ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 21:43:30    
ກອງ​ປະຊຸມ​ວິສາມັນ​ຜູ່​ນຳ​ອາ​ຊຽນກ່ຽວ​ກັບ​ບັນ​ຫາ​ຫຼັງ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ​ສິ້ນ​ສຸດ​ລົງ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 6 ມັງກອນ ກອງ​ປະຊຸມ​ວິສາມັນ​ຜູ່​ນຳ​ອາ​ຊຽນກ່ຽວ​ກັບ​ບັນ​ຫາ​ຫຼັງ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ຈັດ​ຂຶ້ນຢູ່​ຢາ​ກາກ​ຕາ ນະ​ຄອນ​ຫຼວງ​ອິນ​ໂດ​ເນ​ເຊຍ​ເປັນ​ເວລາ​ນຶ່ງ​ມື້ນັ້ນ​ໄດ້​ອັດ​ລົງ​, ຜູ່​ນຳຂອງ 20 ກວ່າ​ປະ​ເທດ​​ແລະ​ຜູ່​ແທນ​ຂອງ​ອົງ​ການ​ຈັດ​ຕັ້ງສາກົນທີ່​ຮ່ວມ​ປະຊຸມ​ໄດ້​ປະກາດ​ຄຳ​ຖະ​ແຫຼງ​ການ​ຮ່ວມ.

​ໃນ​ໄລຍະ​ກອງ​ປະຊຸມ, ຜູ່​ຮ່ວມ​ປະຊຸມ​ໄດ້​​ແລກປ່ຽນກັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ປະ​ຊາ​ຄົມ​ໂລກ​ປະສົມປະສານກັນ​ເປັນ​ເອກະ​ພາບ​ດຳ​ເນີນ​ການ​​ກູ້​​ໄພຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ ຊ່ອຍ​​ເຫຼືອ​ປະ​ເທດ​ປະສົບ​ໄພ​ສ້າງສາ​ຄືນ​ໃໝ່​ແລະ​ບັນຫາ​ອື່ນໆ​ໂດຍ​ໝູນ​ອ້ອມ​ຫົວ​ຂໍ້ "ພິ​ຈາ​ລະ​ນາ​ອະ​ນາຄົດ"; ຍັງ​ໄດ້​ກ້າວ​ເຖິງ​ຂັ້ນຕົກລົງ​ກັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ໄພ​ແລະຫຼຸດຄວາມ​ເສຍ​ຫາຍ​ໃນ​ພາກ​ພື້ນ​ແລະສ້າງ​ກົນ​ໄກ​ເຕືອນ​ໄພ​ທຳ​ມະ​ຊາດ​​ໃນ​ຕໍ່​ໄປ​ພາຍ​ໜ້າເປັນຕົ້ນ.