ໄພ,ຊ່ອຍ​ປະຊາຊົນປະ​ເທດ​ປະສົບ​ໄພສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃຫມ່​ແລະ​ຟື້ນ​ຟູ​ການ​ຜະລິດ​ຄືນ​ໃຫມ່​ໂດຍ​ໄວ;ສ້າງ​ການທ່ອ​ທ່ຽວ​ຂອງ​ປະ​ເທດ​ປະສົບ​ໄພ​ໃຫ້​ຈະ​ເລີ​ນຄືນ​ໃຫມ່;ສ້າງ​ກົນ​ໄກ​ເຕືອນ​ໄພ​ໂດຍ​ໄວ,​ເພີ່ມ​ທະວີ​ການ​ຊົມ​ໃຊ້​ແລະ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ;ຕັ້ງຫນ້າ​ເຂົ້າ​ຮ່ວມ​ແຜນການ​ຊ່ອຍ​ເຫືຼອຂອງ​ບັນດາ​ອົງການ​ຈັດຕັ້ງສາກົນ​ເປັນຕົ້ນ.

ທ່ານ​​ເວີ່ນ​ເຈຍ​ປາວ​ຍັງ​ເວົ້າວ່າ,ລັດຖະບານ​ຈີນ​ຈະ​ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ລັດຖະ​ບານ​​ແລະ​ປະຊາຊົນ​ປະ​ເທດ​ປະສົບ​ໄພ,ສັບ​ຊ້ອນແລະ​ເພີ່ມ​ຕື່ມ​ພັດສະດຸ​ກູ້​ໄພ,​ເພີ່ມ​ແຕ່ງ​ພະນັກງານ​ແພດ​ຢູ່​ທຸກ​ເວລາ,ຊ່ອຍ​ເຂດ​ປະສົບ​ໄພ​ສ້າງ​ພື້ນຖານ​ໂຄງ​ລ່າງ​ເຊັ່ນຖະ​ຫນົນ​ຫົນທາງ ​ໂຮງຮຽນ​ແລະ​ໂຮງຫມໍ​ເປັນຕົ້ນຄືນ​ໃຫມ່.ພ້ອມ​ກັນນັ້ນ,ລັດຖບານ​ຈີນ​ຍັງ​ຈະ​ເຂົ້າຮ່ວມ​ການ​ສ້າງສາ​ຄືນ​ໃຫມ່​ແລະ​ການ​ພັດທະນາ​​ເຂດ​ປະສົບ​ດ້ວຍ​ຮູບ​ແບບ​ຕ່າງໆ