|
|
 |
| (GMT+08:00)
2005-01-06 21:49:27
|
|
ທ່ານເວີ່ນເຈຍປາວເດີນທາງຈາກຢາກາຕາກັບຄືນປະເທດຈີນ
cri
ຕາມຂ່າວcri: ວັນທີ 6 ມັງກອນ,ທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ເດີນທາງອອກຈາກຢາກາຕາກັບຄືນປະເທດຈີນພາຍຫລັງໄດ້ເຂົ້າຮ່ວມກອງປະຊຸມວິສາມັນບັນດາຜູ້ນຳອາຊຽນກ່ຽວກັບບັນຫາຫລັງແຜ່ນດິນໄຫວແລະຄຶ້ນທະເລຊູນາມີທີ່ຈັດຂຶ້ນຢູ່ຢາກາຕາຕາມຄຳເຊີນແລະໄດ້ສຳເລັດການເຄື່ອນໄຫວຕ່າງໆ. ໃນໄລຍະຢູ່ຢາກາຕາ,ທ່ານເວີ່ນເຈຍປາວໄດ້ເຂົ້າຮ່ວມກອງປະຊຸມວິສາມັນບັນດາຜູ້ນຳອາຊຽນກ່ຽວກັບບັນຫາຫລັງແຜ່ນດິນໄຫວແລະຄຶ້ນທະເລຊູນາມີແລະກ່າວຄຳປາໄສຢູ່ທີ່ປະຊຸມ,ທ່ານຍັງໄດ້ຈັດການພົບປະຜູ້ນຳຂອງອິນໂດເນເຊຍ ສີລັງກາ ໄທ ອິນເດຍ ມານດິວ ສ.ເກົາຫລີເປັນຕົ້ນ,ແລະໄດ້ພົບປະທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດ.ທ່ານເວີ່ນເຈຍປາວຍັງຕາງຫນ້າລັດຖະບານຈີນມອບພັດສະດຸກູ້ໄພທີ່ມີຄຸນຄ່າ 4 ລ້ານຢວນທີ່ຈີນເອົາໃຫ້ນັ້ນໃຫ້ຝ່າຍທີ່ກ່ຽວຂ້ອງຂອງອິນໂດເນເຊຍ.ນີ້ແມ່ນພັດສະດຸກູ້ໄພງວດທີສາມທີ່ຈີນຊ່ອຍເຫືຼອອິນໂດເນເຊຍ.
|
|
|